ອົງການອະນາໄມໂລກ (WHO)ໄດ້ຮັບຮອງການນໍາໃຊ້ວັກຊິນ

ອົງການອະນາໄມໂລກ ອະນຸມັດນໍາໃຊ້ວັກຊິນປ້ອງກັນພະຍາດໝາກສຸກລີງ

ອົງການອະນາໄມໂລກ ອະນຸມັດນໍາໃຊ້ວັກຊິນປ້ອງກັນພະຍາດໝາກສຸກລີງ
ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO)ໄດ້ຮັບຮອງການນໍາໃຊ້ວັກຊິນ “ຈີນນີໂອສ” ເພື່ອປ້ອງກັນພະຍາດໝາກສຸກລີງ ກັບຜູ້ທີ່ມີອາຍຸ 12-17 ປີ.

ອົງການອະນາໄມໂລກ (WHO) ອອກຖະແຫຼງການເລື່ອງການອະນຸມັດຄຸນສົມບັດເບື້ອງຕົ້ນຂອງວັັນຊີນ “ຈີນນີໂອສ”ທີ່ຜະລິດໂດຍບໍລິສັດບາຣວາຣຽນ ນໍດິກເພື່ອສ້າງພູມຄຸ້ມກັນໃຫ້ກັບຜູ້ທີ່ມີອາຍຸ 12-17 ປີຈາກພະຍາດໝາກສຸກລີງ.

ປັດຈຸບັນ, ວັັນຊີນຈີນນີໂອສ ຫຼື Imvanexຊຶ່ງມີຄຸນສົມບັດສາມາດສ້າງພູມຕ້ານທານຕໍ່ພະຍາດໝາກສຸກລີງ ຫຼື Mpox ໄດ້ໃນລະດັບໜຶ່ງ ແລະ ເປັນວັກຊິນພຽງໂຕດຽວໃນເວລານີ້ ທີ່ WHOຮັບຮອງໃຫ້ໃຊ້ງານ ເພື່ອປ້ອງກັນພະຍາດໝາກສຸກລີງ ທີ່ອາຟຣິກກາກຳລັງປະເຊີນກັບການແຜ່ລະບາດຮອບໃໝ່ໂດຍສະເພາະໃນ ສາທາລະນະລັດ ປະຊາທິປະໄຕ ກົງໂກຫຼືDR Congo ແລະ WHOປະກາດພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ ໃນເດືອນສິງຫາຜ່ານມາ ຊຶ່ງເປັນຄັ້ງທີສອງ ພາຍໃນໄລຍະເວລາພຽງ 2 ປີ ຕໍ່ຈາກການປະກາດລະຫວ່າງປີ 2022-2023.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນເດຍ ເຕືອນໄພຄື້ນຄວາມຮ້ອນລະດັບສີແດງ

ອິນເດຍ ເຕືອນໄພຄື້ນຄວາມຮ້ອນລະດັບສີແດງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມິຖຸນາ ນີ້ວ່າ: ອິນເດຍ ປະກາດເຕືອນໄພລະດັບ “ສີແດງ” ເພື່ອຮັບມືກັບຄື້ນຄວາມຮ້ອນຮຸ່ນແຮງ ແລະ ດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ, ໃນຂະນະດຽວກັນຄຸນນະພາບອາກາດຢູ່ໃນລະດັບ “ບໍ່ດີ” ດັດຊະນີຄຸນນະພາບອາກາດ ຢູ່ທີ່ 245 ຊຶ່ງສູງເກີນມາດຕະຖານ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ.
ອິນໂດເນເຊຍ ວາງຄາດໝາຍລຶບລ້າງຄວາມທຸກຍາກ ສຳເລັດພາຍໃນປີ 2026

ອິນໂດເນເຊຍ ວາງຄາດໝາຍລຶບລ້າງຄວາມທຸກຍາກ ສຳເລັດພາຍໃນປີ 2026

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ອັດມັດ ມໍລານີ ເຈົ້າໜ້າທີ່ພິເສດຂອງລັດຖະມົນຕີປະສານງານການສ້າງຄວາມເຂັ້ມແຂງຊຸມຊົນຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານອິນໂດເນເຊຍ ເຊື່ອໝັ້ນວ່າຄວາມພະຍາຍາມຫຼຸດຜ່ອນຄວາມທຸກຍາກຈະປະສົບຜົນສໍາເລັດ ແລະ ຈໍານວນປະຊາກອນທີ່ທຸກຍາກຈະຖືກລຶບລ້າງຊ້າສຸດພາຍໃນປີ 2026.
BOJ ເລັ່ງພັດທະນາລະບົບຊໍາລະເງິນດີຈີຕອນ

