ທັງ 7 ປະເທດ ໄດ້ຕັດສິນໃຈເພີ່ມການຜະລິດເພື່ອຊ່ວຍສະໜັບສະໜູນສະຖຽນລະພາບຂອງຕະຫຼາດນ້ຳມັນ, ຫຼັງຈາກການຫຼຸດການຜະລິດນໍ້າມັນໂດຍສະໝັກໃຈຄັ້ງທຳອິດ 1.65 ລ້ານບາເຣວຕໍ່ມື້ໃນເດືອນເມສາ 2023 ແລະຂະຫຍາຍເວລາໄປຈົນຮອດທ້າຍປີ 2026. ການຕັດສິນໃຈໃນວັນ 2 ສິງຫາ ຜ່ານມາ ຖືເປັນເດືອນທີ 6 ຕິດຕໍ່ກັນທີ່ OPEC+ ໄດ້ເພີ່ມການຜະລິດ.
ທັງນີ້, 7 ປະເທດ ຈະປັບການຜະລິດຢ່າງຍືດຍຸ່ນຕາມການປ່ຽນແປງຂອງຕະຫຼາດ ແລະ ມີກຳນົດຈະປະຊຸມກັນອີກຄັ້ງໃນວັນທີ 6 ກັນຍາ ເພື່ອຕັດສິນໃຈກ່ຽວກັບລະດັບການຜະລິດສຳລັບເດືອນຕຸລາ.
ຄໍາເຫັນ