17 ປີແຫ່ງການເຈລະຈາກັບບັນດາສະມາຊິກຂອງອົງການການຄ້າໂລກ (WTO),

ອົງການການຄ້າໂລກ ຮັບຮອງເອົາສະມາຊິກທີ 165

ອົງການການຄ້າໂລກ ຮັບຮອງເອົາສະມາຊິກທີ 165
ຂ່າວສານຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ພາຍຫຼັງ 17 ປີແຫ່ງການເຈລະຈາກັບບັນດາສະມາຊິກຂອງອົງການການຄ້າໂລກ (WTO), ໂຄໂມໂຣສ ແມ່ນປະເທດເກາະ ຢູ່ ອາຟຣິກາ ໄດ້ກາຍເປັນສະມາຊິກທີ 165 ຂອງອົງການນີ້.

 

ຂ່າວລະບຸວ່າ: ກ່ອນໜ້ານັ້ນບັນດາສະມາຊິກໄດ້ອະນຸມັດການເຂົ້າເປັນສະມາຊິກ WTO ຂອງ ໂຄໂມໂຣສ ໃນເດືອນກຸມພາຂອງປີຜ່ານມາແລະ ທ່ານ ສຸລຕານ ຊູຊົວ ເອກອັກຄະລັດຖະທູດ ໂຄໂມໂຣສ ໄດ້ສະເໜີເອກະສານຍອມຮັບອະນຸສັນຍາການເຂົ້າເປັນສະມາຊິກ WTO ຂອງປະເທດນີ້ຕໍ່ທ່ານນາງ ເອັນໂກຊິ ໂອໂກນໂຢ ແອວວີລາ ຜູ້ອຳນວຍການໃຫຍ່ WTO ໃນກອງປະຊຸມໃຫຍ່ໃນວັນທີ 22 ກໍລະກົດ ຜ່ານມາ. ພາຍຫຼັງ 30 ວັນ, ໂຄໂມໂຣສ ໄດ້ກາຍເປັນສະມາຊິກຂອງ WTO ຢ່າງເປັນທາງການ. ພ້ອມກັນນັ້ນ, ໂຄໂມໂຣສ ຍັງໄດ້ຍື່ນເອກະສານຮັບຮູ້ຂໍ້ຕົກລົງກ່ຽວກັບການຊ່ວຍເຫຼືອອາຊີບຫາປາ ຊຶ່ງໄດ້ເຮັດໃຫ້ຈຳນວນປະເທດຮັບຮູ້ຂໍ້ຕົກລົງນີ້ມີ 82 ປະເທດ.

ທ່ານນາງ ເອັນໂກຊິ ໂອໂກນໂຢ ແອວວີລາ ຜູ້ອຳນວຍການໃຫຍ່ WTO ໃຫ້ຮູ້ວ່າ: ການເຄື່ອນໄຫວດັ່ງກ່າວຈະແມ່ນພາຫະນະເພື່ອຫັນເປັນທັນສະໄໝ, ຫັນເປັນເສດຖະກິດ ແລະ ເສີມສ້າງບັນດາວາລະການເຊື່ອມໂຍງພາກພື້ນຂອງ ໂຄໂມໂຣສ ໃນທະວີບອາຟຣິກາ.

ມາຮອດປັດຈຸບັນ ມີລັດຖະບານ 22 ປະເທດ, ໃນນັ້ນມີ8 ປະເທດອາຟຣິກາ ຍັງຄົງເຈລະຈາເພື່ອຂໍເຂົ້າເປັນສະມາຊິກ WTO.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP

ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີກັບບັນດາປະເທດມີເງື່ອນໄຂຄ້າຍຄືກັນດ້ານດິນຟ້າອາກາດ ເພື່ອພັດທະນາຜະລິດຕະພັນ OCOP ແລະ ພື້ນຖານກະສິກຳແບບຍືນຍົງ”. ນີ້ແມ່ນຄຳຢືນຢັນຂອງທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃນການຕ້ອນຮັບຄະນະຜູ້ແທນບັນດາລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງດ້ານກະສິກຳ ທີ່ເຂົ້າຮ່ວມເວທີປາໄສແລກປ່ຽນບົດຮຽນຂັ້ນສູງລະຫວ່າງບັນດາພາກພື້ນກ່ຽວກັບຮູບແບບແຕ່ລະຕາແສງມີຜະລິດຕະພັນໜຶ່ງ (OCOP), ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບອົງການອາຫານ ແລະ ການກະເສດ (FAO) ຈັດຂຶ້ນໃນວັນທີ 15 ກໍລະກົດ ຜ່ານມາ ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ.
ການຄ້າທົ່ວໂລກ ຂະຫຍາຍຕົວຫຼາຍກວ່າ 5% ໃນໄຕມາດທຳອິດ