BOJ ເລັ່ງພັດທະນາລະບົບຊໍາລະເງິນດີຈີຕອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມິຖຸນາ ຜ່ານມາວ່າ: ເຖິງວ່າ ຍີ່ປຸ່ນ ຍັງມີການນຳໃຊ້ທະນະບັດໃນລະດັບສູງ, ແຕ່ ທະນາຄານກາງຍີ່ປຸ່ນ (BOJ) ຄາດຄະເນວ່າທ່າອ່ຽງການນຳໃຊ້ທະນະບັດອາດຈະຫຼຸດລົງຢ່າງຫຼວງຫຼາຍໃນອະນາຄົດ ເນື່ອງຈາກການຂະຫຍາຍຕົວຂອງ ດີຈີຕອນ ຢ່າງວ່ອງໄວ ຊຶ່ງການປ່ຽນແປງນີ້ໄດ້ກະຕຸ້ນໃຫ້ BOJ ເລັ່ງການວາງແຜນ ແລະ ການພັດທະນາລະບົບການຊຳລະເງິນທີ່ທັນສະໄໝ ແລະ ພ້ອມຮອງຮັບສະພາບສັງຄົມໃໝ່.
ມີຫຼາຍກວ່າ 30.000 ຄົນ ສະເໝີຊື່ເຂົ້າຮ່ວມງານວາງສະແດງເສດຖະກິດການຄ້າຈີນ-ອາຟຣິກາຄັ້ງທີ 4

ມີຫຼາຍກວ່າ 30.000 ຄົນ ສະເໝີຊື່ເຂົ້າຮ່ວມງານວາງສະແດງເສດຖະກິດການຄ້າຈີນ-ອາຟຣິກາຄັ້ງທີ 4

ຂ່າວສານຊີອາໄອລາຍງານ ໃນວັນທີ 12 ມິຖຸນາ ຜ່ານມາວ່າ: ງານວາງສະແດງເສດຖະກິດການຄ້າລະຫວ່າງຈີນ-ອາຟຣິກາ ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນສາງຊ່າ ແຂວງຫູໜານ ຂອງຈີນ ໃນລະຫວ່າງວັນທີ 12-15 ມິຖຸນານີ້. ປັດຈຸບັນ ມີຫຼາຍກວ່າ 30.000 ຄົນ ຈາກ 53 ປະເທດໃນອາຟຣິກາ, 11 ອົງການຈັດຕັ້ງສາກົນ, 4.700 ກວ່າວິສາຫະກິດ ພ້ອມດ້ວຍສະມາຄົມການຄ້າ, ສະຖາບັນການເງິນ ແລະ ອື່ນໆ ຂອງຈີນ ແລະ ອາຟຣິກາ ໄດ້ສະເໝີຊື່ເຂົ້າຮ່ວມງານວາງສະແດງຄັ້ງນີ້ແລ້ວ.
ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດກອງປະຊຸມມະຫາສະໝຸດສະຫະປະຊາຊາດ ຄັ້ງທີ 3 ທີ່ຈັດຂຶ້ນຢູ່ ປະເທດຝຣັ່ງ, ໃນວັນທີ 11 ມິຖຸນາ ຜ່ານມາ ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມກ່ຽວກັບການຄຸ້ມຄອງອາຊີບການປະມົງແບບຍືນຍົງ; ໃນນັ້ນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພັດທະນາອາຊີບຫາປາແບບຍືນຍົງ, ສືບຕໍ່ຜັນຂະຫຍາຍບັນດາລາຍການໜູນຊ່ວຍຊາວປະມົງ, ເພີ່ມທະວີການຄຸ້ມຄອງອາຊີບຫາປາ ແລະ ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU).
ບໍລິສັດ Gotion, Inc ຜູ້ນຳລະດັບໂລກໃນດ້ານເຕັກໂນໂລຊີແບັດເຕີຣີ ແລະ ການແກ້ໄຂດ້ານພະລັງງານ

ບໍລິສັດ Gotion, Inc ຜູ້ນຳລະດັບໂລກໃນດ້ານເຕັກໂນໂລຊີແບັດເຕີຣີ ແລະ ການແກ້ໄຂດ້ານພະລັງງານ

ບໍລິສັດ Gotion, Inc. ຫຼື ເປັນທີ່ຮູ້ຈັກກັນໃນນາມ Gotion High-tech ເປັນຜູ້ນຳລະດັບໂລກໃນດ້ານເຕັກໂນໂລຊີແບັດເຕີຣີ ແລະ ການແກ້ໄຂດ້ານພະລັງງານທົດແທນ. ບໍລິສັດ Gotion, Inc ເປັນຊ່ຽວຊານໃນການຄົ້ນຄວ້າ, ພັດທະນາ ແລະ ການຜະລິດແບັດເຕີຣີ lithium-ion, ສຳລັບ ລົດໄຟຟ້າ (EVs) ໂດຍສະເພາະລະບົບການເກັບພະລັງງານ (ESS) ແລະ ການນຳໃຊ້ເຕັກໂນໂລຊີຂັ້ນສູງອື່ນໆ.
ການ​ອະ​ນຸ​ລັກ​ຮັກ​ສາ​ພູ​ຂຽວ​ນ້ຳ​ໃສ​ຄື “ສິ່ງ​ສຳ​ຄັນ​ຂອງ​ຊາດ”

ການ​ອະ​ນຸ​ລັກ​ຮັກ​ສາ​ພູ​ຂຽວ​ນ້ຳ​ໃສ​ຄື “ສິ່ງ​ສຳ​ຄັນ​ຂອງ​ຊາດ”

