ການປະກາດດັ່ງກ່າວມີຂຶ້ນຫຼັງຈາກກອງປະຊຸມທາງວີດີໂອກັບບັນດາປະເທດສະມາຊິກທີ່ສຳຄັນຄື: ຊາອຸດິດ ອາຣັເບຍ, ຣັດເຊຍ, ອີຣັກ, ສະຫະລັດ ອາຣັບ ເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມັນ ເພື່ອທົບທວນສະຖານະການ ແລະ ທ່າອ່ຽງຂອງຕະຫຼາດໂລກ.
ທ່າມກາງຂໍ້ຂັດແຍ່ງທາງທະຫານໃນຕາເວັນອອກກາງ, ທັງ 8 ປະເທດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາເສັ້ນທາງຂົນສົ່ງທາງເຮືອລະຫວ່າງປະເທດ ເພື່ອຮັບປະກັນການຈັດສົ່ງພະລັງງານຢ່າງລາບລື່ນ.
ນອກຈາກນັ້ນ, 8 ປະເທດສະມາຊິກໄດ້ສະແດງຄວາມກັງວົນກ່ຽວກັບການໂຈມຕີພື້ນຖານໂຄງລ່າງພະລັງງານ ຊຶ່ງໄດ້ສົ່ງຜົນກະທົບຕໍ່ປະລິມານນໍ້າມັນທີ່ສາມາດສະໜອງໄດ້ ແລະ ຊີ້ໃຫ້ເຫັນວ່າ: ການຟື້ນຟູພື້ນຖານໂຄງລ່າງທີ່ເສຍຫາຍໃຫ້ກັບຄືນສູ່ກຳລັງການຜະລິດຢ່າງເຕັມທີ່ຈະຕ້ອງໃຊ້ເວລາຫຼາຍ ແລະ ມີຄ່າໃຊ້ຈ່າຍສູງ.
ທັງນີ້, ກອງປະຊຸມຄັ້ງຕໍ່ໄປຂອງ 8 ປະເທດຈະຈັດຂຶ້ນໃນວັນທີ 3 ພຶດສະພາ ເພື່ອຕັດສິນໃຈກ່ຽວກັບຂັ້ນຕອນຕໍ່ໄປ.
ຄໍາເຫັນ