ອພບຕ ເຊັນສັນຍາຮ່ວມກັບ 3 ບໍລິສັດ ເພື່ອສ້ອມແປງພື້ນຖານໂຄງລ່າງຕົວເມືອງ ມູນຄ່າ 1.8 ຕື້ກີບ

ອພບຕ ເຊັນສັນຍາຮ່ວມກັບ 3 ບໍລິສັດ ເພື່ອສ້ອມແປງພື້ນຖານໂຄງລ່າງຕົວເມືອງ ມູນຄ່າ 1.8 ຕື້ກີບ

ອພບຕ ເຊັນສັນຍາຮ່ວມກັບ 3 ບໍລິສັດ ເພື່ອສ້ອມແປງພື້ນຖານໂຄງລ່າງຕົວເມືອງ ມູນຄ່າ 1.8 ຕື້ກີບ
ໃນວັນທີ 6 ກໍລະກົດ ນີ້, ທີ່ ຫ້ອງປະຊຸມອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ແຂວງອຸດົມໄຊ ໄດ້ຈັດພິທີເຊັນສັນຍາຮັບເໝົາກໍ່ສ້າງ-ສ້ອມແປງພື້ນຖານໂຄງລ່າງ ຈຳນວນ 3 ໂຄງການ ທີ່ຢູ່ໃນຄວາມຮັບຜິດຊອບຂອງ ອພບຕ ແຂວງອຸດົມໄຊ. ເຂົ້າຮ່ວມເປັນກຽດໃນພິທີມີ ທ່ານ ພິໄລທອງ ຈິດມະນີ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ສົມຈັນ ເທບພາລີ ປະທານຄະນະກຳມະການປົກຄອງ ເມືອງໄຊ, ຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງອຸດົມໄຊ ພ້ອມດ້ວຍ ປະທານ, ຜູ້ຕາງໜ້າຈາກ 3 ບໍລິສັດຮັບເໝົາກໍ່ສ້າງ, ແຂກເຊີນ ຈາກພະແນກການ, ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ອພບຕ ເຊນສນຍາຮວມກບ 3 ບລສດ ເພອສອມແປງພນຖານໂຄງລາງຕວເມອງ ມນຄາ 1.8 ຕກບ - image 1
 

ການເຊັນສັນຍາ ມີມູນຄ່າການກໍ່ສ້າງ ແລະ ສ້ອມແປງ ທັງໝົດ 1,800,000,000 ກີບ ໂດຍມີກຳນົດເວລາການຈັດຕັ້ງປະຕິບັດ ເປັນເວລາ 3 ເດືອນ (ເລີ່ມແຕ່ວັນທີ 6 ກໍລະກົດ 2026 ຫາ ວັນທີ 6 ຕຸລາ 2026), ຊຶ່ງໄດ້ແບ່ງຄວາມຮັບຜິດຊອບໃຫ້ແກ່ 3 ບໍລິສັດ ດັ່ງນີ້: ບໍລິສັດ ອຸດີດີ ກຣຸບ ແລະ ນຳເຂົ້າ-ສົ່ງອອກ ຈຳກັດຜູ້ດຽວ ຮັບເໝົາໂຄງການສ້ອມແປງເສັ້ນທາງໃນຕົວເມືອງໄຊ (ຊ່ວງທີ 1) ມູນຄ່າ 800,000,000 ກີບ. ໜ້າວຽກຫຼັກປະກອບມີ: ສ້ອມແປງຕາບຂຸມຮັງໄກ່ 13 ເສັ້ນທາງ, ຂູດຮື້ໜ້າທາງພ້ອມປູຢາງ 2 ຊັ້ນ 6 ເສັ້ນທາງ ( ເສັ້ນທາງແຕ່ 3 ແຍກບ້ານລ້ອງກໍເດື່ອ ຫາ ທາງ 13N, ເສັ້ນທາງລຽບຮົ້ວເດີ່ນບິນ, ເສັ້ນທາງແຕ່ 3 ແຍກ ປກສ ແຂວງ ຫາ 3 ແຍກ ພະແນກອາກອນ ), ວຽກຍົກລະດັບອັດ

