ຖະແຫຼງການດັ່ງກ່າວຊີ້ໃຫ້ເຫັນວ່າ: 7 ປະເທດສະມາຊິກຈະເພີ່ມເປົ້າໝາຍການຜະລິດ ຊຶ່ງໃກ້ຄຽງກັບການເພີ່ມໃນເດືອນພຶດສະພາ, ແຕ່ບໍ່ລວມສັດສ່ວນຂອງ ສະຫະລັດ ອາຣັບ ເອມີເຣດ (UAE) ທີ່ຖອນຕົວອອກຈາກກຸ່ມໄປກ່ອນໜ້ານີ້.
ນັກວິເຄາະເຊື່ອວ່າ: ການຕັດສິນໃຈຄັ້ງນີ້ເປັນສັນຍາລັກ ແລະ ສະທ້ອນໃຫ້ເຫັນເຖິງການຢຶດໝັ້ນຢ່າງຕໍ່ເນື່ອງຂອງ OPEC+ ຕໍ່ການຄຸ້ມຄອງດ້ານການສະໜອງຕາມປົກກະຕິ ແລະ ຄວາມພ້ອມຂອງຕົນທີ່ຈະເພີ່ມການຜະລິດເມື່ອຂໍ້ຂັດແຍ່ງຜ່ອນຄາຍລົງ, ເຖິງແມ່ນວ່າ UAE ຈະອອກຈາກກຸ່ມ.
ນອກຈາກນັ້ນ, ພາຍໃຕ້ຂໍ້ຕົກລົງໃໝ່, ໂຄຕ້າການຜະລິດຂອງ ຊາອຸດິດ ອາຣັບບີ ຈະເພີ່ມຂຶ້ນເປັນ 10,291 ລ້ານບາເຣວຕໍ່ມື້ໃນເດືອນມິຖຸນາ ຊຶ່ງສູງກວ່າລະດັບການຜະລິດຕົວຈິງທີ່ລາຍງານໄວ້ກ່ອນໜ້ານີ້ຢ່າງຫຼວງຫຼາຍ.
ທັງນີ້, ກອງປະຊຸມຄັ້ງຫຼ້າສຸດມີຜູ້ເຂົ້າຮ່ວມຈາກ 7 ປະເທດຄື: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ຣັດເຊຍ ແລະ ໂອມັນ. ເຖິງແມ່ນວ່າ OPEC+ ມີສະມາຊິກທັງໝົດ 21 ປະເທດ, ແຕ່ໄລຍະຜ່ານມານີ້ມີພຽງແຕ່ປະເທດຫຼັກເຫຼົ່ານີ້ເທົ່ານັ້ນທີ່ໄດ້ຮ່ວມກັນກຳນົດນະໂຍບາຍການຜະລິດປະຈຳເດືອນ.
ຄໍາເຫັນ