ອົງການອຸຍນີເຊັບ ຖືສຳຄັນວຽກງານສົ່ງເສີມສິດທິເດັກ ໃນ ສປປ ລາວ

ອົງການອຸຍນີເຊັບ ຖືສຳຄັນວຽກງານສົ່ງເສີມສິດທິເດັກ ໃນ ສປປ ລາວ
ໂດຍ: ວັນເພັງ
ອົງການອຸຍນີເຊັບ ປະຈຳ ລາວ ຖືສຳຄັນວຽກງານສົ່ງເສີມສິດທິເດັກ ໃນ ສປປ ລາວ ເນື່ອງໃນໂອກາດເປີດຂະບວນການສັກວັກຊິນໝາກແດງນ້ອຍ ແລະ ໝາກແດງໃຫຍ່ ແຫ່ງຊາດ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ທ່ານ ນາງເພຍ ເຣເບລໂລບຣິໂຕຜູ້ຕາງໜ້າອົງການອຸຍນີເຊັບປະຈຳລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ມາຮອດປັດຈຸບັນ ອົງການອຸຍນີເຊັບໄດ້ເຄື່ອນໄຫວເຮັດວຽກຢູ່ສປປ ລາວໄດ້ 50 ປີແລ້ວໂດຍເຮັດວຽກເພື່ອການສົ່ງເສີມວຽກງານສິດທິເດັກ, ເພື່ອສົ່ງເສີມການສຶກສາຂອງເດັກນ້ອຍແລະ ສຸຂະພາບການເປັນຢູ່ທີ່ດີຂອງແມ່ ແລະເດັກ ທາງອົງການອຸຍນີເຊັບພ້ອມຈະສືບຕໍ່ວຽກງານດັ່ງກ່າວໃຫ້ເກີດຂຶ້ນປະສົບຄວາມເປັນຈິງ ແລະ ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວໃຫ້ບັນລຸເປົ້າໝາຍພັດທະນາວາງໄວ້ໃນອະນາຄົດ.
ຜູ້ຕາງໜ້າອົງການອຸຍນີເຊັບປະຈຳລາວ ຍັງຢືນຢັນວ່າ: ໃນປັດຈຸບັນກໍຄືໃນອະນາຄົດອົງການອຸຍນີເຊັບພ້ອມທີ່ຈະຢູ່ຄຽງຄູ່ກັບລັດຖະບານ ແຫ່ງ ສປປລາວ ເພື່ອສະໜັບສະໜູນລັດຖະບານລາວ, ຊ່ວຍເຫຼືອເດັກນ້ອຍລາວ, ໃຫ້ມີປະສິດທິພາບ ແລະ ໃຫ້ບັນລຸເປົ້າໝາຍການພັດທະນາຂອງເດັກ ໃນອະນາຄົດ. ພ້ອມນັ້ນ, ເວົ້າເຖິງວຽກງານການປ່ຽນແປງດິນຟ້າອາກາດ ຕໍ່ການສຶກສາ ໂດຍກ່ຽວຂ້ອງກັບການພັດທະນາຈະເຮັດແນວໃດເຮັດໃຫ້ທຸກຄົນໄດ້ເຂົ້າເຖິງການຮຽນຮູ້, ເຂົ້າໃຈ ແລະ ແກ້ໄຂບັນຫາພ້ອມໆກັນ. ໃນນັ້ນ, ບັນຫາເລື່ອງຄວາມສະເໝີພາບຍິງ-ຊາຍໂດຍສະເພາະແມ່ນສິດທິເດັກຍິງ ແມ່ນສຳຄັນຫຼາຍທີ່ຕ້ອງໃຫ້ໂອກາດຢູ່ໃນປັດຈຸບັນ ກໍຄືໃນອະນາຄົດ ແລະ ສິ່ງສໍາຄັນທີ່ເປັນອັນຕະລາຍທີ່ສຸດ ໃນປັດຈຸບັນເລື່ອງໄພດີຈີຕອນ, ເຕັກໂນໂລຊີ, ສື່ອອນລາຍທີ່ເດັກນ້ອຍ ແລະ ຜູ້ປົກຄອງຈະຕ້ອງໄດ້ຮຽນຮູ້ ແລະນໍາໃຊ້ມັນໃຫ້ຖືກຕ້ອງ. ພ້ອມນັ້ນ, ບັນຫາເລື່ອງນໍ້າສະອາດ ອົງການອຸຍນີເຊັບ ກໍຢາກໃຫ້ທຸກຄົນໄດ້ເຂົ້າເຖິງນໍ້າສະອາດ ແລະ ສຸຂະພິບານ ພ້ອມບັນຫາການລ້ຽງດູຂອງພໍ່ແມ່ ກໍແມ່ນສຳຄັນທີ່ຕ້ອງໄດ້ເຂົ້າເຖິງຂໍ້ມູນຂ່າວສານ.
ເນື່ອງໃນໂອາກດວັນເດັກນ້ອຍສາກົນວັນທີ 1 ມິຖຸນາ 2024 ໃກ້ມາເຖິງນີ້ທ່ານ ນາງເພຍ ເຣເບລໂລບຣິໂຕ ຍັງໄດ້ກ່າວເຖິງເດັກນ້ອຍວ່າ:ເດັກນ້ອຍຄືອະນາຄົດຄືຄວາມຫວັງຂອງທົ່ວໂລກບໍ່ວ່າຈະເປັນເດັກນ້ອຍຢູ່ສປປ ລາວ ຫຼື ຢູ່ໃນໂລກນີ້ ຢາກໃຫ້ເດັກນ້ອຍທຸກຄົນມີສະຕິ ບໍ່ວ່າຈະເກີດຫຍັງຂຶ້ນ. ພ້ອມນັ້ນ, ຖ້າພວກເຮົາ ຕັ້ງໃຈເຮັດວຽກຮ່ວມກັນກໍສາມາດເຮັດໃຫ້ອະນາຄົດທີ່ດີຕໍ່ເດັກນ້ອຍໄດ້. ສະນັ້ນ, ພວກເຮົາຈະໄດ້ຮ່ວມມືຮ່ວມໃຈກັນເຮັດໃຫ້ເປົ້າໝາຍດັ່ງກ່າວບັນລຸຜົນເປັນຈິງໃນອະນາຄົດທີ່ວາງໄວ້. ຂໍໃຫ້ເດັກນ້ອຍທຸກຄົນມີສຸຂະພາບທີ່ດີ ແລະ ແຂງແຮງ ເດັກນ້ອຍໃນວັນນີ້ ຄືຜູ້ສືບທອດທີ່ດີໃນວັນໜ້າ.

