ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານຟາຕິກ ບີໂຣນ ຫົວໜ້າອົງການພະລັງງານສາກົນໄດ້ເຂົ້າຮ່ວມກອງປະຊຸມສະຫະພາບເອີຣົບກ່ຽວກັບສະຖານະການຕະຫຼາດພະລັງງານໂລກຢູ່ນະຄອນຫຼວງບຣຸກແຊນ ປະເທດແບນຊິກ. ທ່ານໄດ້ກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບບັນຫາທີ່ອາເມຣິກາແລະອິສຣາແອນຫຼອນໂຈມຕີອີຣານເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນຢ່າງຕໍ່ເນື່ອງແລະລາຄານ້ຳມັນເຊື້ອໄຟເພີ່ມຂຶ້ນວ່າ: ສົງຄາມລະຫວ່າງອາເມຣິກາ, ອິສຣາແອນແລະອີຣານໄດ້ເຮັດໃຫ້ການຈໍລະຈອນສິນຄ້າຢຸດສະງັກ ແລະໄດ້ນຳເອົາສິ່ງທ້າທາຍມາໃຫ້ແກ່ຫຼາຍປະເທດ, ແຕ່ວ່າການສະໜອງຂອງຕະຫຼາດນ້ຳມັນເຊື້ອໄຟໂລກຍັງ “ພຽງພໍຄືເກົ່າ”.
ພາຍໃຕ້ສະຖານະການເຄັ່ງຕຶງໃນຫວ່າງມໍ່ໆມານີ້, ການເພີ່ມຂຶ້ນຂະໜາດໃຫຍ່ຂອງລາຄານ້ຳມັນເຊື້ອໄຟໄດ້ເຮັດໃຫ້ຄວາມສ່ຽງດ້ານເງິນເຟີ້ສູງຂຶ້ນ. ຍ້ອນວ່າອາໄສນ້ຳມັນເຊື້ອໄຟແລະອາຍແກ໊ສທຳມະຊາດທີ່ນຳເຂົ້າສູງສົມຄວນ, ວົງການອຸດສາຫະກຳເອີຣົບແລະລັດຖະບານປະເທດສະມາຊິກສະຫະພາບເອີຣົບໄດ້ຕິດຕາມຢ່າງໃກ້ຊິດຕໍ່ການປ່ຽນແປງຂອງລາຄາພະລັງງານໂລກແລະຮຽກຮ້ອງໃຫ້ສະຫະພາບເອີຣົບໃຊ້ມາດຕະການເພື່ອສະກັດກັ້ນການເພີ່ມຂຶ້ນຂອງລາຄາພະລັງງານ.
ຄໍາເຫັນ