ອົສຕຣາລີ ມີປະຊາກອນທີ່ເຮັດວຽກຫຼາຍກວ່າໜຶ່ງວຽກ ເຖິງ 1 ລ້ານຄົນ

ອົສຕຣາລີ ມີປະຊາກອນທີ່ເຮັດວຽກຫຼາຍກວ່າໜຶ່ງວຽກ ເຖິງ 1 ລ້ານຄົນ

ອົສຕຣາລີ ມີປະຊາກອນທີ່ເຮັດວຽກຫຼາຍກວ່າໜຶ່ງວຽກ ເຖິງ 1 ລ້ານຄົນ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ກັນຍາ ຜ່ານມາວ່າ: ສຳນັກງານສະຖິຕິອົສຕຣາລີລາຍງານວ່າ, ຈຳນວນຊາວອົສຕຣາລີທີ່ເຮັດວຽກຫຼາຍກວ່າໜຶ່ງວຽກມີເຖິງ 1 ລ້ານຄົນໃນເດືອນມິຖຸນາ 2026 ຊຶ່ງຄິດເປັນ 6.9% ຂອງຜູ້ມີວຽກເຮັດງານທຳທັງໝົດ ແລະ ເພີ່ມຂຶ້ນ 6.6% ຈາກ 984,200 ຄົນໃນເດືອນມີນາ. ສ່ວນຈຳນວນຜູ້ທີ່ເຮັດວຽກດຽວ ມີ 14.1 ລ້ານຄົນ.

 

ບົດລາຍງານລະບຸວ່າ: ແມ່ຍິງມີທ່າອ່ຽງທີ່ຈະເຮັດວຽກຫຼາຍກວ່າໜຶ່ງວຽກຫຼາຍກວ່າຜູ້ຊາຍ, ໂດຍ 7.7% ຂອງແມ່ຍິງທີ່ມີວຽກເຮັດຫຼາຍກວ່າໜຶ່ງວຽກ, ອັດຕາສ່ວນດັ່ງກ່າວໃນຜູ້ຊາຍທີ່ມີວຽກເຮັດ 6.2%. ຜູ້ທີ່ມີອາຍຸ 20-24 ປີ ມີສ່ວນແບ່ງສູງສຸດຂອງຜູ້ທີ່ມີວຽກເຮັດຫຼາຍກວ່າໜຶ່ງວຽກ ຢູ່ທີ່ 11.2%, ກົງກັນຂ້າມກັບຜູ້ທີ່ມີອາຍຸ 65 ປີຂຶ້ນໄປທີ່ມີພຽງ 3.1% ເທົ່ານັ້ນ.

ອັດຕາການເຮັດວຽກຫຼາຍກວ່າໜຶ່ງວຽກ ຍັງຄົງຢູ່ລະຫວ່າງ 5-6% ໃນໄລຍະປີ 1994-2019 ກ່ອນທີ່ຈະຫຼຸດລົງຢ່າງໄວວາໃນລະຫວ່າງການລະບາດຂອງພະຍາດໂຄວິດ-19. ຫຼັງຈາກນັ້ນໄດ້ຟື້ນຕົວຂຶ້ນສູ່ລະດັບສູງສຸດແບບບໍ່ເຄີຍມີມາກ່ອນທີ່ 6.9% ແລະ ຍັງຄົງຄົງທີ່ ຢູ່ທີ່ 6.4% ຂຶ້ນໄປນັບຕັ້ງແຕ່ເດືອນມິຖຸນາ 2022.

ບົດລາຍງານລະບຸຕື່ມວ່າ: ຜູ້ທີ່ມີວຽກຫຼາຍກວ່າໜຶ່ງວຽກ ເຮັດວຽກສະເລ່ຍ 39.3 ຊົ່ວໂມງຕໍ່ອາທິດໃນເດືອນມີນາ ຊຶ່ງສູງກວ່າຄົນທີ່ເຮັດວຽກດຽວ ສະເລ່ຍ 34.8 ຊົ່ວໂມງຕໍ່ອາທິດ. ຍິ່ງໄປກວ່ານັ້ນ, ຜູ້ທີ່ມີວຽກຫຼາຍກວ່າໜຶ່ງວຽກມັກຢູ່ໃນພາກພື້ນຕ່າງໆຫຼາຍກວ່າຢູ່ໃນເມືອງຫຼວງຂອງລັດໃນອົສຕຣາລີ.

