ອົງການກວດກາແຫ່ງລັດ ຈະເພີ່ມທະວີວຽກງານກວດກາໃຫ້ເລິກເຊິ່ງ

ອົງການກວດກາແຫ່ງລັດ ຈະເພີ່ມທະວີວຽກງານກວດກາໃຫ້ເລິກເຊິ່ງ

ອົງການກວດກາແຫ່ງລັດ ຈະເພີ່ມທະວີວຽກງານກວດກາໃຫ້ເລິກເຊິ່ງ
ວຽກງານກວດກາແມ່ນໜຶ່ງໃນກົນໄກສຳຄັນຂອງລັດ ໃນການຄໍ້າປະກັນຕໍ່ການນຳໃຊ້ສິດອຳນາດ ແລະ ຊັບພະຍາກອນຂອງຊາດເປັນໄປຢ່າງຖືກຕ້ອງ ໂປ່ງໃສ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ການກວດກາ ແມ່ນເສົາຄໍ້າຫຼັກ, ການກວດກາດີ ຈະເຮັດໃຫ້ກົດໝາຍມີຄວາມສັກສິດ, ມີຄວາມເຂັ້ມງວດ ແລະ ຈະບໍ່ໃຫ້ບຸກຄົນໃດຢູ່ ເໜືອກົດໝາຍ. ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 26 ມີນານີ້ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.

ທ່ານ ວັນໄຊ ພອງສະຫວັນ ໄດ້ຊີ້ແຈງກ່ຽວກັບບັນຫາໃນຕໍ່ໜ້າຢາກໃຫ້ເພີ່ມທະວີວຽກງານກວດກາປົກກະຕິ ແລະ ການກວດກາແຕ່ຫົວທີ ເປັນບັນຫາຕົ້ນຕໍຂອງວຽກງານກວດກາ. ວຽກງານກວດກາ ແມ່ນໜຶ່ງໃນກົນໄກສຳຄັນຂອງລັດ ໃນການຄໍ້າປະກັນຕໍ່ການນຳໃຊ້ສິດອຳນາດ ແລະ ຊັບພະຍາກອນຂອງຊາດເປັນໄປຢ່າງຖືກຕ້ອງ ໂປ່ງໃສ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ການກວດກາ ເພື່ອເປັນການປັບປຸງ ບໍ່ແມ່ນເພື່ອການລົງໂທດ ຫຼືໃຊ້ວິໃນຂອງພະນັກງານແຕ່ຢ່າງດຽວ, ການກວດກາ ແມ່ນເສົາຄໍ້າຫຼັກ, ການກວດກາດີຈະເຮັດໃຫ້ກົດໝາຍມີຄວາມສັກສິດ, ມີຄວາມເຂັ້ມງວດ ແລະ ຈະບໍ່ໃຫ້ບຸກຄົນໃດຢູ່ເໜືອກົດໝາຍ. ດັ່ງນັ້ນ, ໃນໄລຍະຜ່ານມາວຽກງານກວດກາ, ຄະນະພັກແຕ່ລະຂັ້ນນັບທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມພະຍາຍາມເອົາໃຈໃສ່ໃນການຊີ້ນໍາວຽກງານກວດກາ ເປັນຕົ້ນ ແມ່ນການກວດກາປົກກະຕິ, ກວດກາແຕ່ຫົວທີ ແຕ່ໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ເຫັນວ່າຍັງບໍ່ທັນໄດ້ເຮັດຢ່າງຕໍ່ເນື່ອງເປັນປົກກະຕິ ແລະ ບໍ່ທັນໄດ້ຮັບປະສິດທິພາບ ແລະ ປະສິດທິຜົນແທ້. ຕໍ່ບັນຫາດັ່ງກ່າວ ການນຳແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີໃນການຊີ້ນຳ-ນໍາພາຕົວຈິງ. ຜ່ານມາ, ພວກເຮົາເວົ້າວ່າວຽກງານກວດກາ ເປັນວຽກງານທີ່ມີຄວາມສຳຄັນ ເປັນວຽກງານຍຸດທະສາດ ແຕ່ໃນພາກປະຕິບັດ ໃນການຊີ້ນຳບັນຊາຕົວຈິງບໍ່ທັນໄດ້ສະແດງອອກຢ່າງເດັ່ນຊັດ ໃຫ້ສົມກັບເປັນວຽກງານຍຸດທະສາດ ເປັນວຽກງານຂອງພັກແທ້, ເມື່ອເປັນແນວນັ້ນ, ທາງອົງການກວດກາແຫ່ງລັດ ໄດ້ຄົ້ນຄວ້າຄຳແນະນຳເຖິງເລຂາຄະນະພັກກະຊວງ, ອົງການ, ເລຂາຄະນະພັກແຂວງ ຕ້ອງເພີ່ມທະວີວຽກງານກວດກາປົກກະຕິ, ກວດກາແຕ່ຫົວທີຂອງຄະນະພັກແຕ່ລະຂັ້ນ ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດ ມັນຍັງຄາຢູ່ຂອດນໍາພາການຈັດຕັ້ງປະຕິບັດຕົວຈິງ, ບັນດາທິດທາງ, ແຜນການວາງອອກຈະຢູ່ໃນຂົງເຂດໃດກໍຕາມ ແມ່ນມີຄວາມຖຶກຕ້ອງສອດຄ່ອງ ບໍ່ວ່າໃນຂົງເຂດໃດກໍຕາມ ແຕ່ຂອດການບັນຊາ ນໍາພາການປະຕິບັດຕົວຈິງ ເປັນບັນຫາໜຶ່ງທີ່ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ແທ້ໆ, ໃນຖານະເບື້ອງກວດກາ ຈະເອົາໃຈໃສ່ຊຸກຍູ້, ຕິດຕາມໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມັນດີກວ່າເກົ່າ.