ຕົ້ນ​ປີ 2025 ນີ້, ຄຳ​ສັ່ງ​ເກືອດ​ຫ້າມ​ທີ່​ກ່ຽວ​ຂ້ອງ​ກັບສາຍ​ພູ​ສິນຫຼິ້ງ​ ສະ​ບັບ​ໜຶ່ງໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ຊາວ​ເນັດ​ຈີນ​ຫຼາຍ​ຈົນ​ນັບ​ບໍ່​ຖ້ວນ ຊຶ່ງຄຳ​ສັ່ງ​ດັ່ງ​ກ່າວ​ໄດ້​ລະ​ບຸວ່າ: ນັບ​ແຕ່​ມື້​​ເກີດ​ຜົນ​ບັງ​ຄັບ​ໃຊ້​ເປັນ​ຕົ້ນໄປ,​​ ຢຸດ​ຕິການ​ຈັດ​ກິດ​ຈະ​ກຳ​ຂ້າມ​ຜ່ານ ​ແລະ ​ປີນ​ພູ​ຢູ່​ເຂດສະ​ຫງວນ​ທຳ​ມະ​ຊາດ​ສາຍ​ພູ​ສິນ​ຫຼິ້ງ​ໃນ​ທັນ​ທີ.
ຊາວນູແວນເຊລັງ ເຂົ້າສູ່ຕະຫຼາດແຮງງານໄວຂຶ້ນ ແລະ ບຳນານຊ້າລົງ

ຊາວນູແວນເຊລັງ ເຂົ້າສູ່ຕະຫຼາດແຮງງານໄວຂຶ້ນ ແລະ ບຳນານຊ້າລົງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ມິຖຸນາ ຜ່ານມາວ່າ: ສຳນັກງານສະຖິຕິແຫ່ງຊາດນູແວນເຊລັງ ໄດ້ເປີດເຜີຍບົດລາຍງານການສຳຫຼວດສໍາມະໂນຄົວສະບັບຫຼ້າສຸດ ຊຶ່ງລະບຸວ່າ: ໄວໜຸ່ມນູແວນເຊລັງ ກໍາລັງເຂົ້າສູ່ຕະຫຼາດແຮງງານຫຼາຍຂຶ້ນ, ໃນຂະນະທີ່ຜູ້ອາຍຸສູງສືບຕໍ່ເຮັດວຽກຫຼາຍຂຶ້ນ.
ທະນາຄານໂລກ ປັບຫຼຸດໂຕເລກການຄາດຄະເນການເຕີບໂຕເສດຖະກິດໂລກ

ທະນາຄານໂລກ ປັບຫຼຸດໂຕເລກການຄາດຄະເນການເຕີບໂຕເສດຖະກິດໂລກ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 10 ມິຖຸນາ ຜ່ານມານີ້, ທະນາຄານໂລກ ໄດ້ເຜີຍແຜ່ບົດລາຍງານ “ວິໄສທັດກ່ຽວກັບເສດຖະກິດໂລກ” ສະບັບຫຼ້າສຸດ ໂດຍໄດ້ປັບຫຼຸດໂຕເລກການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດໂລກປີ 2025 ໃຫ້ຢູ່ໃນລະດັບ 2.3% ຈາກທີ່ຄາດຄະເນໄວ້ 2.7% ໃນເດືອນມັງກອນ ຜ່ານມາ.
ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນ​ ໃນ 5 ​ເດືອນ​ທຳ​ອິດຂອງ​ປີ 2025 ບັນ​ລຸຫຼາຍກວ່າ 3,000 ຕື້ຢວນ

ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນ​ ໃນ 5 ​ເດືອນ​ທຳ​ອິດຂອງ​ປີ 2025 ບັນ​ລຸຫຼາຍກວ່າ 3,000 ຕື້ຢວນ

ຂ່າວສານຊີອາໄອລາຍງານ ໃນວັນທີ 11 ມິຖຸນາ ນີ້ວ່າ: ໂຕ​ເລກ​ສະ​ຖິ​ຕິ​ທີ່​ອົງ​ການ​ພາ​ສີຈີນ​ປະ​ກາດ​ໃນ​ວັນ​ທີ 9 ມິ​ຖຸ​ນາ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າໃນ 5 ເດືອນ​ທຳ​ອິດຂອງ​ປີ 2025, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-​ຂາ​ອອກ​ສິນ​ຄ້າ​ຈີນ​ບັນ​ລຸ​ເຖິງ 17,940 ຕື້ຢວນ, ເພີ່ມ​ຂຶ້ນ 2.5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ນັ້ນ, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ສິນ​ຄ້າ​ມີ​ເຖິງ 10,670 ຕື້ຢ​ວນ, ເພີ່ມ​ຂຶ້ນ 7.2% ແລະ ການ​ນຳ​ເຂົ້າ​ສິນ​ຄ້າ 7,270 ຕື້ຢວນ, ຫຼຸດ​ລົງ 3.8%.
ເພີ່ມເຕີມ