ການຄ້າທົ່ວໂລກ ຂະຫຍາຍຕົວຫຼາຍກວ່າ 5% ໃນໄຕມາດທຳອິດ

ຂ່າວຕ່າງປະເທດລາຍງານ; ອົງການ​ການ​ຄ້າ​ໂລກ (WTO) ເປີດເຜີຍໃນວັນທີ 15 ກໍລະກົດ ຜ່ານມາວ່າ: ປະລິມານ​ການ​ຄ້າ​ທົ່ວ​ໂລກ​ຂະຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2025, ແຕ່​ຄາດວ່າອັດຕາການຂະຫຍາຍຕົວ​ດ້ານ​ການ​ຄ້າ​ໃນ​ປີ 2025 ຈະ​ຊ້າ​ລົງ​ຍ້ອນ​ຜົນ​ກະທົບ​ຈາກ​ອັດຕາ​ພາສີ.
ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຄິ່ງປີທຳອິດ 21.5 ລ້ານຄົນ

ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຄິ່ງປີທຳອິດ 21.5 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຍີ່ປຸ່ນ (JNTO) ເປີດເຜີຍຂໍ້ມູນໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຍີ່ປຸ່ນ ຕ້ອນຮັບນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຈຳນວນ 21.5 ລ້ານ​​ຄົນ​ໃນ​ເຄິ່ງປີ​ທຳ​ອິດ​ ຂອງ​ປີ 2025, ​ໂດຍ​ຄວາມ​ຕ້ອງການ​ການເດີນທາງ​ຍັງ​ຄົງ​ແຂງ​ແຮງ ​ເຖິງແມ່ນວ່າຢູ່​ນອກ​ລະດູ​ການທ່ອງທ່ຽວ.
ທ່ານ ຮຸນມາເນດ ສັ່ງປາບປາມກຸ່ມສໍ້ໂກງທາງອອນລາຍ

ທ່ານ ຮຸນມາເນດ ສັ່ງປາບປາມກຸ່ມສໍ້ໂກງທາງອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກໍລະກົດ ຜ່ານມານີ້ວ່າ: ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີກຳປູເຈຍ ໄດ້ລົງນາມໃນຄຳສັ່ງປາບປາມເຄືອຂ່າຍການສໍ້ໂກງທາງອອນລາຍທີ່ແຜ່ຂະຫຍາຍໄປທົ່ວປະເທດ ໂດຍເຕືອນວ່າ: ເຈົ້າໜ້າທີ່ທີ່ຂັດຂວາງການປາບປາມອາດຖືກໄລ່ອອກຈາກວຽກ.
6 ເດືອນ​ຕົ້ນ​ປີ​ນີ້ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ເພີ່ມ​ຂຶ້ນ 53.9%

6 ເດືອນ​ຕົ້ນ​ປີ​ນີ້ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ເພີ່ມ​ຂຶ້ນ 53.9%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 16 ກໍ​ລະ​ກົດ ຜ່ານມາ​, ກົມ​ຄຸ້ມ​ຄອງຄົນ​ເຂົ້າ​-ອອກ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ຈັດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ໂດຍ​ໃຫ້​ຮູ້​ວ່າ: ໃນ 6 ເດືອນ​ຕົ້ນ​ປີ​ນີ້, ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີຊາ​ສຳ​ລັບ​ກຸ່ມ​ນັກ​ທ່ອງ​ທ່ຽວ​ຈາກປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ທີ່​ຜ່ານດ່ານ​ຢູ່​ກິ່ງ​ແຂວ​ງ​ສິບ​ສອງ​ພັນ​ນາ ​ແຂວງ​ຢຸນ​ນານ​ ແລະ ​ເພີ່ມອິນ​ໂດ​ເນ​ເຊຍ​ເຂົ້າເປັນ​ປະ​ເທດ​ທີ່​​ສາ​ມາດ​​ນຳໃຊ້​ນະ​ໂຍ​ບາຍ​ຜ່ານ​ແດນຈີນ​ແບບ​​ຍົກ​ເວັ້ນ​ວີ​ຊາ​ພາຍ​ໃນ 240 ຊົ່ວ​ໂມງ.
ຫວຽດນາມ ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ຫວຽດນາມ ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກໍລະກົດ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກລະຫວ່າງລັດຖະບານກັບທ້ອງຖິ່ນ ກ່ຽວກັບແຜນການເຕີບໂຕເສດຖະກິດ ປີ 2025 ແລະ ບັນດາໜ້າທີ່, ມາດຕະການແກ້ໄຂ ເພື່ອປະຕິບັດເປົ້າໝາຍເຕີບໂຕປີ 2025. ກອງປະຊຸມໄດ້ຈັດຂຶ້ນໂດຍກົງຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ແລະ 3.300 ກວ່າຕາແສງ, ເຂດພິເສດໃນທົ່ວປະເທດ.
ຜູ້ຜະລິດກະແລັມ ກວ່າ 90% ກຽມຍົກເລີກການໃຊ້ສີປະສົມອາຫານສັງເຄາະ

