ພິທີຮ່ວມລົງນາມໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 28 ພຶດສະພາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ. ຕາງໜ້າຝ່າຍ ສຣັດເຊຍ ນໍາໂດຍ ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນ ຣັດເຊຍ ແລະ ຕາງໜ້າຝ່າຍ ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີພະນັກງານຂັ້ນສູງຂອງສອງຝ່າຍເຂົ້າຮ່ວມ.
ກິດຈະກໍາຮ່ວມມືນໍາກັນ ປີ 2025. ມີ 1. ກອງປະຊຸມໂຕະມົນ ໃນຫົວຂໍ້ “ໂຄງຮ່າງການຈັດຕັ້ງໜ້າທີ່ ແລະ ການຈັດກິດຈະກໍາຂອງອົງການໄອຍະການສູງສຸດແຫ່ງສະຫະພັນຣັດເຊຍ ແລະ ອົງການໄອຍະການປະຊາຊົນສູງສຸດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ການສະເໜີກ່ຽວກັບການນໍາໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນວຽກງານຂອງອົງການໄອຍະການ, ຄວາມເປັນໄປໄດ້ໃນການນໍາໃຊ້ ປັນຍາປະດິດ ໃນການສັ່ງຟ້ອງວຽກງານໄອຍະການ”(ສະຫະພັນຣັດເຊຍ); 2. ປີ 2026 ກອງປະຊຸມຜູ້ຊ່ຽວຊານ ໃນຫົວຂໍ້ “ການປົກປ້ອງສິດທິຂອງເດັກ, ມາດຕະການຕ້ານອາຊະຍາກໍາຕໍ່ເດັກ” (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ); 3. ປີ 2025-2026 ການເຂົ້າຮ່ວມຂອງຜູ້ຕາງໜ້າ ອົງການໄອຍະການສູງສຸດ ແຫ່ງ ສະຫະພັນ ຣັດເຊຍ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງໜ້ອຍ 1 ຄັ້ງຕໍ່ປີ (ຕາມການຕົກລົງ) ໃນກິດຈະກໍາຝຶກອົບຮົມ (ການບັນຍາຍ) ທີ່ຈັດຂຶ້ນສໍາລັບພະນັກງານໄອຍະການ ແຫ່ງ ສະຫະພັນ ຣັດເຊຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; 4. ການແລກປ່ຽນ ເອກະສານ ທາງດ້ານວິຊາການ ແລະ ວິທະຍາສາດ, ກໍຄືເອກະສານ ກ່ຽວກັບວຽກງານຕົ້ນຕໍຂອງ ອົງການໄອຍະການ ແຫ່ງ ສະຫະພັນ ຣັດເຊຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂ່າວ: ວົງເດືອນ - ພາບ: ແສງພະຈັນ
ຄໍາເຫັນ