ພິທີປາຖະກະຖາວັນມະຫາປະຕິວັດເດືອນຕຸລາຣັດເຊຍ

ອອປສ ປາຖະກະຖາວັນມະຫາປະຕິວັດເດືອນຕຸລາຣັດເຊຍຄົບຮອບ 107 ປີ

ອອປສ ປາຖະກະຖາວັນມະຫາປະຕິວັດເດືອນຕຸລາຣັດເຊຍຄົບຮອບ 107 ປີ
ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີປາຖະກະຖາວັນມະຫາປະຕິວັດເດືອນຕຸລາຣັດເຊຍ ຄົບຮອບ 107 ປີ

 

(7 ພະຈິກ 1917–7 ພະຈິກ 2024) ຂຶ້ນໃນວັນທີ 8ພະຈິກນີ້ ທີ່ ອອປສ ໂດຍໃຫ້ກຽດປາຖະກະຖາຂອງສະຫາຍຄຳເພັດສົມວໍລະຈິດຄະນະປະຈຳພັກຮອງຫົວໜ້າອົງການ ອອປສ,ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກ,ຫ້ອງການ, ບັນດາກົມ,ສະຖາບັນຄົ້ນຄວ້າແລະຝຶກອົບຮົມໄອຍະການ, ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ສະຫາຍ ຄຳເພັດ ສົມວໍລະຈິດໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອຄວາມເປັນມາການກຳເນີດເກີດຂຶ້ນຂອງລັດທິສັງຄົມນິຍົມ-ຣັດເຊຍຂອງຊົນຊັ້ນກຳມະກອນທຳອິດໃນປະຫວັດສາດຂອງມະນຸດ ແລະ ເຮັດໃຫ້ລັດທິສັງຄົມນິຍົມຈາກທິດສະດີ ກາຍມາເປັນຈິງໃນຊີວິດການເມືອງຂອງໂລກ. ພາຍຫຼັງສົງຄາມໂລກຄັ້ງທີ II ຢຸດຕິລົງ, ຂະບວນການຕໍ່ສູ້ປົດປ່ອຍຊາດໄດ້ຟົດຟື້ນຂຶ້ນທົ່ວໂລກ, ຫຼາຍປະເທດພາຍຫຼັງໄດ້ຮັບການປົດປ່ອຍກໍໄດ້ກ້າວເດີນໄປຕາມເສັ້ນທາງສັງຄົມນິຍົມ ອັນໄດ້ເຮັດໃຫ້ສັງຄົມນິຍົມກາຍເປັນລະບົບໜຶ່ງ ແຕ່ເອີຣົບຮອດອາຊີ ແລະ ອາເມຣິກາລາຕິນ. ສະຫະພາບໂຊວຽດໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອຢ່າງໃຫຍ່ຫຼວງຕໍ່ຂະບວນການກອມມູນິດ, ກຳມະກອນ ແລະ ຂະບວນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນທົ່ວໂລກ. ສະນັ້ນ, ເປັນເວລາກວ່າເຄິ່ງສະຕະວັດສັງຄົມນິຍົມ ແລະ ສະຫະພາບໂຊວຽດໄດ້ກາຍເປັນກຳແພງເພັດແຫ່ງສັນຕິພາບໂລກ. ພາຍຫຼັງປະເທດເຮົາໄດ້ຮັບການປົດປ່ອຍຢ່າງສົມບູນ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສະຫະພາບໂຊວຽດໄດ້ຕັ້ງໜ້າໃຫ້ການສະໜັບສະໜູນຊ່ວຍເຫຼືອຕໍ່ປະເທດເຮົາຢ່າງໃຫຍ່ຫຼວງ ແລະ ຮອບດ້ານ ເປັນຕົ້ນດ້ານການເມືອງ, ເສດຖະກິດ, ສຶກສາ, ສາທາລະນະສຸກ, ວັດທະນະທຳ, ວິທະຍາສາດເຕັກໂນໂລຊີ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການຕ່າງປະເທດ ແລະ ການກໍ່ສ້າງພະນັກງານ. ນອກຈາກນີ້, ການຮ່ວມມື ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງສະຫະພາບໂຊວຽດມີຫຼາຍກິດຈະກຳທີ່ເປັນພື້ນຖານໃຫ້ແກ່ສປປ ລາວ.

ການປະຕິວັດເດືອນຕຸລາຣັດເຊຍປະສົບຜົນສຳເລັດບໍ່ພຽງແຕ່ເປັນຂີດໝາຍການກຳເນີດຂອງລັດທິສັງຄົມນິຍົມທຳອິດໃນໂລກເທົ່ານັ້ນຫາກຍັງສ້າງປະຖົມປັດໄຈໃຫ້ການກຳເນີດຂອງລະບົບສັງຄົມນິຍົມ, ສາເຫດອັດຕະວິໄສນັ້ນລ້ວນແຕ່ມີຄວາມກ່ຽວຂ້ອງເຖິງການຢຶດໝັ້ນ, ຈົງຮັກພັກດີ, ໝູນໃຊ້, ພັດທະນາຂໍ້ລິເລີ່ມຂອງລັດທິມາກ-ເລນິນໃນວິວັດທະນາການປະຕິວັດສັງຄົມນິຍົມ ແລະ ພາລະກິດການກໍ່ສ້າງລັດທິສັງຄົມນິຍົມໄດ້ສະແດງໃຫ້ເຫັນກຳລັງແຮງຢ່າງພຽງພໍ ແລະ ລັກສະນະດີເລີດຂອງລັດທິສັງຄົມນິຍົມ.

ການປາຖະກະຖາໃນຄັ້ງນີ້, ເພື່ອໃຫ້ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາຊິກພັກ,ພະນັກງານຫຼັກແຫຼ່ງທົ່ວ ອອປສ ໄດ້ຮັບຮູ້ ແລະ ກໍາແໜ້ນໄດ້ເນື້ອໃນຢ່າງເລິກເຊິ່ງ ເພື່ອນໍາໄປເປັນບົດຮຽນເຂົ້າໃນວຽກງານທີ່ຮັບຜິດຊອບ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ (H.E. Mr. Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.
ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ໃນວັນທີ15 ກໍລະກົດນີ້, ທ່ານ ເມແກັນຈອນສເອກອັກຄະລັດຖະທູດອົດສະຕຣາລີ ໄດ້ພົບປະຮ່ວມກັບທ່ານ ຄຳພັນເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ເພື່ອປຶກສາຫາລືການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງລາວແລະອົດສະຕຣາລີແລະການສະໜັບສະໜູນຂອງອົດສະຕຣາລີຕໍ່ຂະແໜງສື່ມວນຊົນຂອງລາວ. ການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ຮັດການຮ່ວມມືໃນຂະແໜງສື່ມວນເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລາວ-ອົດສະຕຣາລີ.
ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນແລະ ວັນຊາດ ແຫ່ງ ສາທາລະນະລັດຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ.ຟິລິບປິນ ປະຈໍາ ສປປ ລາວ, ພ້ອມທັງມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ເພີ່ມເຕີມ