ອອ​ປ​ສ ຈະສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂອງ​ການ​ຄົ້ນ​ຄວ້າ​ແກ້​ໄຂ​ຄະ​ດີ

ອອ​ປ​ສ ຈະສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂອງ​ການ​ຄົ້ນ​ຄວ້າ​ແກ້​ໄຂ​ຄະ​ດີ

ອອ​ປ​ສ ຈະສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂອງ​ການ​ຄົ້ນ​ຄວ້າ​ແກ້​ໄຂ​ຄະ​ດີ
ໃນແຜນການເຄື່ອນໄຫວວຽກງານ 5 ປີ ຂອງອົງການໄອຍະການ ປະຊາຊົນສູງສຸດ (ອອ​ປ​ສ) ຈະສືບຕໍ່ຫັນວຽກງານໄອຍະການປະຊາຊົນລົງສູ່ຮາກຖານ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຕາມທິດກ້າວໜ້າ ແລະ ທັນສະໄໝເທື່ອລະກ້າວ, ແນໃສ່ພັດທະນາວຽກງານໄອຍະການປະຊາຊົນ ໃຫ້ເຕີບໃຫຍ່ເຂັ້ມແຂງ. ໃນຂະນະດຽວກັນ ຈະຍົກສູງຄຸນນະພາບການຕິດຕາມກວດກາ ການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂຶ້ນໄປ ຂອງການຄົ້ນຄ້ວາແກ້ໄຂຄະດີ ແລະ ໃຫ້ບັນລຸ 95% ທີ່ສານຕັດສິນເອົາຕາມຄໍາຖະແຫຼງຂອງໄອຍະການ.

ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ຫົວໜ້າ ອົງການໄອຍະການ ປະຊາຊົນສູງສຸດ ໄດ້ລາຍງານ ກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X, ໃນວັນທີ 24 ມີນານີ້, ທີ່ສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານ ສະພາແຫ່ງຊາດ.

