ອົງການກວດກາແຫ່ງລັດ ຈະສ້າງພະນັກງານໃຫ້ມີຄວາມເປັນມືອາຊີບ

ອົງການກວດກາແຫ່ງລັດ ຈະສ້າງພະນັກງານໃຫ້ມີຄວາມເປັນມືອາຊີບ

ອົງການກວດກາແຫ່ງລັດ ຈະສ້າງພະນັກງານໃຫ້ມີຄວາມເປັນມືອາຊີບ
ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນານີ້ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ. ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາແຫ່ງລັດ.
ທ່ານ ວັນໄຊ ພອງສະຫວັນ ກ່າວວ່າ: ໃນ 5 ປີ (2026-2030) ຕໍ່ໜ້າ ອົງການກວດກາແຫ່ງລັດຈະເພີ່ມທະວີການນໍາພາຂອງພັກ ທີ່ເຂັ້ມແຂງຕໍ່ວຽກງານກວດກາ, ຄະນະພັກ, ອົງການລັດທຸກຂັ້ນ ຕ້ອງເຫັນຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານກວດກາ ຖືເອົາວຽກງານກວດກາເພື່ອປ້ອງກັນ ແລະ ສະກັດກັ້ນການລະເມີດລະບຽບກົດໝາຍໃນການນໍາພາ ແລະ ການຄຸ້ມຄອງບໍລິຫານລັດ ທັງຮັບປະກັນການນໍາພາຂອງພັກທີ່ເຂັ້ມແຂງ ແລະ ການຄຸ້ມຄອງບໍລິຫານລັດໃຫ້ມີຄວາມໂປ່ງໃສ, ມີປະສິດທິພາບ ແລະ ມີຄວາມຍືນຍົງ ສ້າງຄວາມເຊື່ອໝັ້ນຂອງປະຊາຊົນ ແລະ ສັງຄົມຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິຫານຂອງອົງການລັດ, ຖືວຽກງານກວດກາແມ່ນໜຶ່ງໃນພາລະບົດບາດຂອງອົງການຄຸ້ມຄອງບໍລິຫານລັດ ທັງເປັນແບບແຜນເຮັດວຽກທີ່ຈໍາເປັນຂາດບໍ່ໄດ້ຂອງຜູ້ນໍາພາ ແລະ ຄຸ້ມຄອງບໍລິຫານລັດທຸກຂັ້ນ ຢູ່ແຕ່ລະບ່ອນຕ້ອງດໍາເນີນການຕິດຕາມ-ກວດກາຢ່າງເປັນລະບົບຕໍ່ເນື່ອງ ໂດຍເນັ້ນໃສ່ຂົງເຂດສໍາຄັນ ຂົງເຂດທີ່ມີຄວາມສ່ຽງ ເຊັ່ນ: ໂຄງການພັດທະນາຂອງລັດ, ການຄຸ້ມຄອງນໍາໃຊ້ຊັບສິນສາທາລະນະ, ການຄຸ້ມຄອງດ້ານການເງິນ ແລະ ການນໍາໃຊ້ງົບປະມານ, ປັບປຸງ ແລະ ພັດທະນາລະບົບກົດໝາຍ, ລະບຽບການ ແລະ ກົນໄກການກວດກາໃຫ້ຄົບຖ້ວນ, ທັນສະໄໝ ເພື່ອໃຫ້ການກວດກາດໍາເນີນໄປຕາມຫຼັກນິຕິທໍາ, ສ້າງ ແລະ ປັບປຸງນິຕິກຳໃຫ້ໄດ້ຢ່າງໜ້ອຍ 10 ສະບັບ, ໃນນັ້ນລວມທັງສ້າງໃໝ່ ແລະ ປັບ ປຸງນິຕິກຳເກົ່າທີ່ມີແລ້ວ, ເພີ່ມທະວີຄວາມໂປ່ງໃສ ແລະ ຕ້ານການສໍ້ລາດບັງຫຼວງທຸກຮູບແບບ ຢູ່ໃນກົງຈັກການຈັດຕັ້ງ ແລະ ພະນັກງານໃນທຸກຂັ້ນ, ປັບປຸງກົງຈັກການຈັດຕັ້ງ ແລະ ພັດທະນາວຽກງານກວດກາໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ທັນສະໄໝ, ມີປະສິດທິຜົນ, ບຳລຸງສ້າງພະນັກງານກວດກາໃຫ້ມີຄວາມຮູ້, ຄວາມຊໍານານດ້ານວິຊາການ ແລະ ຄວາມເປັນມືອາຊີບ.
