ອົງການພຸດທະສາສະໜາສັມພັນລາວ ແຂວງບໍລິຄຳໄຊ ສຳເລັດກອງປະຊຸມໃຫຍ່ສະໄໝທີ 8

ອົງການພຸດທະສາສະໜາສັມພັນລາວ ແຂວງບໍລິຄຳໄຊ ສຳເລັດກອງປະຊຸມໃຫຍ່ສະໄໝທີ 8

ອົງການພຸດທະສາສະໜາສັມພັນລາວ ແຂວງບໍລິຄຳໄຊ ສຳເລັດກອງປະຊຸມໃຫຍ່ສະໄໝທີ 8
ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງ ບໍລິຄຳໄຊ ສະໄໝທີ 8 ໄດ້ໄຂຂຶ້ນໃນວັນທີ 7 ກໍລະກົດຜ່ານມາ ຢູ່ສາລາໂຮງທຳ ວັດສີລະວະນາຣາມ (ບ ອານຸສອນໄຊ) ເມືອງປາກຊັນ ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງພະອາຈານ ຄຳປັນ ອິນທະວົງ ຄະນະກຳມະການສູນກາງອົງການພຸດທະສາສະໜາສັມພັນແຫ່ງສປປລາວ ປະທານອົງການພຸດທະສາສະໜາສັມພັນລາວ (ອພສ)ແຂວງບໍລິຄຳໄຊ, ມີພຣະອາຈານ ມະຫາເວດ ມະເສໄນ ອົງຮັກສາການ ປະທານສູນກາງ ອພສ.
ອງການພດທະສາສະໜາສມພນລາວ ແຂວງບລຄຳໄຊ ສຳເລດກອງປະຊມໃຫຍສະໄໝທ 8 - image 1
 

ພະອາຈານ ຫວາງ ພົມມະວົງ ຮອງປະທານ ອພສ ແຂວງບໍລິຄຳໄຊ ຜ່ານຮ່າງລາຍງານການເຄື່ອນໄຫວການຈັດຕັ້ງມະຕິກອງປະຊຸມໃຫຍ່ຄັ້ງທີ 7 ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ ໂດຍົກໃຫ້ເຫັນຫຼາຍວຽກງານທີ່ພົ້ນເດັ່ນ,ລວມທັງຂໍ້ຄົງຄ້າງ. ຄະນະ ອພສ ທຸກຂັ້ນພາຍໃນແຂວງ ໄດ້ເອົາໃຈໃສ່ເທດສະໜາສັ່ງສອນໃຫ້ພະສົງ-ສາມະເນນ ຕັ້ງໝັ້ນໃນພະທັມ-ວິໄນຢ່າງເຄັ່ງຄັດ ແລະ ລະບຽບກົດໝາຍຂອງບ້ານເມືອງ, ເພື່ອເຮັດໃຫ້ພະສົງ-ສາມະເນນມ ມີລະບຽບວິໄນ, ຢຶດໝັ້ນໃນສິນທັມເປັນຫຼັກໃນການດໍາລົງຊີວິດ, ສ້າງຄວາມສາມັກຄີລະຫວ່າງ ສາສະນິກະຊົນຕ່າງສາສະໜາ, ໃຫ້ມີຄວາມສາມັກຄີຮັກແພງເຊິ່ງກັນແລະກັນ ແລະ ດ້ານອື່ນໆກໍມີຜົນສໍາເລັດ.

ໃນປັດຈຸບັນ, ແຂວງບໍລິຄໍາໄຊ ມີທີ່ປຶກສາ 1 ອົງ, ມີຄະນະກຳມະການ ສູນກາງ ອພສ 2 ອົງ, ອພສ ຂັ້ນແຂວງທັງໝົດ 25 ອົງ, ຄະນະຈໍາ ອພສ 7 ອົງ,ມີພະສົງສາມະເນນທັງໝົດ 3,211 ອົງ, ໃນນັ້ນມີພະສົງ 1,443 ອົງ, ສາມະເນນ 1,768 ອົງ, ພໍ່ຂາວ-ແມ່ຂາວ ແລະ ສັງກະລິບໍ່ມີ. ມີໂຮງຮຽນ 2 ແຫ່ງ ຄື: ມຕ ສົງຄຳເກີດ ປັດຈຸບັນມີຄູສອນທັງໝົດ 24 ອົງ/ທ່ານ, ສອນ ຢູ່ ມສ ສົງປາກຊັນ 18 ອົງ/ທ່ານ, ສອນຢູ່ໂຮງຮຽນ ມຕ ສົງຄໍາເກີດ 6 ອົງ.

ອງການພດທະສາສະໜາສມພນລາວ ແຂວງບລຄຳໄຊ ສຳເລດກອງປະຊມໃຫຍສະໄໝທ 8 - image 2
 

ກອງປະຊຸມໃຫຍ່ ເຫັນດີຮັບຮອງເອົາ ຄະນະບໍລິຫານງານ ອພສ ແຂວງ ບໍລິຄຳໄຊ ຊຸດໃໝ່ 25 . ໃນນັ້ນ, ເປັນຄະນະປະຈຳ ອພສ ແຂວງ 9 ອົງ ແລະ ເປັນຄະນະກັມມະການ ອພສ ແຂວງ 16 ອົງ ເຫັນດີ ພະອາຈານ ຄໍາປັນ ອິນທະວົງ ເປັນປະທານ ອພສ ແຂວງ ບໍລິຄຳໄຊ, ພະອາຈານ ຫວາງ ພົມມະວົງ ແລະ ພະອາຈານ ພັນ ພົມພຸດທະວົງ ເປັນຮອງ ປະທານ ອພສ ແຂວງ ບໍລິຄຳໄຊ.

(ຂ່າວ-ພາບ: ສາຍສະໝອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