ທ່ານ ຫົວໜ້າ ອົງການໄອຍະການ ປະຊາຊົນ ສູງສຸດ ກ່າວວ່າ: ໃນ 5 ປີ ຕໍ່ໜ້ານີ້, ອົງການໄອຍະການປະຊາຊົນແຕ່ລະຂັ້ນຈະສຸມໃສ່ປະຕິບັດ 6 ແຜນງານ 27 ໂຄງການ ແລະ 104 ກິດຈະກໍາ ດັ່ງນີ້:ແຜນງານທີ1: ແຜນງານພັດທະນາບຸກຄະລາກອນ, ປະກອບມີ 4 ໂຄງການ 13 ກິດຈະກໍາ ຊຶ່ງແຜນງານນີ້ຈະສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ພະນັກງານ-ລັດຖະກອນ ທົ່ວລະບົບອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ, ຊື່ສັດບໍລິສຸດ. ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ, ພາສາຕ່າງປະເທດ, ເຕັກນິກ ແລະ ເຕັກໂນໂລຊີ ຢ່າງເປັນລະບົບຕໍ່ເນື່ອງ ແລະ ຮັບປະກັນຄຸນນະພາບ, ຈັດຝຶກອົບຮົມຫຼັກສູດພະນັກງານໄອຍະການ ໃຫ້ໄດ້ 4 ຄັ້ງຕໍ່ປີ; ແຜນງານທີ 2: ແຜນງານພັດທະນາລະບົບການຈັດຕັ້ງ ປະກອບມີ 1 ໂຄງການ 6 ກິດຈະກໍາ, ແຜນງານນີ້ ຈະເອົາໃຈໃສ່ປັບປຸງລະບົບກົງຈັກການຈັດຕັ້ງ ໃຫ້ເປັນລະບົບຄົບຊຸດ, ໜັກແໜ້ນ, ເຂັ້ມແຂງ ແຕ່ສູນກາງຮອດທ້ອງຖິ່ນ ໃຫ້ສໍາເລັດຕາມແຜນການ ສອດຄ່ອງກັບ ລັດຖະທໍາມະນູນ ສະບັບປັບປຸງປີ 2025 ແລະ ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງປີ 2024 ໂດຍສະເພາະແມ່ນການຫັນວຽກງານອົງການໄອຍະການປະຊາຊົນລົງສູ່ຮາກຖານ ດ້ວຍການຫັນເອົາພະນັກງານໄອຍະການຢູ່ເຂດ ໄປປະຈຳຢູ່ເມືອງ ເພື່ອໃຫ້ບໍລິການປະຊາຊົນບັນດາເຜົ່າ ແລະ ເຮັດໜ້າທີ່ຕິດຕາມ ກວດກາ ການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ຢູ່ຂັ້ນເມືອງ ໃຫ້ໄດ້ 30 ເມືອງ; ແຜນງານທີ 3: ແຜນງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ປະກອບມີ 3 ໂຄງການ 10 ກິດຈະກໍາ, ແຜນງານີ້, ຈະເອົາໃຈໃສ່ຕິດຕາມ ກວດກາການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ກົດລະບຽບພັກ ແລະ ການເຄື່ອນໄຫວການປະຕິບັດໜ້າທີ່ ຂອງບັນດາສະມາຊິກພັກ-ພະນັກງານ ຢ່າງເປັນປົກກະຕິ ແລະ ກວດກາແຜນການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງຄຸນນະພາບວຽກງານກວດກາລັດ; ຕ້ານ, ສະກັດກັ້ນ ການສໍ້ລາດບັງຫຼວງ ແລະ ການແກ້ໄຂຄໍາຮ້ອງຄໍາສະເໜີ ຕໍ່ການປະຕິບັດໜ້າທີ່ຂອງພະນັກງານໄອຍະການປະຊາຊົນ ໃຫ້ເຂັ້ມງວດ ແລະ ເດັດຂາດປະຕິບັດວິໄນຕໍ່ພະນັກງານໄອຍະການຜູ້ທີ່ລະເມີດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ແຜນງານທີ 4: ແຜນງານຍົກສູງຄຸນນະພາບການຕິດຕາມ, ກວດກາ ການປະຕິບັດກົດໝາຍ ປະກອບ ມີ 8 ໂຄງການ, 39 ກິດຈະກໍາ, ແຜນງານນີ້ ຈະເອົາໃຈໃສ່ຕິດຕາມ, ກວດກາ ອົງການສືບສວນ-ສອບສວນໃນການດຳເນີນຄະດີຕາມກົດໝາຍ ເປັນຕົ້ນແມ່ນ ການນຳໃຊ້ ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນເຊັ່ນ: ການກັກຕົວ, ຈັບຕົວ, ກັກຂັງ ແລະ ອື່ນໆ ໃຫ້ຖືກຕ້ອງຕາມກົດໝາຍ; ສືບຕໍ່ຜັນຂະຫຍາຍກົນໄກປະສານງານ ເຂົ້າສູ່ວຽກງານຕົວຈິງ; ອອກຂໍ້ກຳນົດ, ຄຳແນະນຳດ້ານວິຊາການ ຈຳນວນໜຶ່ງ; ແຜນງານທີ 5: ແຜນງານພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງ ແລະ ງົບປະມານ ປະກອບມີ 5 ໂຄງການ 18 ກິດຈະກໍາ, ແຜນງານີ້, ຈະຕັ້ງໜ້າຄົ້ນຄວ້າ, ນໍາສະ ເໜີລັດຖະບານເພື່ອສະໜອງງົບປະມານ ໃນການຈັດຕັ້ງປະຕິບັດແຜນພັດທະນາວຽກງານໄອຍະການ 2026-2030 ໃຫ້ໄດ້ຮັບຜົນດີ, ໂດຍສະເພາະການກໍ່ສ້າງພື້ນຖານໂຄງລ່າງຢູ່ຂັ້ນທ້ອງຖິ່ນ, ສ້າງແຜນງົບປະມານ ແລະ ຄຸ້ມຄອງລາຍຮັບ-ລາຍຈ່າຍ, ເອົາໃຈໃສ່ສະໜອງ ແລະ ຄຸ້ມຄອງພາຫະນະ, ອຸປະກອນຮັບໃຊ້ ໃຫ້ແກ່ການເຄື່ອນໄຫວວຽກງານໄອຍະການປະຊາຊົນ ໃນແຕ່ລະໄລຍະໃຫ້ຄົບຖ້ວນຕາມການອະນຸມັດຂອງລັດຖະບານ ແລະ ຖືກຕ້ອງຕາມກົດໝາຍ; ແຜນງານທີ 6: ແຜນງານຮ່ວມມືກັບຕ່າງປະເທດ, ປະກອບມີ 6 ໂຄງການ 18 ກິດຈະກໍາ, ແຜນງານນີ້ ສືບຕໍ່ເປັນເຈົ້າການປະຕິບັດນະໂຍບາຍການພົວພັນຮ່ວມມືກັບຕ່າງປະເທດໃນເງື່ອນໄຂໃໝ່ຂອງພັກເພື່ອຍາດແຍ່ງບົດຮຽນ, ທຶນຮອນ ແລະ ເຕັກໂນໂລຊີ ປະກອບສ່ວນເຂົ້າໃນການພັດທະນາວຽກງານໄອຍະການປະຊາຊົນ ໃຫ້ຂະຫຍາຍຕົວຕາມທິດຫັນເປັນທັນສະໄໝເທື່ອລະກ້າວ. ໂດຍສຸມໃສ່ການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ ແລະ ສປ ຈີນ ໃຫ້ກ້າວສູ່ລ່ວງເລີກ, ຮ່ວມມືກັບໄອຍະການ ບັນດາປະເທດໃນອາຊຽນ ແລະ ປະເທດອື່ນໆ ໃນພາກພື້ນ ແລະ ສາກົນ, ຄົ້ນຄວ້າສ້າງສົນທິສັນຍາ ແລະ ຈັດຕັ້ງປະຕິບັດກົນໄກການຮ່ວມມືທາງດ້ານຍຸຕິທໍາກັບຕ່າງປະເທດ ຢ່າງມີປະສິດທິຜົນ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກຜ່ານມາ ທີ່ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນ ຫຼວງ ມະນີລາ ສ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະແບບບໍ່ເປັນທາງການ (Pull-aside) ກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສູດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃນປີ 2026. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໂດຍອີງຕາມຫຼັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ.
ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ໃນລະຫວ່າງວັນທີ 15-16 ພະຈິກນີ້, ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນຄືນໃໝ່ໃນສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສະຖຽນລະພາບທີ່ຍືນຍົງ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກສົມບູນ, ປະເທດສະມາຊິກສົມທົບ ແລະ ປະເທດສະມາຊິກສັງເກດການຂອງອົງການຝຣັງໂກໂຟນີສາກົນ (OIF) ເຂົ້າຮ່ວມ. ພ້ອມນີ້, ຍັງມີການປຶກສາຫາລືໃນຫົວຂໍ້ສະເພາະຄື: “ການເສີມສ້າງສັນຕິພາບ: ໂຄງການລວມໝູ່ລວມເອົາຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫຼາກຫຼາຍຂອງພວກເຮົາ” ຂອງບັນດາປະເທດສະມາຊິກ.
ພັກປປ ລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ພົບປະປຶກສາຫາລື ການພົວພັນຮ່ວມມື

