ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ອົງການດ່ານພາສີ ແລະ ປ້ອງກັນຊາຍແດນ ທີ່ຂຶ້ນກັບກະຊວງຄວາມໝັ້ນຄົງດິນແດນ ສະຫະລັດ ອາເມຣິກາ ໄດ້ເຜີຍແຜ່ໂຕເລກຕໍ່ສານການຄ້າສາກົນຂອງ ສະຫະລັດ ອາເມຣິກາ ວ່າ: ອົງການດ່ານພາສີ ສະຫະລັດ ອາເມຣິກາ ໄດ້ຄືນເງິນພາສີທີ່ຮຽກເກັບກ່ອນໜ້ານີ້ພາຍໃຕ້ “ກົດໝາຍວ່າດ້ວຍອຳນາດດ້ານເສດຖະກິດສຸກເສີນສາກົນ” ຂອງ ສະຫະລັດ ອາເມຣິກາໄປແລ້ວປະມານ 100 ຕື້ໂດລາ.
ນັບມາຮອດປັດຈຸບັນ, ຈຳນວນເງິນພາສີທີ່ໄດ້ຄືນແລ້ວມີປະມານ 60% ຂອງພາສີ 165 ຕື້ໂດລາ ທີ່ລັດຖະບານທຣຳໄດ້ຮຽກເກັບພາຍໃຕ້ກົດໝາຍດັ່ງກ່າວ.
ເດືອນກຸມພາ ຜ່ານມາ, ສານສູງສຸດ ສະຫະລັດ ອາເມຣິກາ ໄດ້ຕັດສິນວ່າ: “ກົດໝາຍວ່າດ້ວຍອຳນາດດ້ານເສດຖະກິດສຸກເສີນສາກົນ” ບໍ່ມອບອຳນາດໃຫ້ປະທານາທິບໍດີເກັບພາສີຂະໜາດໃຫຍ່.
ຄໍາເຫັນ