ຄໍາເຫັນ

ຂ່າວຕ່າງປະເທດ

ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ກະຊວງການເງິນຂອງອູແກຣນເປີດເຜີຍວ່າ, ອູແກຣນໄດ້ຮັບເງິນສະໜັບສະໜູນ ຈາກສະຫະພາບເອີຣົບ (EU) ຈຳນວນ 2.9 ຕື້ເອີໂຣ ເພື່ອສ້າງສະຖຽນລະພາບທາງເສດຖະກິດ, ສະໜັບສະໜູນລາຍຈ່າຍງົບປະມານທີ່ສຳຄັນ, ການຟື້ນຟູ ແລະ ສ້າງຄວາມທັນສະໄໝ, ລວມທັງການດຳເນີນການປະຕິຮູບ ເພື່ອມຸ່ງໄປສູ່ການເປັນສະມາຊິກຂອງ EU.
ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງລາຍງານວ່າ, ເດືອນກັນຍາ 2026 ເປັນເດືອນກັນຍາທີ່ຮ້ອນທີ່ສຸດອັນດັບ 2 ໃນປະເທດຝຣັ່ງ ນັບຕັ້ງແຕ່ມີການບັນທຶກໃນປີ 1900. ໂດຍອຸນຫະພູມສະເລ່ຍໃນເດືອນກັນຍາສູງກວ່າລະດັບສະເລ່ຍປະມານ 3.1 ອົງສາ ໃນໄລຍະປີ 1991-2020 ແລະ ເປັນອັນດັບສອງຮອງຈາກເດືອນກັນຍາ 2023 ທີ່ມີອຸນຫະພູມສະເລ່ຍສູງກວ່າລະດັບສະເລ່ຍ 3.6 ອົງສາ.
ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ຕຸລາ ຜ່ານມາວ່າ: ຍີ່ປຸ່ນຍັງຄົງຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນປີນີ້, ຕາມຫຼັງ ສ ເກົາຫຼີ, ສິງກະໂປ ແລະ ຈີນ ໃນບັນດາເຂດເສດຖະກິດຫຼັກຂອງພາກພື້ນ.
ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະ​ເທດຄູ່ຮ່ວ​ມ​ມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມ​ມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ​ຣັດເຊຍ) ໄດ້ຕົກ​ລົງຮັກສາລະດັບປະ​ລິ​ມານນ້ຳມັນສູງສຸດປັດຈຸບັນໃນເດືອນ ພະຈິກ. ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມວ່າ 7 ປະເທດ ຈະຮັກສາຍອດ​ປະ​ລິ​ມານ​ນ້ຳມັນ​ຢູ່​ລະ​ດັບສູງສຸດ​ ​ຂຶ້ນ​ເປັນ 31.01 ລ້ານຖັງ/ວັນ.
ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ອາ​ຊຽນ-ຈີນ ຍີ່​ປຸ່ນ ​ສ ເກົາຫຼີ ສືບ​ຕໍ່​ມີ​ຄວາມ​ໝັ້ນ​ທ່ຽງ

ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ອາ​ຊຽນ-ຈີນ ຍີ່​ປຸ່ນ ​ສ ເກົາຫຼີ ສືບ​ຕໍ່​ມີ​ຄວາມ​ໝັ້ນ​ທ່ຽງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 5 ຕຸ​ລາ​ ຜ່ານມາ, ຫ້ອງ​ການ​ຄົ້ນ​ຄວ້າ​ເສດ​ຖະ ​ກິ​ດ​ມະ​ຫາ​ພາກ​​ອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ​ ເກົາຫຼີ ໄດ້​ປະ​ກາດບົດ​ລາຍ​ງານ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ການ​ທະ​ນາ​ຄານ​ຢູ່​ພາກ​ພື້ນ​ອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ສະ​ບັບ 2026 ແລະ ບົດ​ລາຍ​ງາ​ນ​ຄາດ​ຄະ​ເນ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ປີ 2026 ສະ​ບັບ​ປັບ​ປຸງ​ໃໝ່​ໃນ​ເດືອນ​ຕຸ​ລາ ຢ່າງ​ເປັນ​ທາງ​ການ. ບົດ​ລາຍ​ງານ​ລະ​ບຸ​ວ່າ: ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ລັງ​ງານ​ຢູ່​ຕາ​ເວັນ​ອອກ​ກາງ​ກໍ​ຕາມ, ແຕ່​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ນີ້​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ.
ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV

ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ຕຸລາ ຜ່ານມາ, ກອງປະຊຸມຄັ້ງທີ 4 ຄະນະບໍ​ລິ​ຫານ​ງານສູນກາງພັກກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV ໄດ້ເປີດຂຶ້ນຢ່າງສົມກຽດ. ໂດຍການເປັນປະທານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະທານປະເທດ ຫວຽດ​.
ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ

ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດ ຜ່ານມາວ່າ: ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ, ດັດຊະນີລາຄາອາຫານທົ່ວໂລກໃນເດືອນກັນຍາ ສະເລ່ຍຢູ່ທີ່ 136.0 ຈຸດ, ເພີ່ມຂຶ້ນຈາກໂຕເລກເດືອນສິງຫາທີ່ໄດ້ຮັບການປັບປຸງໃໝ່ທີ່ 134.0 ຈຸດ. ໂດຍເປັນການເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ, ນັບຕັ້ງແຕ່ເດືອນພະຈິກ 2022, ທ່າມກາງບັນຫາດ້ານການຂົນສົ່ງ ແລະ ຄວາມກັງວົນກ່ຽວກັບສະພາບອາກາດ. ດັດຊະນີລາຄາມາດຕະຖານສຳລັບທັນຍາພືດ, ນ້ຳຕານ ແລະ ນ້ຳມັນພືດ ໄດ້ເພີ່ມຂຶ້ນໃນເດືອນກັນຍາ ຜ່ານມາ, ໃນຂະນະທີ່ລາຄາຊີ້ນ ແລະ ຜະລິດຕະພັນນົມຫຼຸດລົງ.
ໃນເດືອນກັນຍາ ພາກຕາເວັນອອກຂອງຍີ່ປຸ່ນປະເຊີນກັບຝົນຕົກໜັກ

ໃນເດືອນກັນຍາ ພາກຕາເວັນອອກຂອງຍີ່ປຸ່ນປະເຊີນກັບຝົນຕົກໜັກ

ຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ, ພາກຕາເວັນອອກຂອງຍີ່ປຸ່ນມີຝົນຕົກໜັກຫຼາຍກວ່າສອງເທົ່າຂອງປະລິມານນ້ຳຝົນສະເລ່ຍໃນເດືອນກັນຍາ ຊຶ່ງສູງທີ່ສຸດນັບຕັ້ງແຕ່ມີການເກັບກຳຂໍ້ມູນໃນປີ 1946. ໃນຂະນະດຽວກັນ, ຈຳນວນຊົ່ວໂມງທີ່ມີແສງແດດໃນເດືອນດັ່ງກ່າວໄດ້ຫຼຸດລົງຕໍ່າສຸດ ມີພຽງແຕ່ປະມານເຄິ່ງໜຶ່ງຂອງລະດັບປົກກະຕິເທົ່ານັ້ນ.
ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣ ເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 3 ປີ

ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣ ເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 3 ປີ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ຂໍ້ມູນເບື້ອງຕົ້ນທີ່ອົງການສະຖິຕິສະຫະພາບເອີຣົບ ເປີດເຜີຍໃນວັນທີ 2 ຕຸລາຜ່ານມາ ສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນກະທົບຈາກລາຄາພະລັງງານທີ່ເພີ່ມສູງຂຶ້ນຢ່າງຫຼວງຫຼາຍ, ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣໃນເດືອນກັນຍາໄດ້ເພີ່ມຂຶ້ນເປັນ 3.8%, ເພີ່ມຂຶ້ນ 0.6% ຈາກລະດັບ 3.2% ໃນເດືອນສິງຫາຜ່ານມາ ຊຶ່ງເປັນລະດັບສູງສຸດນັບແຕ່ເດືອນກັນຍາປີ 2023 ເປັນຕົ້ນມາ.
ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ​ກວມເອົາ​ 100 ກວ່າ​ປະ​ເທດ

ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ​ກວມເອົາ​ 100 ກວ່າ​ປະ​ເທດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ວັນທີ 3 ຕຸລາ ຜ່ານມາ ແມ່ນວັນຄົບຮອບ 13 ປີແຫ່ງການສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ເສັ້ນທາງສາຍໄໝທາງທະເລໃນສະຕະວັນທີ 21”. ການກໍ່ສ້າງເສັ້ນທາງສາຍໄໝທາງທະເລສາຍນີ້ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດໃນພາກພື້ນ ເຊັ່ນ: ອາຊີຕາເວັນອອກສ່ຽງໃຕ້, ອາຟຣິກາ ແລະ ອາເມຣິກາລາຕິນ ຢ່າງມີປະສິດທິຜົນ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
ເພີ່ມເຕີມ