ພັກປປ ລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ພົບປະປຶກສາຫາລື ການພົວພັນຮ່ວມມື

ໃນຕອນເຊົ້າວັນທີ 16 ພະຈິກນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຮັບປະທານອາຫານເຊົ້າ ແລະ ພົບປະສາມຝ່າຍ ລາວ-ຫວຽດນາມ-ກຳປູເຈຍ ໂດຍການເປັນເຈົ້າພາບຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກໍາປູເຈຍ.
ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX

ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ.
ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາ ສາດສຸຂະພາບແຫ່ງຊາດ (ມວສຊ) ພ້ອມທັງເປີດສົກຮຽນໃໝ່ 2026-2027 ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້ ທີ່ວິທະຍາເຂດດົງໂພສີ ມວສຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ອະດີດການນໍາກະຊວງສາທາລະນະສຸກ, ບັນດາຜູ້ອໍານວຍການ-ຮອງອໍານວຍການໃຫຍ່, ຄູ-ອາຈານ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ໃນວັນທີ 15 ພະຈິກນີ້ ທີ່ມະນີລາ ສາທາລະນະລັດ ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງໄດ້ມີພິທີເປີດກອງປະຊຸມຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ພະຈິກ ນີ້, ໂດຍການເປັນປະທານຂອງ ທ່ານ ເຟີດິນານ ມາຄອດຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໃນນາມປະທານອາຊຽນ 2026,
ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍທ່ານ ໂຄອິຊຸມິ ຊຶໂຕມຸ(H.E Mr. KOIZUMI Tsutomu)ເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho)ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແກ່ ສປປ ລາວ.
ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