ບົດລາຍງານຍັງຊີ້ໃຫ້ເຫັນວ່າ: ອັດຕາການລອດຊີວິດຂອງຜູ້ທີ່ເປັນມະເຮັງເຕົ້ານົມ ຊຶ່ງເປັນມະເຮັງທີ່ພົບຫຼາຍທີ່ສຸດໃນແມ່ຍິງອົສຕຣາລີ, ເພີ່ມຂຶ້ນຈາກ 75% ໃນລະຫວ່າງປີ 1987 - 1991 ເປັນ 93% ໃນລະຫວ່າງປີ 2017- 2021. ສ່ວນອັດຕາການລອດຊີວິດຂອງຜູ້ທີ່ເປັນມະເຮັງຕ່ອມລູກໝາກ ຊຶ່ງເປັນມະເຮັງທີ່ພົບຫຼາຍທີ່ສຸດໃນຜູ້ຊາຍອົສຕຣາລີ, ເພີ່ມຂຶ້ນຈາກ 60% ເປັນ 96% ໃນໄລຍະດຽວກັນ.
ອັດຕາການເສຍຊີວິດຈາກພະຍາດມະເຮັງທີ່ປັບຕາມອາຍຸໂດຍລວມໃນອົສຕຣາລີຫຼຸດລົງ, ຈາກຜູ້ເສຍຊີວິດ 257 ຄົນຕໍ່ປະຊາກອນ 100,000 ຄົນ ໃນປີ 2000 ເປັນ 194 ຄົນຕໍ່ 100,000 ຄົນໃນປີ 2025. ສ່ວນອັດຕາການບົ່ງມະຕິພະຍາດມະເຮັງໃນຊາວອົສຕຣາລີ ທີ່ມີອາຍຸ 30-39 ປີ ແລະ 40-49 ເພີ່ມຂຶ້ນ, ແຕ່ອັດຕາການຕາຍໂດຍລວມຫຼຸດລົງ.
ອັດຕາການເກີດພະຍາດມະເຮັງທີ່ປັບຕາມອາຍຸຂອງຊາວອົສຕຣາລີທີ່ມີອາຍຸ 30-39 ປີເພີ່ມຂຶ້ນຈາກ 121 ຄົນ ເປັນ 135 ຄົນຕໍ່ປະຊາກອນ 100,000 ຄົນ ລະຫວ່າງປີ 2000 ຫາ 2025, ປັດໄຈຕົ້ນຕໍແມ່ນຍ້ອນອັດຕາການເປັນມະເຮັງລຳໄສ້ໃຫຍ່ ແລະ ມະເຮັງຕ່ອມໄທຣອຍ ສູງຂຶ້ນ. ສ່ວນອັດຕາການເກີດມະເຮັງຂອງຊາວອົສຕາລີອາຍຸ 40-49 ປີເພີ່ມຂຶ້ນຈາກ 280 ເປັນ 313 ຕໍ່ປະຊາກອນ 100,000 ໃນໄລຍະດຽວກັນ.
ຄໍາເຫັນ