ອອປສ ປາຖະກະຖາ 4 ວັນສຳຄັນປະຫວັດສາດ

ອອປສ ປາຖະກະຖາ 4 ວັນສຳຄັນປະຫວັດສາດ
ໃນວັນທີ 15 ພຶດສະພານີ້ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມປາຖະກະຖາເອກະສານ 4 ວັນ ສຳຄັນປະຫວັດສາດຄື: ວັນກຳມະກອນສາກົນ ຄົບຮອບ 138 ປີ (1 ພຶດສະພາ 1886 - 1 ພຶດສະພາ 2024) ແລະ ວັນໄຊຊະນະບັ້ນຮົບດຽນບຽນຝູ້ ຄົບຮອບ 70 ປີ (7/5/1959 – 7/5/2024), ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 65 ປີ (18 ພຶດສະພາ 1959 - 18 ພຶດສະພາ 2025) ແລະ ວິລະກໍາໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ (24 ພຶດສະພາ 1960 - 24 ພຶດສະພາ 2024). ໃຫ້ກຽດປາຖະກະຖາໂດຍທ່ານ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ ຮອງຫົວໜ້າ ອອປສ, ມີບັນດາສະຫາຍຄະນະບໍລິຫານງານພັກ, ຄະນະກົມ ແລະ ຄະນະພະແນກ ເຂົ້າຮ່ວມ 140 ສະຫາຍ.
    ໃນວາລະດັ່ງກ່າວ, ທ່ານ ຄໍາເພັດ ສົມວໍລະຈິດ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງ 4 ເຫດການດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມສະຫຼຽວສະຫຼາດຂອງການນຳພັກ ແລະ ແນວລາວຮັກຊາດຊຶ່ງໄດ້ຊີ້ນຳຢ່າງໃກ້ຊິດຕໍ່ກຳລັງປະຕິວັດທີ່ຢູ່ແນວໜ້າ ແລະ ມີໄຫວພິບ ມີຄວາມປີຊາສາມາດຂອງຄະນະພັກ-ຄະນະບັນຊາ, ຄວາມຕັດສິນໃຈຢ່າງເດັດຂາດຂອງພະນັກງານປະຕິວັດ ແລະ ຄວາມເປັນອັນໜຶ່ງອັນດຽວຂອງປະຊາຊົນບັນດາເຜົ່າຈຶ່ງສາມາດເຮັດໃຫ້ກອງພັນທີສອງຜ່າວົງປິດລ້ອມອັນແໜ້ນໜາຂອງສັດຕູໄປໄດ້, ຕໍ່ມາບໍ່ພໍທໍ່ໃດເດືອນເຫດການທີສອງກໍເກີດຂຶ້ນ ຊຶ່ງຜູ້ນຳຝ່າຍແນວລາວຮັກຊາດຂອງພວກເຮົາຈຳນວນ 16 ທ່ານທີ່ຖືກພວກສັດຕູຈັບຕົວໄປຂັງທີ່ຄຸກໂພນເຄັງກໍໄດ້ໂຕນອອກຈາກຄຸກ ພ້ອມກັນມຸ່ງໜ້າໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ, ສອງເຫດການນີ້ເປັນການສ້າງຄວາມແຕກຕື່ນ ຢ້ານກົວໃຫ້ແກ່ພວກສັດຕູຢ່າງໃຫຍ່ຫຼວງ. ນອກນັ້ນ, ຍັງໄດ້ຮັບຟັງຕົ້ນກຳເນີດຂອງວັນກຳມະກອນສາກົນຊຶ່ງເປັນວັນແຫ່ງການຕໍ່ສູ້ກູ້ຊາດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກທີ່ໄດ້ພ້ອມກັນລຸກຮືຂຶ້ນຕໍ່ສູ້ທວງເອົາສິດສະເໝີພາບອະທິປະໄຕ, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ, ທວງໃຫ້ນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ, ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີຈຶ່ງໄດ້ກາຍເປັນວັນທີມີຄວາມໝາຍ-ຄວາມສຳຄັນ, ຄວາມສາມັກຄີຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ແລະ  ມູນເຊື້ອວັນໄຊຊະນະບັ້ນຮົບດຽນບຽນຝູ້ ການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກຂອງປະຊາຊົນຫວຽດນາມຈົນໄດ້ຮັບໄຊຊະນະ ແລະ ມີກຽດສະຫງ່າ, ໄຊຊະນະດຽນບຽນຝູ້ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບຮ່ວມຂຸມຄອງຕ້ານສັດຕູຕົວດຽວກັນ ເພື່ອປົດປ່ອຍຕົນເອງ, ທັງເປັນແວ່ນແຍງທີ່ໃສແຈ້ງໃຫ້ແກ່ບັນດາປະຊາຊາດ ແລະ ກາຍເປັນຖານທີ່ໝັ້ນຂອງການປະຕິວັດທີ່ເຂັ້ມແຂງໄຊຊະນະດຽນບຽນຝູ້ເປັນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ ໃນພາລະກິດສ້າງສາພັດທະນາປະເທດຊາດຊົ່ວກາລະນານ.
 ຈຸດປະສົງໃນການປະຖະກະຖາເລົ່າຄືນມູນເຊື້ອ, ລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະ ຂອງບັນດານັກຮົບທີ່ໄດ້ອຸທິດຕົນ ເພື່ອປະເທດຊາດໃນຂະບວນການປະຕິວັດຜ່ານມາ ແລະ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ, ທາດແທ້ຂອງພັກເຮົາ ເຂົ້າໃນການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ ເພື່ອເຮັດໃຫ້ພະນັກງານ ອ້ອມຂ້າງອົງການໄອຍະການປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍ ຄວາມສຳຄັນຂອງສາມເຫດການດັ່ງກ່າວ ເພື່ອໃຫ້ສະມາຊິກພັກ-ພະນັກງານ ມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງໃນທົ່ວອົງການໄອຍະການປະຊາຊົນ ເອົາເປັນແບບເປັນຢ່າງໃນການດຳລົງຊີວິດປະຕິບັດໜ້າທີ່ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບຫຼັກການ, ໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທໍາ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
(ຂ່າວ-ພາບ:ສຸກພາວະດີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