ຄໍາເຫັນ

ຂ່າວການຮ່ວມມື

ອັດຕະປື-ກອນຕູມ ແລກປ່ຽນບົດຮຽນດ້ານວຽກງານຍຸຕິທຳ

ອັດຕະປື-ກອນຕູມ ແລກປ່ຽນບົດຮຽນດ້ານວຽກງານຍຸຕິທຳ

ເພື່ອປະຕິບັດບົດບັນທືກຊ່ວຍຈຳການ (MOU) ຮ່ວມມື ລະຫວ່າງ ພະແນກຍຸຕິທຳແຂວງ ກອນຕູມ ສສ. ຫວຽດນາມ ແລະ ພະແນກຍຸຕິທຳ ແຂວງອັດຕະປື ສປປ ລາວ. ໃນຄັ້ງວັນທີ 9 ມິຖຸນາຜ່ານມາ, ຄະນະນໍາພະແນກຍຸຕິທໍາ ແຂວງອັດຕະປື ນໍາໂດຍ ທ່ານ ຄໍາຫຼ້າ ແກ້ວວັນສອນ ຫົວໜ້າພະແນກຍຸຕິທຳ ແຂວງອັດຕະປື ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບ ພະແນກຍຸຕິທຳ ແຂວງກອນຕູມ ໂດຍການຕ້ອນຮັບຂອງ ທ່ານ ເຈິນ ມິ່ງ ຖັ໋ງ ຫົວໜ້າພະແນກຍຸຕິທຳ ແຂວງກອນຕູມ ພ້ອມຄະນະເຂົ້າຮ່ວມ.
ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ໃນໄລຍະຜ່ານມາ, ໂດຍປະຕິບັດຕາມນະໂຍບາຍ, ລະບອບ, ລະບຽບ ແລະ ມາດຕະການໃນການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ. ສິ່ງສໍາຄັນອີກບັນຫານໜຶ່ງແມ່ນບົດຮຽນທີຫ້າ: ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງນະໂຍບາຍປົກປ້ອງສັງຄົມກັບ ນະໂຍບາຍສະຫວັດດີການສັງຄົມຕໍ່ເປົ້າໝາຍທີ່ຄວນໄດ້ຮັບ ຊຶ່ງແມ່ນພາລະໜ້າທີ່ໃນການຮັກສາຄວາມປອດໄພ ແລະ ໝູນໃຊ້ບາງຫຼັກການທີ່ຕິດພັນກັບການຕະຫຼາດ.
ເວທີປາໄສການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)

ເວທີປາໄສການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)

ກອງປະຊຸມສໍາມະນາການຮ່ວມມືຂອງອົງການປົກຄອງທ້ອງຖິ່ນ ແລະ ການຮ່ວມມືເມືອງພີ່-ເມືອງນ້ອງ ພາຍໃຕ້ຂໍ້ຕົກລົງຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນອາຊີ-ປາຊີຟິກ (RCEP) ປີ 2025 ໄດ້ເປີດຂຶ້ນໃນ ວັນທີ 4-6 ມິຖຸນາ ຜ່ານມາ ທີ່ເມືອງເຫີເຟີຍ ແລະ ເມືອງຫວງຊານ ແຂວງອານຮຸຍ ສປ ຈີນ ແຂວງທາງຕາເວັນອອກຂອງຈີນ. ພາຍໃຕ້ຄໍາຂວັນ ຄູ່ຮ່ວມມືພາກພື້ນເພື່ອການພັດທະນາຮ່ວມກັນ", ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປະສານງານດ້ານເສດຖະກິດ, ວັດທະນະທຳ ແລະ ອຸດສາຫະກຳລະຫວ່າງປະເທດສະມາຊິກ RCEP. ສ້າງຄວາມເປັນຢູ່ທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດພາກພື້ນ ແລະ ຍົກລະດັບການຄ້າເສລີໃນເຂດອາຊີ-ປາຊີຟິກ.
ການຮ່ວມມືພະລັງງານສະອາດຈີນ - ລາວ ຊຸກຍູ້ຍຸດທະສາດປະເທດເຊື່ອມໂຍງທາງບົກຂອງລາວ

ການຮ່ວມມືພະລັງງານສະອາດຈີນ - ລາວ ຊຸກຍູ້ຍຸດທະສາດປະເທດເຊື່ອມໂຍງທາງບົກຂອງລາວ

ໂດຍປະຕິບັດຕາມແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ສະບັບປີ 2024-2028 (ໃນຂົງເຂດເສດຖະກິດ) ໄດ້ລະບຸວ່າ: ເພີ່ມທະວີການປະສານສົມທົບທາງດ້ານຍຸດທະສາດ ໂດຍຖືເອົາແລວທາງເສດຖະກິດ ຈີນ-ລາວ ເປັນແກ່ນຫຼັກ,ຖືເອົາເສັ້ນທາງລົດໄຟ ຈີນ-ລາວ, ຕາຂ່າຍໄຟຟ້າ ແລະ ໂຄງການໃຫຍ່ອື່ນໆ ເປັນກໍາລັງສໍາຄັນ ໃນການລົງເລິກ ການຮ່ວມືທີ່ເປັນຮູບປະທໍາ ໃນທຸກຂົງເຂດຢ່າງຮອບດ້ານ ພາຍໃຕ້ຫຼັກການຕ່າງຝາຍຕ່າງມີຜົນປະໂຫຍດເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ຈີນ-ລາວ.
ສ.ເກົາຫຼີມອບຄອມພີວເຕີຕັ້ງໂຕະໃຫ້ລາວ500 ຊຸດ