ແໜ້ນທາງຮ່ອມ ແລະ ເກດຮ່ອງລະບາຍນ້ຳ, ສ້ອມແປງຝາປິດຮ່ອງລະບາຍນ້ຳ ແລະ ປັບປຸງດອນກາງທາງ. ບໍລິສັດ ທະນາຊັບ ຮັບເໝົາໂຄງການປັບປຸງ, ກໍ່ສ້າງຮ່ອງລະບາຍນ້ຳ ແລະ ສິ່ງອຳນວຍຄວາມສະດວກການຈາລະຈອນ ໃນຕົວເມືອງໄຊ ປີ 2026 (ຊ່ວງທີ 1) ມູນຄ່າ 600,000,000 ກີບ. ໜ້າວຽກຫຼັກມີ: ກໍ່ສ້າງຮ່ອງລະບາຍນ້ຳແຕ່ແຍກຫ້ອງການບ້ານນາຫວານນ້ອຍ ຫາ ໂຮງຮຽນພູໄຊເກົ່າ (ລວງຍາວ 200 ແມັດ), ກໍ່ສ້າງຮ່ອງລະບາຍນ້ຳຊອຍບ້ານນາຫວານນ້ອຍ, ວາງທໍ່ລອດທາງ ແລະ ຖົມດິນທາງເຂດເດີ່ນບານພູພຽງ ຫາ ໂຮງຮຽນວິຊາຊີບ, ສ້ອມແປງປ້າຍຈາລະຈອນ ແລະ ຕິດຕັ້ງຫຼັກເຂດສະຫງວນທາງ ແລະ ບໍລິສັດ ແກ້ວປະເສີດ ກໍ່ສ້າງ ແລະ ຕິດຕັ້ງຕາໜ່າງໄຟຟ້າ ຈຳກັດ ຮັບເໝົາໂຄງການສ້ອມແປງໄຟຟ້າເຍືອງທາງ ໃນຕົວເມືອງໄຊ (ຊ່ວງທີ 1) ມູນຄ່າ 400,000,000 ກີບ. ໜ້າວຽກຫຼັກແມ່ນ ການສ້ອມແປງ ແລະ ປ່ຽນຖ່າຍດອກໄຟ, ເດີນສາຍໄຟຂຶ້ນເທິງໃນຈຸດທີ່ຖືກລັກຕັດສາຍ ລວມທັງໝົດ 11ເສັ້ນທາງ ແລະ ຈຸດສໍາຄັນ ເຊັ່ນ: ເສັ້ນທາງ 2E ບ້ານລ້ອງກໍເດື່ອ, ທາງຊອຍ 4 ແຍກບ້ານເຈງ, ອ້ອມອານຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ທາງຊອຍຫ້ອງວ່າການແຂວງ.

ພິທີ, ທ່ານ ພິໄລທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນຊີ້ນຳ ໂດຍທ່ານໄດ້ເນັ້ນໜັກໃຫ້ບັນດາບໍລິສັດຮັບເໝົາ ຈົ່ງເອົາໃຈໃສ່ປະຕິບັດໜ້າວຽກດ້ວຍຄວາມຮັບຜິດຊອບສູງ, ຖືກຕ້ອງຕາມຫຼັກເຕັກນິກ-ວິຊາການ ເພື່ອໃຫ້ໂຄງການສຳເລັດຕາມກຳນົດເວລາ ແລະ ຮັບປະກັນຄຸນນະພາບໃຫ້ໄດ້ມາດຕະຖານຢ່າງແທ້ຈິງ ແນໃສ່ສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງໂສມໜ້າໃໝ່ໃຫ້ແກ່ຕົວເມືອງໄຊ ແຂວງອຸດົມໄຊ ນັບມື້ດີຂຶ້ນ.ຂ່າວ: ແສງອາທິດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ  ສ້າງກົນໄກການປະສານງານ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ ສ້າງກົນໄກການປະສານງານ

ອົງການໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງອຸທຸມພອນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຫັນດີກໍານົດກົນໄກການປະສານງານ ໃນວັນທີ 24 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍມີທ່ານ ຈິນດາວັນ ໄນ່ນັນທິລາດ ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ.
5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ  ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030,ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານ ຕໍ່ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກວ່າ:
ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

​ ທ່ານ ບົວຫົງ ຄຳຫາຫົວໜ້າກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນໃນວັນທີ 24 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນ ສປປ ລາວ ພ້ອມທັງຊີ້ແຈງທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.
ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ການອະນຸລັກທໍາມະຊາດ (ຂຸນນໍ້າພອນ) ຢູ່ເຂດບ້ານຜາແຫຼມເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ຜ່ານ​ມາທີ່ ພະ​ແນກ ອ​ຄ ແຂວງ​ຄຳ​ມ່ວນ.
ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.
ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະ​ນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ ເມືອງເງິນ ແຂວງ ໄຊຍະບູລີ ເມື່ອ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ​ສາ​ມັກ​ຄີ​ໄຊພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ເພີ່ມເຕີມ