ບັນຫາທີສອງ: ກ່ຽວກັບການຍົກສູງປະສິດທິພາບຂອງວຽກງານກວດກາ, ວຽກງານກວດກາໄດ້ເຮັດຫຼາຍ ແຕ່ປະສິດທິພາບບໍ່ສູງ. ສະນັ້ນ, ຈະເຮັດແນວໃດເພື່ອໃຫ້ວຽກງານກວດກາໃນຕໍ່ໜ້າຮັບປະກັນໃຫ້ມີປະສິດທິພາບ ປະສິດທິຜົນ, ຂໍສະເໜີບາງທັດສະນະດັ່ງນີ້: ອັນໜຶ່ງ ເບິ່ງຄືນລະບົບກົນໄກຂອງການກວດກາຂອງພວກເຮົາໃນຕໍ່ໜ້າ ພາຍຫຼັງທີ່ພວກເຮົາໄດ້ມີການປັບປຸງລະບົບການນໍາພາ-ການຄຸ້ມຄອງບໍລິຫານລັດຢູ່ຂັ້ນທ້ອງຖິ່ນ ເພື່ອໃຫ້ລະບົບການນຳພາບັນຊາແທດຕົວຈິງ, ເພີ່ມທະວີການສຶກສາອົບຮົມການປູກຈິດສຳນຶກໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານກວດກາ ໂດຍສະເພາະແມ່ນວຽກງານການຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງຍັງເປັນບັນຫາ ເນື່ອງຈາກວ່າການເຮັດຕົວຈິງຜ່ານມາບໍ່ທັນໄດ້ກວ້າງຂວາງແທ້ ບໍ່ທັນເລິກເຊິ່ງ ບໍ່ທັນເຖິງທຸກເປົ້າໝາຍ, ເພື່ອໃຫ້ເຂົ້າໃຈ ແລະ ເພື່ອຈະເຮັດແນວໃດໃຫ້ເຂົາເຈົ້າເຂົ້າໃຈເຖິງລະບຽບກົດໝາຍ ແລະ ໃຫ້ເຂົ້າໃຈເຖິງໄພອັນຕະລາຍຕໍ່ການສໍ້ລາດບັງຫຼວງ ເພື່ອບໍ່ຢາກໃຫ້ພະນັກງານເຮັດໃນສິ່ງທີ່ບໍ່ຖຶກຕ້ອງ ອັນນີ້ພວກເຮົາຕ້ອງໄດ້ປູກຈິດສຳນຶກແທ້. ຊຶ່ງຂ້າພະເຈົ້າຈະເຮັດເປັນໂຄງການໜຶ່ງ ເພື່ອສຶກສາອົບຮົມວຽກງານດັ່ງກ່າວ ແລະ ຈະນໍາເອົານິຕິກຳ ເປັນຕົ້ນ ກົດໝາຍຕ່າງໆ ທີ່ພົວພັນເຖິງວຽກງານດັ່ງກ່າວໄປເຜີຍແຜ່, ເຊື່ອມຊຶມແຕ່ລະເປົ້າໝາຍໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ແລະ ໃຫ້ເຂົາເຈົ້າມີສ່ວນຮ່ວມ.