ຜູ້ຜະລິດກະແລັມ ກວ່າ 90% ກຽມຍົກເລີກການໃຊ້ສີປະສົມອາຫານສັງເຄາະ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ກໍລະກົດ ຜ່ານມາວ່າ: ສະມາຄົມອາຫານ ​ແລະ ຜະລິດຕະພັນນົມ​ສາກົນ (IDFA) ​ແລະ ​ເຈົ້າ​ໜ້າ​ທີ່​ລັດຖະບານ​ສະຫະລັດ ອາເມຣິກາ ​ປະກາດຫວ່າງມໍ່ໆມານີ້ວ່າ: ຜູ້ຜະລິດ​ກະແລັມ 40 ກວ່າແຫ່ງ ​ຊຶ່ງກວມອັດຕາສ່ວນຫຼາຍກວ່າ 90% ຂອງຕະຫຼາດ ຈະ​ຍົກ​ເລີກການໃຊ້ສີປະສົມ​ອາຫານສັງເຄາະ ໃນຜະລິດຕະພັນພາຍໃນ​ປີ 2028, ຍົກ​ເວັ້ນ​ຜະລິດ​ຕະພັນ​ທີ່​ບໍ່​ມີ​ນົມ.
ທະນາຄານກາງອົສຕຣາລີ ສະເໜີຍົກເລີກເກັບຄ່າທຳນຽມການຊຳລະເງິນຜ່ານບັດ

ທະນາຄານກາງອົສຕຣາລີ ສະເໜີຍົກເລີກເກັບຄ່າທຳນຽມການຊຳລະເງິນຜ່ານບັດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ກໍລະກົດ ຜ່ານມາວ່າ: ທະນາຄານກາງອົສຕຣາລີ (RBA) ໄດ້ສະເໜີໃຫ້ຍົກເລີກການເກັບຄ່າທຳນຽມການຊຳລະເງິນຜ່ານບັດ ຊຶ່ງຖ້າຫາກຖືກຈັດຕັ້ງປະຕິບັດ ກໍຈະຊ່ວຍປະຢັດເງິນໄດ້ຫຼາຍກວ່າໜຶ່ງຕື້ໂດລາຕໍ່ປີ.
ການສົ່ງອອກຂອງອິນເດຍໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນ 23.53%

ການສົ່ງອອກຂອງອິນເດຍໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນ 23.53%

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກໍລະກົດນີ້ວ່າ: ກະຊວງ​ການ​ຄ້າ​ ແລະ ​ອຸດສາຫະກຳ​ອິນ​ເດຍ​ ເປີດເຜີຍ ວ່າ, ການ​ສົ່ງ​ອອກ​ໄປ​ ສະຫະລັດ ອາ​ເມ​ຣິ​ກາ ​ໄດ້​ເພີ່ມ​ຂຶ້ນ 23.53% ​ເປັນ 8.3 ຕື້​ໂດ​ລາ ​​ໃນ​ເດືອນ​ມິຖຸນາ ຜ່ານມາ, ​ໃນ​ຂະນະ​ທີ່​ການ​ນຳ​ເຂົ້າ​ຫຼຸດ​ລົງ 10.61% ​ເປັນ​ປະມານ 4 ຕື້​ໂດ​ລາ.
ອິນໂດເນເຊຍ ຈະນຳເຂົ້າງົວນົມ 1 ລ້ານໂຕ ໃນ 5 ປີຂ້າງໜ້າ

ອິນໂດເນເຊຍ ຈະນຳເຂົ້າງົວນົມ 1 ລ້ານໂຕ ໃນ 5 ປີຂ້າງໜ້າ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ຜ່ານມາ, ທ່ານ ອາກຸງ ຊູກັນດາ ຜູ້ອໍານວຍການໃຫຍ່ອົງການລ້ຽງສັດ ແລະ ສຸຂະພາບສັດ ຂອງກະຊວງກະສິກໍາອິນໂດເນເຊຍ ກ່າວວ່າ: ລັດຖະບານມີເປົ້າໝາຍທີ່ຈະເພິ່ງຕົນເອງທາງດ້ານການຜະລິດນົມ ໃນປີ 2029 ແລະ ວາງແຜນທີ່ຈະນໍາເຂົ້າງົວນົມ 1 ລ້ານໂຕໃນ 5 ປີຂ້າງໜ້າ.
ເພີ່ມເຕີມ