ຂ່າວລະບຸວ່າ: OPEC+ ເຫັນດີກ່ຽວກັບຫຼັກການ ເພີ່ມປະລິມານການຂຸດຄົ້ນຕື່ມອີກ 206.000ຖັງ/ວັນ. ຂໍ້ຕົກລົງນີ້ໄດ້ຍົກອອກມາພາຍຫຼັງບັນດາປະເທດສະມາຊິກຊັ່ງຊາຫຼາຍແຜນການ, ດ້ວຍວິທິການສະເໜີແຕ່ 137.000ຖັງ/ວັນ ຂຶ້ນເຖິງ 548.000ຖັງ/ວັນ. ການເພີ່ມປະລິມານການຂຸດຄົ້ນໄດ້ຮັບຄວາມຄາດຫວັງວ່າຈະຊ່ວຍຫຼຸດຜ່ອນກຳລັງດັນການຂາດເຂີນແຫຼ່ງສະໜອງທົ່ວໂລກ, ພິເສດພາຍຫຼັງ ຊ່ອງແຄບ Hormuz ຊຶ່ງແມ່ນເສັ້ນທາງທະເລຫຼັກແຫຼ່ງຂອງການຂົນສົ່ງກວ່າ 20% ຂອງປະລິມານນ້ຳມັນທົ່ວໂລກ ຖືກປິດລ້ອມແຕ່ວັນທີ 28 ກຸມພາ ຜ່ານມາ ຕາມຄຳກ່າວເຕືອນຂອງ ຝ່າຍອີຣ່ານ.
ເຖິງວ່າ OPEC+ ເພີ່ມປະລິມານເພື່ອຊົດເຊີຍຄວາມຂາດເຂີນ ແຕ່ວົງການນັກໄຈ້ແຍກກ່າວເຕືອນວ່າ ຄວາມສາມາດໃນການຜະລິດນໍ້າມັນສຳຮອງໃນປັດຈຸບັນຂອງກຸ່ມແມ່ນຈຳກັດທີ່ສຸດ.
ຄໍາເຫັນ