ໂອເປັກພລັສ ຈະເພີ່ມປະລິມານການຜະລິດນໍ້າມັນໃນເດືອນສິງຫາ

ໂອເປັກພລັສ ຈະເພີ່ມປະລິມານການຜະລິດນໍ້າມັນໃນເດືອນສິງຫາ

ໂອເປັກພລັສ ຈະເພີ່ມປະລິມານການຜະລິດນໍ້າມັນໃນເດືອນສິງຫາ
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດ ຜ່ານມາວ່າ: ກຸ່ມໂອເປັກພລັສ (OPEC+) ຊຶ່ງເປັນພັນທະມິດດ້ານ​ນ້ຳມັນ​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ກຽມເພີ່ມປະລິມານການຜະລິດນໍ້າມັນ 411,000 ບາ​ເຣນ/ວັນ​ໃນ​ເດືອນ​ສິງຫາ ຈະມາເຖິງນີ້, ໂດຍມີເປົ້າໝາຍ​ເພື່ອຟື້ນຟູ​ສ່ວນ​ແບ່ງ​ຕະຫຼາດ​ທີ່​ສູນ​ເສຍ​ໄປໃຫ້ກັບ​ຄືນ​ມາ.

 

ແຫຼ່ງຂ່າວເປີດເຜີຍວ່າ: ຖ້າຫາກການເພີ່ມປະລິມານການຜະລິດຮອບໃໝ່ນີ້ໄດ້ຮັບການອະນຸມັດຈາກສະມາຊິກ, ຈະສົ່ງຜົນໃຫ້ການຜະລິດທັງໝົດເພີ່ມຂຶ້ນ 1.78 ລ້ານບາເຣນ/ວັນ ໃນປີ 2025, ກວມເອົາຫຼາຍກວ່າ 1.5% ຂອງຄວາມຕ້ອງການນ້ຳມັນທົ່ວໂລກ.

ເຖິງວ່າຈະມີຂໍ້ຕົກລົງທີ່ຈະເພີ່ມປະລິມານການຜະລິດໃນລະດັບກຸ່ມກໍຕາມ, ແຕ່ມາຮອດປັດຈຸບັນ, OPEC+ ຍັງບໍ່ສາມາດບັນລຸເປົ້າໝາຍໄດ້, ເນື່ອງຈາກບາງປະເທດຍັງຢູ່ໃນລະຫວ່າງການຊົດເຊີຍການຜະລິດທີ່ເຄີຍເກີນໂຄຕ້າຜ່ານມາ, ໃນຂະນະທີ່ບາງປະເທດຍັງຕ້ອງການເວລາເພື່ອຟື້ນຟູລະບົບການຜະລິດທີ່ຢຸດສະງັກ.

ທ່ານ ວະລາເມຍ ປູຕິນ ປະທານາທິບໍດີຣັດເຊຍເປີດເຜີຍວ່າ: ກຸ່ມ OPEC+ ປະເມີນວ່າ ຄວາມຕ້ອງການນ້ຳມັນທົ່ວໂລກ ໂດຍສະເພາະໃນລະດູຮ້ອນຈະເພີ່ມຂຶ້ນ ຊຶ່ງອາດເປັນປັດໄຈເຮັດໃຫ້ກຸ່ມສືບຕໍ່ເພີ່ມການຜະລິດໃນໄລຍະໃກ້ໆນີ້.