ສ.ເກົາຫຼີມອບຄອມພີວເຕີຕັ້ງໂຕະໃຫ້ລາວ500 ຊຸດ

ແຂວງຊຸງຊອງນຳໂດ Chungcheongnam-do Director for Information Technology ສ.ເກົາຫຼີໂດຍຜ່ານສະມາຄົມສິລະປະແຊຣິງ ສ.ເກົາຫຼີ ໄດ້ມອບຄອມພີວເຕີຕັ້ງໂຕະ(ມືສອງ) ຈໍານວນ 500 ຊຸດມູນຄ່າ 85,490 ໂດລາໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)ໃນວັນທີ 10 ມິຖຸນາຜ່ານມາ ທີ່ກະຊວງດັ່ງກ່າວຕາງໜ້າມອບໂດຍແຂວງຊຸງຊອງນຳໂດ ແລະ ສະມາຄົມສິລະປະແຊຣິງ ສ.ເກົາຫຼີ, ໃຫ້ກຽດຮັບໂດຍທ່ານນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງຄຳມ່ວນ ຕ້ອນຮັບກຸ່ມບໍລິສັດ THທີ່ມາສະເໜີເຈດຈຳນົງໃນການລົງທຶນຢູ່ແຂວງ

ເຈົ້າແຂວງຄຳມ່ວນ ຕ້ອນຮັບກຸ່ມບໍລິສັດ THທີ່ມາສະເໜີເຈດຈຳນົງໃນການລົງທຶນຢູ່ແຂວງ

ໃນວັນທີ 10 ມິຖຸນາຜ່ານມາ ຢູ່ທີ່ເຮືອນຮັບແຂກ ເລກ 1 ແຂວງຄຳ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນຳແຂວງໄດ້ຕ້ອນຮັບພົບປະ ກຸ່ມບໍລິສັດ TH ໂດຍການນຳພາຂອງທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີທ່ານ ນາງ ຖ໋າຍ ເຮືອງ ປະທານສະພາຍຸດທະສາດ ກຸ່ມບໍລິສັດ TH ພ້ອມດ້ວຍຄະນະ.
ຮອງປະທານ ສນຊ ຕ້ອນຮັບສະມາຄົມສະຫະກອນຈາກ ສສ ຫວຽດນາມ

ຮອງປະທານ ສນຊ ຕ້ອນຮັບສະມາຄົມສະຫະກອນຈາກ ສສ ຫວຽດນາມ

ໃນວັນທີ 9 ມິຖຸນາ ຜ່ານມາ ນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງສະມາຄົມສະຫະກອນ ສສ ຫວຽດນາມ ຊຶ່ງນຳພາຄະນະ ໂດຍທ່ານ ນາງ ອານິດ ສີວິໄຊ ໃນນາມປະທານບໍລິສັດ ທະເວວພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ ແລະ ປະທານໂຄງການນາຕານກະສິກຳສະອາດ, ມີບັນດາຜູ້ຊ່ຽວຊານ ຈາກ ສສ ຫວຽດນາມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄະນະຜູ້ແທນຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ຢ້ຽມຢາມແຂວງບໍ່ແກ້ວ

ຄະນະຜູ້ແທນຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ຢ້ຽມຢາມແຂວງບໍ່ແກ້ວ

