ຂ່າວລະບຸວ່າ: ປະເທດໃດໜຶ່ງຖ້າຢາກຖືກອົງການອະນາໄມໂລກປະກາດເປັນປະເທດທີ່ບໍ່ມີພະຍາດໝາກແດງໃຫຍ່ ປະເທດນັ້ນຕ້ອງບໍ່ມີກໍລະນີແຜ່ລະບາດຂອງເຊື້ອພະຍາດສາຍພັນດຽວກັນຢູ່ປະເທດຕົນເປັນເວລາ 12 ເດືອນຕິດຕໍ່ກັນ. ຕາມຂ່າວສານຣອຍເຕີຂອງອັງກິດລາຍງານວ່າ: ເດືອນກັນຍາປີກາຍນີ້, ອົງການອະນາໄມໂລກໄດ້ອີງໃສ່ໂຕເລກຂໍ້ມູນໃນປີ 2024 ແລ້ວຕັດສິນຍົກເລີກການຮັບຮອງ “ບໍ່ມີພະຍາດໝາກແດງໃຫຍ່” ຢູ່ປະເທດຈຳນວນໜຶ່ງ, ແຕ່ຫາກໍມາປະກາດໃນວັນທີ 26 ມັງກອນຜ່ານມານີ້ ຫຼັງຈາກໄດ້ຮັບຄວາມເຫັນດີຈາກປະເທດທີ່ກ່ຽວຂ້ອງທັງໝົດ.
ນອກຈາກອັງກິດແລ້ວ, ແອັດສະປາຍ, ໂອຕຣິສ, ອານເມນີ, ອາເຊັກໄບຊານ ແລະ ອຸດສະເບກິດສະຖານ ກໍຖືກຢືນຢັນວ່າ ໄດ້ເກີດການແຜ່ລະບາດພະຍາດໝາກແດງໃຫຍ່ຄືນໃໝ່, ດ້ວຍເຫດນີ້ຈຶ່ງສູນເສຍການຢືນຢັນຈາກອົງການອະນາໄມໂລກທີ່ປະກາດວ່າ ເປັນປະເທດທີ່ບໍ່ມີພະຍາດໝາກແດງໃຫຍ່.
ຄໍາເຫັນ