ອົງການກາແດງຫຼວງພະບາງສະເຫຼີມສະຫຼອງວັນກາແດງ ແລະຊີກວົງເດືອນແດງສາກົນ

ອົງການກາແດງຫຼວງພະບາງສະເຫຼີມສະຫຼອງວັນກາແດງ ແລະຊີກວົງເດືອນແດງສາກົນ
ວັນທີ8 ພຶດສະພາ 2024 ນີ້ ທີ່ຫ້ອງການ ອົງການກາແດງແຂວງຫຼວງພະບາງ ໄດ້ມີພິທີສະເຫຼີມສະຫຼອງ ວັນກາແດງ ແລະຊີກວົງເດືອນແດງສາກົນ ຄົບຮອບ 161 ປີ, ມີ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງຫຼວງພະບາງ ພະອາຈານ ຕ່າ ຕິດສະວັງໂສ ເຈົ້າອະທິການວັດພູຊ້າງຄຳໂພໄຊຊະນະ ນະຄອນ ຫຼວງພະບາງ, ພ້ອມດ້ວຍພະນັກງານອົງການກາແດງແຂວງ, ພະສົງ-ສາມະເນນ ແລະນັກຮຽ-ນັກສຶກສາ ເຂົ້າຮ່ວມ. ທ່ານ ວຽງສະຫວັນ ກະເສີມສຸກ ໄດ້ມີຄຳເຫັນກ່າວເປີດງານວ່າ: ສະຫະພັນກາແດງ ແລະຊີກວົງເດືອນແດງສາກົນ ແມ່ນເຄືອຂ່າຍ ມະນຸດສະທໍາທີ່ໃຫຍ່ທີ່ສຸດຂອງໂລກ ແລະໄດ້ມີຂະບວນການເຄື່ອນໄຫວຕາມ 7 ຫຼັກການພື້ນຖານຄື: ມະນຸດສະທໍາ, ເປັນກາງ, ທ່ຽງທໍາ, ເປັນເອກະລາດ, ສະໝັກໃຈ, ເປັນເອກະພາບ ແລະມີນ້ຳໃຈສາກົນ, ແນວຄວາມຄິດຕໍ່ກັບວັນກາແດງ ແລະຊີກວົງເດືອນແດງສາກົນ ໄດ້ລິເລີ່ມ ພາຍຫຼັງສົງຄາມໂລກ ຄັ້ງທີ I, ເຊີ່ງໄດ້ຍົກຂຶ້ນມາປຶກສາຫາລືກັນ ໃນກອງປະຊຸມໃຫຍ່ກາແດງສາກົນ ຄັ້ງທີ 14 ກ່ຽວກັບ “ ທຳນຽມປະຕິບັດ ທີ່ສາມາດຈັດຂຶ້ນໄດ້ທຸກໆປີ ໃນທົ່ວໂລກ,ເຊິ່ງຈະມີສ່ວນສະໜັບສະໜູນອັນສໍາຄັນຕໍ່ສັນຕິພາບ”. ໂດຍສືບເນື່ອງຈາກ ກອງປະຊຸມຄັ້ງນັ້ນ, ໃນທີ່ສຸດ ກໍໄດ້ເລືອກເອົາ ວັນຄົບຮອບ ວັນເກີດຂອງຜູ້ກໍ່ຕັ້ງຄະນະກໍາມະການກາແດງສາກົນ ຄື: ທ່ານ ອັງຣີ ດຸຍນັງ ເປັນວັນກາແດງ ແລະຊີກວົງເດືອນແດງສາກົນ ວັນທີ8 ພຶດສະພາ ປີນີ້ ໄດ້ໝູນວຽນມາຄົບຮອບ 161 ປີ ໂດຍມີການສະເຫຼີມສະຫຼອງພາຍໃຕ້ຫົວຂໍ້: “ຮັກສາຫຼັກມະນຸດສະທຳໃຫ້ຄົງຢູ່”. ສະເພາະອົງການກາແດງແຫ່ງຊາດລາວ ໄດ້ສ້າງຕັ້ງຂື້ນໃນວັນທີ່ 1 ມັງກອນ 1955 ທັງໄດ້ຮັບການພັດທະນາເປັນກ້າວໆມາ, ຈາກສູນກາງ ມາຮອດຂັ້ນແຂວງ,ສະເພາະອົງການກາແດງແຂວງຫຼວງພະບາງແລ້ວສ້າງຕັ້ງຂຶ້ນໃນວັນທີ12 ຕຸລາ 1993,ເປັນອົງການຈັດຕັ້ງທາງສັງຄົມ ທີ່ເຄື່ອນໄຫວວຽກງານມະນຸດສະທໍາຢ່າງເປັນເອກະລາດ ຢູ່ພາຍໃຕ້ລັດຖະທໍາມະນູນ, ກົດໝາຍ ແລະ 7 ຫຼັກການພື້ນຖານ ຂອງຂະບວນການກາງແດງ ແລະຊີກວົງເດືອນສາກົນ, ໃນນັ້ນ ໄດ້ປະຕິບັດ 9 ວຽກງານສໍາຄັນ ເຊັ່ນ: ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ, ການປຸກລະດົມຂົນຂວາຍການບໍລິຈາກເລືອດ ແລະສະໜອງເລືອດທີ່ປອດໄພ, ການສົ່ງເສີມສຸຂະພາບຂັ້ນຟື້ນຖານ, ການປະຖົມພະຍາບານ, ການກູ້ໄພສຸກເສີນ, ການໂຄສະນາຂົນຂວາຍແຫຼ່ງທຶນ, ການສ້າງສະມາຊິກ ແລະອາສາສະໝັກກາແດງ, ການສືບທາວຫາຍາດພີ່ນ້ອງ ແລະການພົວພັນ ແລະ ການຮ່ວມມືສາກົນ.
ກິດຈະກຳການສະເຫຼີມສະຫຼອງຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການບັນຍາຍທຳເລື່ອງການເຮັດບຸນດ້ວຍການບໍລິຈາກເລືອດ ຈາກ ພະອາຈານ ຕ່າ ຕິດສະວັງໂສ, ພ້ອມທັງຈັດຕັ້ງການຮັບບໍລິຈາກເລືອດແບບສະໝັກໃຈ ແລະປຸກລະດົມການຮັບບໍລິຈາກເຄື່ອງນຸ່ງຮົ່ມ, ເຂົ້າສານ-ອາຫານແຫ້ງ ແລະເງິນສົດ ເພື່ອຊ່ວຍເຫລືອສັງຄົມ, ພ້ອມທັງແຈກລາງວັນໃຫ້ກັບຜູ້ບໍລິຈາກເລືອດ ໂດຍມີຫຼາຍພາກສ່ວນເຂົ້າຮ່ວມກິດຈະກຳຢ່າງມ່ວນຊື່ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