ໃນລະຫວ່າງວັນທີ 4-5 ມິຖຸນາຜ່ານມານີ້, ທ່ານ ເສີນ ຢົງເຈ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ຊຶ່ງປະກອບມີ ຄະນະກໍາມະການພັດທະນາ ແລະ ປະຕິຮູບແຂວງ, ພະແນກການຄ້າແຂວງ, ບໍລິສັດ ເປົາຫຼານການຄ້າ ຈໍາກັດ, ກຸ່ມບໍລິສັດ ລົງທຶນກໍ່ສ້າງ ແຂວງຢູນນານ ຈໍາກັດ, ບໍລິສັດ ຢຸນຊຽງພັດທະນາກະສິກໍາ ແລະ ການລົງທຶນ (ຢຸນນານ) ຈໍາກັດ, ທະນາຄານ ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ໄດ້ເດີນທາງມາຢ້ຽມຢາມແຂວງບໍ່ແກ້ວ ສປປ ລາວ.
ກອງປະຊຸມການຮ່ວມມືຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ

ກອງປະຊຸມການຮ່ວມມືຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ

ກອງປະຊຸມການຮ່ວມມືດ້ານການຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ໄດ້ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ ໃນວັນທີ 9 ມິຖຸນານີ້ ໂດຍມີຜູ້ຕາງໜ້າບໍລິສັດລົດໄຟແຫ່ງຊາດລາວ ແລະ ບໍລິສັດລົດໄຟລາວ-ຈີນ ນໍາໂດຍທ່ານ ດາວ ຈິນດາ ສີຫາລາດ ຜູ້ອໍານວຍການ ລັດວິສາຫະກິດລົດໄຟແຫ່ງຊາດລາວ ຊຶ່ງມີຄະນະນໍາຂອງບໍລິສັດລົດໄຟຈາກ 4 ປະເທດເຂົ້າຮ່ວມ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືຂົນສົ່ງຕູ້ສິນຄ້າ ໂດຍຜ່ານທາງລົດໄຟຂະບວນດ່ວນ (Containers Block Trains) 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ພ້ອມທັງປຶກສາຫາລື ຊອກວິທີທາງຫຼຸດເວລາການຂົນສົ່ງໃຫ້ສັ້ນລົງ; ⁠ແຂ່ງຂັນລາຄາບໍລິການຂົນສົ່ງໃຫ້ຖືກລົງ; ⁠ແລກປ່ຽນຂໍ້ມູນດ້ານການຂົນສົ່ງຮ່ວມກັນ; ⁠ນຳໃຊ້ເອກະສານຮ່ວມກັນເປັນສະບັບດຽວໃນການແຈ້ງລາຄາບໍລິການຂົນສົ່ງ ແລະ ແຈ້ງລາຍການສິນຄ້າເພື່ອຂົນສົ່ງ. ກອງປະຊຸມດັ່ງກ່າວດໍາເນີນໄປເປັນເວລາສາມວັນຈຶ່ງຈະປິດລົງ.
ພາຍຫຼັງເປີດນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ V ຈະເຮັດໃຫ້ເຂດດັ່ງກ່າວ  ມີການພັດທະນາຫຼາຍດ້ານ

ພາຍຫຼັງເປີດນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ V ຈະເຮັດໃຫ້ເຂດດັ່ງກ່າວ ມີການພັດທະນາຫຼາຍດ້ານ

ໂດຍ: ບຸນອູ້ມ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ, ການກໍ່ສ້າງຂົວດັ່ງກ່າວໄດ້ສໍາເລັດ98.4% ຍັງເຫຼືອໜ້າວຽກຈໍານວນໜຶ່ງກໍຖືວ່າສໍາເລັດ 100% ຄາດວ່າຈະເປີດນໍາໃຊ້ຂົວໃນທ້າຍປີ 2025 ພ້ອມກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ໄທ ຄົບຮອບ 75 ປີ.
ເພີ່ມເຕີມ