OPEC+ ໄດ້ປ່ຽນແປງວິທີການຂອງຕົນຢ່າງຈະແຈ້ງໃນປີນີ້, ຫຼັງຈາກທີ່ຜ່ານມາໄດ້ຫຼຸດປະລິມານການຜະລິດຫຼາຍກວ່າ 5 ລ້ານບາເຣນຕໍ່ມື້ເປັນເວລາຫຼາຍປີ. ໂດຍການປ່ຽນແປງນະໂຍບາຍໄດ້ເລີ່ມຕົ້ນໃນເດືອນເມສາ ຜ່ານມາ. ຂະນະທີ່ 8 ປະເທດສະມາຊິກຂອງກຸ່ມດັ່ງກ່າວເລີ່ມຍົກເລີກການຫຼຸດປະລິມານການຜະລິດຮອບລ້າສຸດ 2,2 ລ້ານບາເຣນຕໍ່ມື້ ແລະ ສືບຕໍ່ເພີ່ມປະລິມານການຜະລິດໃນເດືອນພຶດສະພາ, ມິຖຸນາ ແລະ ເດືອນກໍລະກົດ.

ສຳລັບ 8 ປະເທດສະມາຊິກທີ່ມີບົດບາດສຳຄັນໃນແຜນການເພີ່ມປະລິມານການຜະລິດຄັ້ງນີ້ແມ່ນ ຊາອຸດິດ ອາຣັບບີ, ຣັດເຊຍ, ກູເວດ, ອີຣັກ, ສະຫະລັດ ອາຣັບ ເອມິເຣດ, ກາຊັກສະຖານ, ໂອມັນ ແລະ ອານເຊຣີ ໂດຍທັງໝົດຈະເຂົ້າຮ່ວມກອງປະຊຸມໃນວັນທີ 6 ກໍລະກົດນີ້ ເພື່ອປຶກສາຫາລືກ່ຽວກັບຂັ້ນຕອນຕໍ່ໄປ.

ຄໍາເຫັນ

ຂ່າວຕ່າງປະເທດ

ນັກຄົ້ນຄວ້າອົສຕຣາລີ ພັດທະນາລະບົບບໍາບັດນໍ້າຝົນອັດສະລິຍະ

ນັກຄົ້ນຄວ້າອົສຕຣາລີ ພັດທະນາລະບົບບໍາບັດນໍ້າຝົນອັດສະລິຍະ

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ທີມນັກຄົ້ນຄວ້າໃນອົສຕຣາລີໄດ້ພັດທະນາລະບົບບຳບັດນ້ຳຝົນທີ່ສາມາດປັບຕົວເຂົ້າກັບສະພາບອາກາດທີ່ປ່ຽນແປງໄດ້ໂດຍອັດຕະໂນມັດ, ຊ່ວຍປັບປຸງຄວາມສາມາດໃນການກຳຈັດມົນລະພິດທີ່ເປັນອັນຕະລາຍກ່ອນທີ່ພວກມັນຈະຖືກປ່ອຍອອກສູ່ທຳມະຊາດຢ່າງຫຼວງຫຼາຍ.
ມຽນມາ ຫຼຸດຄ່າໄຟຟ້າຕອນກາງຄືນໃຫ້ອຸດສາຫະກຳຂະໜາດໃຫຍ່

ມຽນມາ ຫຼຸດຄ່າໄຟຟ້າຕອນກາງຄືນໃຫ້ອຸດສາຫະກຳຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາຜ່ານມາວ່າ: ກະຊວງໄຟຟ້າ ແລະ ພະລັງງານ ຂອງມຽນມາໄດ້ປະກາດມາດຕະການຫຼຸດອັດຕາຄ່າໄຟຟ້າໃນຕອນກາງຄືນສຳລັບອຸດສາຫະກຳຂະໜາດໃຫຍ່ທີ່ຕ້ອງການການໃຊ້ໄຟຟ້າຢ່າງຫຼວງຫຼາຍ.
ຈຳນວນຜູ້ຕິດພະຍາດອີໂບລາ ໃນກົງໂກ ເກີນ 5,000 ຄົນ

