ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ

ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ

ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ
ກອງປະຊຸມສະຫຼຸບວຽກງານອົງການໄອຍະການປະຊາຊົນ ທົ່ວແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2025 ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ.
ອງການໄອຍະການປະຊາຊນ ໄຊສມບນ ສະຫບວຽກງານຮອບດານ ປະຈາ 6ເດອນ ຕນປ - image 1
 

ໂອກາດນີ້, ທ່ານ ລັດຕະນະພອນໄຊ ວົງຄໍາຊາວ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງໄຊສົມບູນ ໄດ້ຂຶ້ນຜ່ານບົດສະຫຼຸບທັງສອງພາກ ຊຶ່ງໃນໄລຍະ 6 ເດືອນຜ່ານມາ ອົງການໄອຍະການປະຊາຊົນແຂວງ ໄດ້ຕັ້ງໜ້າເຮັດວຽກການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານລັດຖະກອນ ເປັນຕົ້ນແມ່ນການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາສັ່ງຕ່າງໆຂອງຄະນະນະບໍລິຫານງານສູນກາງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ເປັນປົກກະຕິ, ພ້ອມນີ້ ອົງການໄອຍະການປະຊາຊົນແຂວງ ແລະ ເຂດໄດ້ຮັບຄໍາຮ້ອງ ແລະ ໃບສະເໜີຕ່າງໆ ທັງໝົດ 5 ສະບັບ, ແກ້ໄຂໄດ້ 5 ສະບັບ ເທົ່າກັບ 100%, ໄດ້ຮັບບົດລາຍງານຕ່າງໆ ທັງໝົດ 35 ເລື່ອງ, ແກ້ໄຂໄດ້ 35 ເລື່ອງ ເທົ່າກັບ 100%, ພ້ອມນີ້ ການແກ້ໄຂຄະດີອາຍາ ແລະ ຄະດີແພ່ງ ຂັ້ນຕົ້ນ ລວມທັງໝົດ 85 ເລື່ອງ, ຊຶ່ງມີຄະດີຄ້າງມາແຕ່ປີ 2024 ຈໍານວນ 3 ເລື່ອງ, ໄດ້ຮັບສໍານວນຄະດີອາຍາຂັ້ນຕົ້ນເຂົ້າໃໝ່ປີ 2025 ຈໍານວນ 82 ເລື່ອງ ແລະ ແກ້ໄຂແລ້ວ 84 ເລື່ອງ ເທົ່າກັບ 98,82%, ຄະດີກໍາລັງຄົ້ນຄວ້າ 1 ເລື່ອງ ເທົ່າກັບ 1.18%. ສໍາລັບການແກ້ໄຂຄະດີອາຍາ ແລະ ຄະດີແພ່ງ ຂັ້ນອຸທອນ ແມ່ນສາມາດແກ້ໄຂສໍາເລັດ 100%. ນອກນີ້, ກໍໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດຄໍາຕັດສິນ, ຄໍາພິພາກສາຂອງສານທີ່ໃຊ້ໄດ້ເດັດຂາດ ເຊິ່ງຄະດີອາຍາທັງໝົດ 314 ເລື່ອງ, ຄະດີຄ້າງຈໍານວນ 243 ເລື່ອງ, ຄະດີເຂົ້າໃໝ່ ຈໍານວນ 71 ເລື່ອງ, ຄະດີປະຕິບັດສໍາເລັດ 5 ເລື່ອງ, ພວມຈະປະຕິບັດ 309 ເລື່ອງ. ໃນນີ້, ມີຄະດີທີ່ບໍສາມາດປະຕິບັດໄດ້ 2 ເລື່ອງ, ຄະດີໂຈະການຈັດຕັ້ງປະຕິບັດ 35 ເລື່ອງ. ນອກນີ້, ໄດ້ປະຕິບັດຄ່າເສຍຫາຍທາງແພ່ງ ພາຍໃນ 6 ເດືອນຜ່ານມາໄດ້ 43 ລ້ານກີບ, ຄ້າງມາ 33,500,000 ກີບ, ລວມທັງໝົດ 76,500,000 ກີບ, ມອບໃຫ້ຄູ່ຄວາມແລ້ວ 43,000,000 ກີບ, ຄ້າງມາ 33,500,000ກີບ, ປະຕິບັດຄ່າປັບໃໝທັງໝົດພາຍໃນ 6 ເດືອນ ຈໍານວນ 43,450,000 ກີບ. ນອກນີ້, ຄະດີແພ່ງລວມທັງໝົດມີ 56 ເລື່ອງ, ຄະດີຄ້າງມາຈໍານວນ 36 ເລື່ອງ, ຄະດີເຂົ້າໃໝ່ຈໍານວນ 20 ເລື່ອງ, ຄະດີປະຕິບັດສໍາເລັດ 1 ເລື່ອງ, ຄະດີພວມຈັດຕັ້ງປະຕິບັດ 55 ເລື່ອງ. ນອກນີ້, ປະຕິບັດໄດ້ຄ່າອາກອນລັດ 2%, ຄ່າທໍານຽມສານ, ຄ່າຂໍອຸທອນ ແລະ ຂໍລົບລ້າງພາຍໃນ 6 ເດືອນໄດ້ຈໍານວນ 10,695,000ກີບ. ນອກນັ້ນ, ຍັງໄດ້ເກັບກໍາສະຖິຕິຜູ້ຖືກຫາ ທັງໝົດ 172 ຄົນ ຍິງ 23 ຄົນ, ຜູ້ຖືກຫາຄົນຕ່າງປະເທດ 1 ຄົນ, ນັກໂທດທັງໝົດ 186 ຄົນ ຍິງ 24 ຄົນ, ນັກໂທດຄົນຕ່າງປະເທດ 1 ຄົນ, ຜູ້ຝາກດັດສ້າງ ທັງໝົດ 55 ຄົນ ຍິງ 1 ຄົນ. ໃນນີ້, ຜູ້ຝາກດັດສ້າງປ່ອຍຕົວ 13 ຄົນ ຍິງ 1 ຄົນ ພ້ອມນີ້ວຽກງານດ້ານອື່ນໆ ກໍສາມາດຈັດຕັ້ງປະຕິບັດສໍາເລັດຕາມຄາດໝາຍ. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນຂຶ້ນ ປະກອບຄໍາຄິດ-ຄໍາເຫັນ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ທັງນີ້ ກໍເພື່ອພ້ອມກັນແກ້ໄຂໜ້າວຽກທີ່ເຫັນວ່າຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງ ເພື່ອຈະໄດ້ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.

(ພາບ-ຂ່າວ: ນາງ ຕູດ ຄໍາພໍໃຈ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