ອົງການກວດສອບແຫ່ງລັດ ສະຫຼຸບຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ

ອົງການກວດສອບແຫ່ງລັດ ສະຫຼຸບຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ

ອົງການກວດສອບແຫ່ງລັດ ສະຫຼຸບຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ
ອົງການກວດສອບແຫ່ງລັດໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2024 ແລະ ເປີດຂໍ້ແຂ່ງຂັນພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ປະຈໍາປີ 2025 ຂຶ້ນໃນວັນທີ 12 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມຂອງອົງການກວດສອບແຫ່ງລັດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ປະທານອົງການກວດສອບແຫ່ງລັດ; ມີຄະນະນໍາອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ, ພ້ອມດ້ວຍພະນັກງານ-ລັດຖະກອນ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.

 

ກອງປະຊຸມໄດ້ຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃນໄລຍະ 1 ປີຜ່ານມາ, ພ້ອມທັງໄດ້ກໍານົດທິດທາງວຽກງານຈຸດສຸມໃນຕໍ່ໜ້າ; ພ້ອມນີ້, ຍັງໄດ້ຮັບຟັງການເຜີຍແຜ່ບາງເນື້ອໃນທີ່ສຳຄັນ ຂອງບົດສະຫຼຸບຕີລາຄາວຽກງານຈັດຕັ້ງ ແລະ ບົດຄຳເຫັນໂອ້ລົມຂອງຄະນະພັກຂັ້ນເທິງ ຕໍ່ການສະຫຼຸບຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈໍາປີ 2024, ເຜີຍແຜ່ ໂດຍ ສະຫາຍ ຕ້ອຍ ພົນທິລາດ ຄະນະປະຈໍາພັກ ປະທານຄະນະກວດກາພັກ ຮອງປະທານອົງການກວດສອບແຫ່ງລັດ.

ນອກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການມີຄໍາເຫັນເຈາະຈີ້ມຈາກ ສະຫາຍ ວຽງທະວີສອນ ເທບພະຈັນ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃນໄລຍະຜ່ານມາ ແລະ ການປະກອບຄໍາຄິດຄໍາເຫັນແລກປ່ຽນຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ແລະ ອົງການກວດສອບປະຈໍາພາກ ຕໍ່ວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຢູ່ໃນຂົງເຂດຕົນຮັບຜິດຊອບ. ພ້ອມນັ້ນ, ກອງປະຊຸມໄດ້ສະຫຼຸບຕີລາຄາຂະບວນການແຂ່ງຂັນ-ຍ້ອງຍໍຜົນງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ໄດ້ມອບໃບຍ້ອງຍໍໃຫ້ແກ່ພະນັກງານ-ນັກກວດສອບ ປະຈໍາປີ 2024 ຈໍານວນ 434 ທ່ານ (ຜູ້ທີ່ມີຜົນງານດີເດັ່ນ ຈໍານວນ 188 ທ່ານ, ຜົນງານດີ ຈໍານວນ 227 ທ່ານ ແລະ ຊົມເຊີຍ ຈໍານວນ 19 ທ່ານ) ແລະ ໄດ້ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2025 ຂອງພະນັກງານ-ນັກກວດສອບຂອງອົງການກວດສອບແຫ່ງລັດ ຂັ້ນສູນກາງແລະ ອົງການກວດສອບປະຈໍາພາກ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ວຽງທະວີສອນ ເທບພະຈັນ ຊຶ່ງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະ ວຽກງານກໍ່ສ້າງ-ບໍາລຸງພະນັກງານ, ການແຕ່ງຕັ້ງ-ສັບຊ້ອນ ແລະ ການປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານ-ລັດຖະກອນ ທົ່ວອົງການກວດສອບແຫ່ງລັດ; ສະຫາຍຍັງໄດ້ເນັ້ນໃຫ້ ບັນດາກົມກອງ ໂດຍສະເພາະ ໜ່ວຍພັກຮາກຖານ ອົງການກວດສອບແຫ່ງລັດຕ້ອງເອົາໃຈໃສ່ຢ່າງຕັ້ງໜ້າ ໃນບັນດາວຽກງານດັ່ງນີ້:

1. ສືບຕໍ່ເປັນເຈົ້າການເຮັດບົດບາດເປັນເສນາທິການໃຫ້ຄະນະພັກ, ຄະນະໜ່ວຍພັກອົງການກວດສອບແຫ່ງລັດ ຢ່າງແຂງແຮງ, ຢາກສຳເລັດບົດບາດໜ້າທີ່ດັ່ງກ່າວໄດ້ດີ, ກ່ອນອື່ນໝົດ ພວກເຮົາຕ້ອງຕັ້ງໜ້າຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນບັນດານິຕິກຳທີ່ກ່ຽວກັບວຽກພັກ-ພະນັກງານ ໃຫ້ໄດ້ດີ.

2. ເປັນເຈົ້າການສືບຕໍ່ຕິດຕາມ, ຊຸກຍູ້, ໃຫ້ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດບັນດານິຕິກຳໂດຍສະເພາະວຽກຈຸດສຸມທີ່ເປັນບຸລິມະສິດ, ຊ່ວຍຄະນະພັກ-ຄະນະນໍາ ໃນການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ.

3. ປະກອບສ່ວນເຂົ້າໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ-ພະນັກງານຢ່າງແຂງແຮງ.

4. ເອົາໃຈໃສ່ປັບປຸງລະບອບແບບແຜນເຮັດວຽກຂອງບັນດາໜ່ວຍພັກໃຫ້ຮັບປະກັນດ້ານຫຼັກການຂອງພັກ.

5. ພະນັກງານ ຮັບຜິດຊອບວຽກຈັດຕັ້ງຕ້ອງເປັນຜູ້ທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມປອດໃສ, ມີຫົວຄິດປະດິດສ້າງ, ມີໄຫວພິບ ແລະ ເປັນຜູ້ທີ່ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຕ້ອງມີທັດສະນະທີ່ຖືກຕ້ອງ ໂດຍສະເພາະແມ່ນການເບິ່ງບັນຫາ, ການຕີລາຄາບັນຫາພະນັກງານຢ່າງພາວະວິໄສ, ຮອບຄອບ, ເຫັນໄດ້ດ້ານຕັ້ງໜ້າ, ຫຍໍ້ທໍ້ ແລະ ທ່າຂະຫຍາຍຕົວຂອງພະນັກງານ, ສຳຄັນທີ່ສຸດ ທັດສະນະຂອງພະນັກງານຈັດຕັ້ງ ຕ້ອງມີຄວາມສັດຊື່, ທ່ຽງທຳ, ເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄະນະພັກ-ຄະນະນໍາ ແລະ ມະຫາຊົນ ຢ່າງກວ້າງຂວາງອີກດ້ວຍ.

(ຂ່າວ: ອົງການກວດສອບແຫ່ງລັດ, ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