ຈຳນວນຜູ້ຕິດພະຍາດອີໂບລາ ໃນກົງໂກ ເກີນ 5,000 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ສິງຫາຜ່ານມາວ່າ: ເຈົ້າໜ້າທີ່ສາທາລະນະສຸກຂອງ ສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ລາຍງານວ່າ, ຈຳນວນຜູ້ຕິດພະຍາດອີໂບລາທີ່ໄດ້ຮັບການຢືນຢັນແລ້ວໄດ້ເກີນ 5,000 ຄົນ ຊຶ່ງລວມທັງຜູ້ເສຍຊີວິດຫຼາຍກວ່າ 2,320 ຄົນ, ໃນ 6 ແຂວງຄື: ອີຕູຣີ, ກີວູເໜືອ, ກີວູໃຕ້, ຮາວ - ອູເອເລ, ບາສ-ຮູເອເລ ແລະ ໂຊໂປ.
ຈີນ ສຳເລັດການກູ້ຄືນຈະຫຼວດຢູ່ພາກພື້ນດິນເປັນເທື່ອທຳອິດ

ຈີນ ສຳເລັດການກູ້ຄືນຈະຫຼວດຢູ່ພາກພື້ນດິນເປັນເທື່ອທຳອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນເວລາ 7 ໂມງ 35 ນາທີຂອງວັນທີ 19 ສິງຫາ ຜ່ານມາ ຕາມເວລາປັກກິ່ງ, ຈະຫຼວດສົ່ງຍານຈູ່ເຊ້-3-Y2 ໄດ້ຖືກຍິງສົ່ງຂຶ້ນສູ່ອະວະກາດຢູ່ເຂດທົດລອງປະດິດສ້າງການບິນອະວະກາດການຄ້າຕົ່ງເຟີ່ງ, ການບິນທັງໝົດຂອງຈະຫຼວດແມ່ນເປັນປົກກະຕິ.
ຫວຽດນາມ ມີວິສາຫະກິດຄູ່ຮ່ວມມືທົ່ວໂລກຂອງ OpenAI ເພີ່ມຂຶ້ນ 1 ແຫ່ງ

ຫວຽດນາມ ມີວິສາຫະກິດຄູ່ຮ່ວມມືທົ່ວໂລກຂອງ OpenAI ເພີ່ມຂຶ້ນ 1 ແຫ່ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 18 ສິງ​ຫາ​ ຜ່ານມາ, ຕະ​ຫຼາດ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້​ຮັບ​ຮູ້​ຂີດ​ໝາຍ​ໃໝ່​, ເມື່ອ startup ເຕັກ​ໂນ​ໂລ​ຊີ Viet EON Tech ກາຍ​ເປັນ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ແຫ່ງ​ທີ​ສອງ ທີ່ບັນ​ລຸ​ມາດ​ຖານ​ຄູ່​ຮ່ວມ​ມື​ທົ່ວ​ໂລກ​ຂອງ​ອົງ​ການ​ພັດ​ທະ​ນາ ChatGPT (OpenAI).
ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%

ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ກະຊວງການຄ້າ ຂອງກຳປູເຈຍລາຍງານວ່າ, ມູນຄ່າການຄ້າລະຫວ່າງກຳປູເຈຍ ແລະ ບັນດາປະເທດສະມາຊິກອາຊຽນ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2026 ມີມູນຄ່າທັງໝົດ 11.6 ຕື້ໂດລາ, ເພີ່ມຂຶ້ນ 20.7% ເມື່ອທຽບໃສ່ປີກ່ອນ.
ຮ່າໂນ້ຍ ສູ້ຊົນບັນລຸລາຍຮັບສະເລ່ຍຕໍ່ຫົວຄົນ 12,000 ໂດລາ

