ອອປສ ປາຖະກະຖາມນູນເຊື້ອວັນປະກາດເອກະລາດ ຄົບຮອບ 80 ປີ

ອອປສ ປາຖະກະຖາມນູນເຊື້ອວັນປະກາດເອກະລາດ ຄົບຮອບ 80 ປີ

ອອປສ ປາຖະກະຖາມນູນເຊື້ອວັນປະກາດເອກະລາດ ຄົບຮອບ 80 ປີ
ອົງການໄອຍະການ ປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມປາຖະກະຖາຫວນຄືນນູນເຊື້ອວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945 - 12 ຕຸລາ 2025) ຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ ອອປສ ໃຫ້ກຽດປາຖະກະຖາ ໂດຍທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຊຶ່ງມີຮອງຫົວໜ້າ ອອປສ, ບັນດາຫົວໜ້າກົມ-ຮອງກົມ ແລະ ພະນັກງານນຳພາເຂົ້າຮ່ວມຮັບຟັງ.
ອອປສ ປາຖະກະຖາມນນເຊອວນປະກາດເອກະລາດ ຄບຮອບ 80 ປ - image 1
 

 

ທ່ານ ໄຊຊະນະ ໂຄດພູທອນ ໄດ້ປາຖະກະຖາຍົກໃຫ້ເຫັນເຖິງຂະບວນການເຄື່ອນໄຫວວັນປະກາດເອກກະລາດໃນວັນທີ 12 ຕຸລາ 1945 ເປັນເທື່ອທຳອິດທີ່ປະຊາຊົນລາວໄດ້ກາຍເປັນເຈົ້າຂອງປະເທດຊາດ ຊຶ່ງການປະກາດເອກກະລາດ ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວຂອງພວກເຮົາ ກໍຄືຮັບຮູ້ອະທິປະໄຕ ແລະ ເຂດນ້ຳແດນດິນຂອງປະເທດລາວ ພ້ອມດຽວກັນນັ້ນຍັງໄດ້ຮັບຮູ້ລັດຖະບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າຊາດລາວ, ຄົນລາວ ກໍເປັນຄົນທີ່ມີກຽດ, ມີສັກສີເໝືອນກັບຄົນຊາດອື່ນໆ ແລະ ມີອິດສະຫຼະພາບເປັນຂອງຕົນເອງ ແລະ ມີການພັດທະນາຕົນເອງ ເພື່ອຄວາມຢູ່ດີກິນດີ ແລະ ມີການພັດທະນາຈະເລີນກ້າວໜ້າ. ຍ້ອນແນວນັ້ນ ພວກເຮົາຈຶ່ງກຳນົດເອົາວັນທີ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ມີຄວາມສຳຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈຍອມຕາຍດີກວ່າຍອມເປັນຂ້ອຍຂ້າ, ຕາຍເພື່ອຄວາມເປັນເອກະລາດ ດີກວ່າຢູ່ພາຍໃຕ້ການປົກຄອງຂອງຕ່າງຊາດ. ຈາກນັ້ນ, ມາມຮວັນທີ 12 ຕຸລາ 1945 ຈຶ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວຜູ້ຮັກຊາດ ຊຶ່ງໄຊຊະນະດັ່ງກ່າວລ້ວນແຕ່ຢູ່ພາຍໃຕ້ການນຳພາ - ຊີ້ນຳຂອງພັກປະຊາຊົນປະຕິວັດລາວ.

ໃນການຈັດຕັ້ງປາຖະກະຖາຄັ້ງນີ້: ກໍເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ທົ່ວ ອອປສ ມີຄວາມຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບວັນສຳຄັນດັ່ງກ່າວ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ກາຍເປັນພະນັກງານຜູ້ສືບທອດທີ່ດີຂອງພັກ ແລະ ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

(ຂ່າວ-ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