ຄາດໝາຍສູ້ຊົນ: ຄາດໝາຍດ້ານການເສີມສ້າງລະບົບກວດກາ, ສືບຕໍ່ປັບປຸງ ແລະ ພັດທະນາກົນໄກການກວດກາໃຫ້ຄົບຖ້ວນ ແລະ ທັນສະໄໝ ໂດຍການປັບປຸງກົດໝາຍ, ລະບຽບ ແລະ ຂໍ້ກຳນົດຕ່າງໆ ໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ, ຄາດໝາຍດ້ານການຍົກສູງປະສິດທິຜົນຂອງວຽກງານກວດກາ, ການກວດກາໃຫ້ຄວບຄຸມໃນທຸກຂົງເຂດວຽກງານ, ການຄຸ້ມຄອງບໍລິຫານລັດທຸກຂັ້ນ, ຄາດໝາຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ, ຂໍ້ກໍານົດ, ລະບຽບການຕ່າງໆ ເພື່ອປູກຈິດສໍານຶກໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນເຂົ້າໃຈເຖິງຜົນຮ້າຍຂອງການສໍ້ລາດບັງຫຼວງ ແລະ ເຂົ້າຮ່ວມໃນຂະບວນການຕ້ານການສໍ້ລາດບັງຫຼວງໃຫ້ກວ້າງຂວາງ, ຄາດໝາຍດ້ານການພັດທະນາ ຄະນະກວດກາ ແລະ ພະນັກງານກວດກາ, ພັດທະນາວຽກງານກວດກາໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ທັນສະໄໝ ແລະ ມີປະສິດທິຜົນ, ຍົກລະດັບຄຸນນະພາບຂອງພະນັກງານກວດກາດ້ວຍການຝຶກອົບຮົມ, ພັດທະນາທັກສະວິຊາການ, ຄວາມເປັນມືອາຊີບ, ສືບຕໍ່ປັບປຸງ ແລະ ພັດທະນາກົນໄກການກວດກາໃຫ້ຄົບຖ້ວນ ແລະ ທັນສະໄໝ ໂດຍການປັບ ປຸງກົດໝາຍ, ລະບຽບ ແລະ ຂໍ້ກຳນົດຕ່າງໆ ໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ເພື່ອເຮັດໃຫ້ວຽກງານກວດກາ ເປັນກົນໄກສໍາຄັນໃນການຄຸ້ມຄອງລັດໃຫ້ໂປ່ງໃສມີປະສິດທິພາບ ປະສິດທິຜົນ.
(ຂ່າວ: ແສງຈັນ; ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍ່ຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັງກ່າວ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”, ຂ້າພະເຈົ້າ ຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ໃນຕອນເຊົ້າວັນທີ 24 ພະຈິກນີ້ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນ 12 ລາວ, ທີ່ເດີ່ນພະທາດຫຼວງວຽງຈັນ ບັນດາການນໍາພັກ-ລັດ ໄດ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາ ຮ່ວມໃສ່ບາດຖວາຍສັງຄະທານ ແດ່ ພະສົງ-ສໍາມະເນນ, ຢູ່ດ້ານໃນກົມມະລຽນ, ໃຫ້ກຽດຮ່ວມພິທີໃສ່ບາດຄັ້ງນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ, ພະອາຈານໃຫຍ່ ເຫວດ ມະຫາເສໄນ ປະທານສູນກາງ ອພສ, ຄະນະປະທານ ອພສ 9 ເມືອງ, ມີບັນດາອະດີດການນໍາພັກ, ລັດ, ລັດຖະມົນຕີ/ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍານະຄອນ ຫຼວງວຽງຈັນ, ບັນດາເມືອງ-ຕາແສງອ້ອມຂ້າງ ນວ ພ້ອມດ້ວຍ ເຖົ້າແກ່ແນວໂຮມ, ພໍ່, ແມ່, ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ປວງຊົນລາວໃນທົ່ວປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ເພີ່ມເຕີມ