ທ່ານ ແອວບານີຊີ ກ່າວວ່າ: ລັດຖະບານອົສຕຣາລີຈະສະເໜີກົດໝາຍຕໍ່ລັດຖະສະພາລັດເພື່ອເພີ່ມຄ່າປັບໃໝສູງສຸດຈາກ 49.5 ລ້ານໂດລາອົສຕຣາລີ ເປັນ 99 ລ້ານໂດລາອົສຕຣາລີ ສຳລັບບໍລິສັດສື່ສັງຄົມອອນລາຍທີ່ບໍ່ສາມາດປ້ອງກັນເດັກນ້ອຍອາຍຸຕ່ຳກວ່າ 16 ປີຈາກການນຳໃຊ້ແພັລດຟອມຂອງເຂົາເຈົ້າ.
ອົສຕຣາລີ ໄດ້ຈັດຕັ້ງປະຕິບັດຂໍ້ຫ້າມເດັກນ້ອຍອາຍຸຕ່ຳກວ່າ 16 ປີໃຊ້ສື່ສັງຄົມສະບັບທຳອິດຂອງໂລກໃນເດືອນທັນວາ 2025, ແຕ່ຈາກຜົນການສຶກສາຈາກມະຫາວິທະຍາໄລ Newcastle ພົບວ່າຫຼາຍກວ່າ 85% ຂອງເດັກນ້ອຍອາຍຸຕໍ່າກວ່າ 16 ປີກ່າວວ່າເຂົາເຈົ້າຍັງໃຊ້ສື່ສັງຄົມອອນລາຍຢູ່ເຖິງແມ່ນວ່າສາມເດືອນຫຼັງຈາກການຫ້າມມີຜົນບັງຄັບໃຊ້.
ນອກເໜືອຈາກການເພີ່ມຄ່າປັບໃໝແລ້ວ, ທ່ານ ແອວບານີຊີ ຍັງໄດ້ສະເໜີດັດແກ້ກົດໝາຍເພື່ອໃຫ້ຄະນະກຳມະການຄວາມປອດໄພທາງອິນເຕີເນັດຂອງລັດຖະບານອົສຕຣາລີມີອຳນາດຫຼາຍຂຶ້ນໃນການບັງຄັບໃຫ້ບໍລິສັດສື່ສັງຄົມອອນລາຍສະໜອງຫຼັກຖານການປະຕິບັດຕາມຂໍ້ຫ້າມດັ່ງກ່າວອີກດ້ວຍ.
ຄໍາເຫັນ