ອົງການໄອຍະການປະຊາຊົນແຂວງໄຊຍະບູລີເອົາໃຈໃສ່ຄົ້ນຄວ້າແກ້ໄຂຄໍາຮ້ອງທຸກຂອງພົນລະເມືອງ

ອົງການໄອຍະການປະຊາຊົນແຂວງໄຊຍະບູລີເອົາໃຈໃສ່ຄົ້ນຄວ້າແກ້ໄຂຄໍາຮ້ອງທຸກຂອງພົນລະເມືອງ
ທ່ານ ພຸດທະວົງ ບົວລະພາ ຫົວໜ້າກົມຕິດຕາມກວດກາທົ່ວໄປອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ເຮັດວຽກຢູ່ອົງການໄອຍະການປະຊາຊົນແຂວງໄຊຍະບູລີ ໃນວັນທີ 13 ທັນວາ ນີ້.
ໃນໂອກາດດັ່ງກ່າວ    ທ່ານ ສົມເພັດ ຫຼຽນທອງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາປີ 2023 ອົງການໄອຍະການປະຊາຊົນແຂວງປະກອບມີອົງການໄອຍະການ 3 ເຂດ ມີພະນັກງານ-ລັດຖະກອນທັງໝົດ 77 ທ່ານ ຍິງ 27 ທ່ານ ໃນນີ້ ຢູ່ອົງການໄອຍະການປະຊາຊົນແຂວງ 30 ທ່ານ ຍິງ 10 ທ່ານ,ອົງການໄອຍະການປະຊາຊົນເຂດ I  ມີ 14 ທ່ານ ຍິງ 4 ທ່ານ, ເຂດ II ມີ 18 ທ່ານ ຍິງ 6 ທ່ານ, ເຂດ III ມີ 15 ທ່ານ ຍິງ 7 ທ່ານ.ຕະຫຼອດໄລຍະ 1 ປີ ຜ່ານມາ ໄດ້ເອົາໃຈໃສ່ຄົ້ນຄວ້າແກ້ໄຂຄໍາຮ້ອງທຸກຮ້ອງຂໍຄວາມເປັນທໍາຂອງພົນລະເມືອງ, ການຈັດຕັ້ງຕ່າງໆ ຊຶ່ງຜ່ານມາໄດ້ຮັບຄໍາຮ້ອງທັງໝົດ 9 ສະບັບ ໄດ້ຄົ້ນຄວ້າແກ້ໄຂແລ້ວ 7 ສະບັບ ເທົ່າກັບ 77,77% (ໃນນີ້ເປັນຄໍາຮ້ອງຢູ່ບັນດາອົງການໄອຍະການປະຊາຊົນເຂດ 8 ສະບັບ ແກ້ໄຂແລ້ວ 6 ສະບັບ ພວມສືບຕໍ່ແກ້ໄຂ 2 ສະບັບ) ເອົາໃຈໃສ່ເກັບກໍາສະຖິຕິການກໍ່ອາຊະຍາກໍາໃນທົ່ວແຂວງ ຊຶ່ງມີອາຊະຍາກໍາທີ່ເກີດຂຶ້ນທັງໝົດທົ່ວແຂວງມີ 502 ເລື່ອງ. ໃນນີ້ ອາຊະຍາກໍາທີ່ເກີດຂຶ້ນຫຼາຍກວ່າໝູ່ແມ່ນ ອາຊະຍາກໍາກ່ຽວກັບຢາເສບຕິດ ມີ 383 ເລື່ອງ ກວມເອົາ 76% ຂອງອາຊະຍາກໍາທີ່ເກີດຂຶ້ນທັງໝົດ ອາຊະຍາກໍາທີ່ກ່ຽວກັບກໍາມະສິດ ມີ 44 ເລື່ອງ, ອາຊະຍາກໍາທີ່ຜິດຕໍ່ສາຍພົວພັນຜົວ-ເມຍ, ຄອບຄົວ ແລະ ຮີດຄອງປະເພນີ ມີ 31 ເລື່ອງ (ໃນນີ້ອາຊະຍາກໍາທີ່ເກີດຂຶ້ນຢູ່ບັນດາເຂດທັງໝົດ 158 ເລື່ອງ) ໄດ້ຮັບສໍານວນຄະດີອາຍາຈາກອົງການສືບສວນສອບສວນເຂົ້າມາໃໝ່ 757 ເລື່ອງ, ຄະດີອາຍາຄ້າງມາຈາກປີ 2022 ມີ 8 ເລື່ອງ ລວມທັງໝົດມີ 583 ເລື່ອງ ໄດ້ຄົ້ນຄວ້າແກ້ໄຂແລ້ວ 525 ເລື່ອງ ເທົ່າກັບ 90,5% ໃນນີ້ ແກ້ໄຂດ້ວຍວິທີສົ່ງຄືນເຈົ້າໜ້າທີ່ເພື່ອດໍາເນີນຄະດີສອບສວນສືບສວນ ເພີ່ມເຕີມ 40 ເລື່ອງ ຖະແຫຼງສັ່ງຟ້ອງສົ່ງໃຫ້ສານ 471 ເລື່ອງ, ຊັດມ້ຽນຄະດີມີ 14 ເລື່ອງ ເທົ່າກັບ 2,66% ແລະ ຄະດີຂັ້ນອຸທອນມີ 3 ເລື່ອງ ແກ້ໄຂແລ້ວ 3 ເລື່ອງ ໄດ້ຮັບສໍານວນຄະດີແພ່ງຈາກສານທັງໝົດ 56 ເລື່ອງ ຄົ້ນຄວ້າຖະແຫຼງສົ່ງສານແລ້ວ 51 ເລື່ອງ ເທົ່າກັບ 91,7% ແລະ ຄະດີແພ່ງຂັ້ນອຸທອນມີ 6 ເລື່ອງ ແກ້ໄຂແລ້ວ 6 ເລື່ອງ.
    ທ່ານ ພຸດທະວົງ ບົວລະພາ ໄດ້ຮຽກຮ້ອງ ໃຫ້ຫົວໜ້າ, ເລຂາພັກ, ຄະນະພັກ,ພະນັກງານ-ລັດຖະກອນ ອົງການໄອຍະການປະຊາຊົນແຂວງ, ເຂດ ຈົ່ງພ້ອມກັນສືບຕໍ່ເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານຂອງຕົນຮັບຜິດຊອບ ໃຫ້ໄດ້ຮັບຜົນສຳເລັດ ແລະ ເປັນທີ່ເພິ່ງຂອງປະຊາຊົນຢ່າງແທ້ຈິງ.
ຂ່າວ-ພາບ: ຄໍາໝັ້ນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