ບັນຫາທີສາມ: ເພື່ອຢາກໃຫ້ວຽກງານກວດກາມີຄຸນນະພາບ ມັນແມ່ນຄວາມຈຳເປັນ ແມ່ນການຍົກສູງຄຸນນະພາບ, ຄັນຢາກໄປກວດກາຜູ້ອື່ນ ເຮົາຕ້ອງໄດ້ກວດກາໂຕເອງກ່ອນ ຊຶ່ງໃນຫຼັກການ, ໃນແນວທາງນະໂຍບາຍຂອງພັກແມ່ນຖຶກຕ້ອງ ເປັນຕົ້ນ ສ້າງຄວາມເປັນແບບຢ່າງນໍາໜ້າຂອງພະນັກງານນຳພາແຕ່ລະຂັ້ນ ກໍແມ່ນຂອງພະນັກງານກວດກາ ຈະຕ້ອງໄດ້ເອົາໃຈໃສ່ໃນການບຳລຸງຍົກລະດັບທັດສະນະທາງດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ-ຈັນຍາທຳໃຫ້ມີວິໃນແທ້ ບໍ່ໃຫ້ມີການສວຍໃຊ້ໜ້າທີ່ໃນທາງບໍ່ຖຶກຕ້ອງ, ຈະເອົາໃຈໃສ່ ແລະ ມີຄວາມພະຍາຍາມເຮັດໃຫ້ບັນຫາດັ່ງກ່າວ ເພື່ອໃຫ້ການກວດກາແຕ່ລະຂັ້ນມີຄວາມປອດໃສ, ພ້ອມທັງສ້າງວຽກງານວິຊາສະເພາະໃຫ້ກາຍເປັນຜູ້ທີ່ມີຄວາມຊໍານານງານໃຫ້ເປັນມືອາຊີບ. ຕໍ່ບັນຫາດັ່ງກ່າວສະເໜີໃຫ້ເລຂາພັກແຂວງເບິ່ງຄືນກົງຈັກການຈັດຕັ້ງ ວຽກງານກວດກາແຕ່ລະຂັ້ນທີ່ຊ່ວຍວຽກ ບໍ່ໃຫ້ມີສະພາບທີ່ວ່າ ການຊັບຊ້ອນພະ ນັກງານທີ່ມີບັນຫາໄປຢູ່ບ່ອນອື່ນ ຖ້າມີບັນຫາຕ້ອງໃຫ້ບ່ອນນັ້ນເປັນຜູ້ແກ້, ການຍົກຍ້າຍພະນັກງານທີ່ມີບັນຫາໄປຢູ່ບ່ອນອື່ນ ມັນບໍ່ແມ່ນການແກ້ໄຂບັນຫາ ມັນແມ່ນການຈະສ້າງບັນຫາຕື່ມ. ດັ່ງນັ້ນ, ຂໍໃຫ້ຄະນະພັກ, ອົງການປົກ ຄອງຊ່ວຍການຊັບຊ້ອນຈັດວາງໃຫ້ຖຶກຕ້ອງແທ້. ຂ່າວ: ພູວັນ; ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍ່ຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັງກ່າວ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”, ຂ້າພະເຈົ້າ ຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ໃນຕອນເຊົ້າວັນທີ 24 ພະຈິກນີ້ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນ 12 ລາວ, ທີ່ເດີ່ນພະທາດຫຼວງວຽງຈັນ ບັນດາການນໍາພັກ-ລັດ ໄດ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາ ຮ່ວມໃສ່ບາດຖວາຍສັງຄະທານ ແດ່ ພະສົງ-ສໍາມະເນນ, ຢູ່ດ້ານໃນກົມມະລຽນ, ໃຫ້ກຽດຮ່ວມພິທີໃສ່ບາດຄັ້ງນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ, ພະອາຈານໃຫຍ່ ເຫວດ ມະຫາເສໄນ ປະທານສູນກາງ ອພສ, ຄະນະປະທານ ອພສ 9 ເມືອງ, ມີບັນດາອະດີດການນໍາພັກ, ລັດ, ລັດຖະມົນຕີ/ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍານະຄອນ ຫຼວງວຽງຈັນ, ບັນດາເມືອງ-ຕາແສງອ້ອມຂ້າງ ນວ ພ້ອມດ້ວຍ ເຖົ້າແກ່ແນວໂຮມ, ພໍ່, ແມ່, ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ປວງຊົນລາວໃນທົ່ວປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ເພີ່ມເຕີມ