ຮ່າໂນ້ຍ ສູ້ຊົນບັນລຸລາຍຮັບສະເລ່ຍຕໍ່ຫົວຄົນ 12,000 ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໃນໄລຍະ 2026 – 2030, ນະຄອນຫຼວງຮ່າໂນ້ຍ ວາງເປົ້າໝາຍບັນລຸລະດັບເຕີບໂຕຍອດຜະລິດຕະພັນໃນບໍລິເວນ (GRDP) ສະເລ່ຍຕໍ່ຫົວຄົນກວ່າ 11%/ປີ, GRDP ບັນລຸ 113 ຕື້ກວ່າໂດລາ, GRDP ສະເລ່ຍຕໍ່ຫົວຄົນຕ່ຳສຸດ 12,000ໂດລາ; ເສດຖະກິດດີຈີຕອນກວມເອົາຢ່າງໜ້ອຍສຸດ 40% GRDP, ອຸດສາຫະກຳວັດທະນະທຳ ປະມານ 9% GRDP.
ມູນຄ່າການນຳເຂົ້າ - ສົ່ງອອກ ຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ບັນລຸຫຼາຍກວ່າ 1,000 ຕື້ຢວນ

ມູນຄ່າການນຳເຂົ້າ - ສົ່ງອອກ ຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ບັນລຸຫຼາຍກວ່າ 1,000 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ແຫຼ່ງຂ່າວຈາກດ່ານພາສີເຂດນິຄົມອຸດສາຫະກຳຊູ່ໂຈ່ວໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ໃນ 7 ເດືອນຕົ້ນປີນີ້ ຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ຊຶ່ງເປັນເຂດພັດທະນາການຮ່ວມມືລະຫວ່າງຈີນກັບຕ່າງປະເທດແຫ່ງທຳອິດຂອງຈີນ ບັນລຸຫຼາຍກວ່າ 1,000 ຕື້ຢວນເປັນຄັ້ງທຳອິດ, ເພີ່ມຂຶ້ນ 126.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ມີຫຼາຍກວ່າຍອດມູນຄ່າການນຳເຂົ້າ-ສົ່ງອອກໃນໝົດປີ 2025.
ອິນໂດເນເຊຍ ຈະນຳໃຊ້ແຮ່ທາດຫາຍາກ ຜະລິດແມ່ເຫຼັກຖາວອນ ໃນປີ 2028

ອິນໂດເນເຊຍ ຈະນຳໃຊ້ແຮ່ທາດຫາຍາກ ຜະລິດແມ່ເຫຼັກຖາວອນ ໃນປີ 2028

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ສີກິດ ປູຈີ ຊານໂຕຊາ ຫົວໜ້າຝ່າຍເຕັກໂນໂລຊີຂອງ ກອງທຶນຄວາມຮັ່ງມີແຫ່ງຊາດຂອງອິນໂດເນເຊຍ (Danantara) ໄດ້ເປີດເຜີຍວ່າ, ອິນໂດເນເຊຍວາງແຜນທີ່ຈະຜະລິດແມ່ເຫຼັກຖາວອນຈາກແຮ່ທາດ rare earth ຫຼື ແຮ່ທາດທຫາຍາກພາຍໃນປີ 2028, ເພື່ອສ້າງລະບົບຕ່ອງໂສ້ການສະໜອງພາຍໃນປະເທດ ຕັ້ງແຕ່ການປຸງແຕ່ງແຮ່ທາດຈົນເຖິງການຜະລິດລົດໄຟຟ້າ (EV).
ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໂລກພວມປະເຊີນກັບການຜັນແປດ້ານພູມສາດຢ່າງແຮງໃນໄລຍະຜ່ານມາ. ໃນລະຫວ່າງວັນທີ 7 – 14 ສິງຫາ ຜ່ານມາ, ທົ່ວໂລກໄດ້ຮັບຮູ້ເຫດແຜ່ນດິນໄຫວ 98 ຄັ້ງທີ່ມີຄວາມແຮງ ແຕ່ 4.5 ຣິກເຕີຂຶ້ນໄປ, ໃນນັ້ນ 2 ຄັ້ງມີຄວາມແຮງ 7 ກວ່າຣິກເຕີ ເກີດຂຶ້ນໃນສອງປະເທດຢູ່ມະຫາສະໝຸດປາຊີຟິກ.
ເພີ່ມເຕີມ