ຂ່າວລະບຸວ່າ: ໃນວັນທີ 27 ມັງກອນ ຜ່ານມາ, ອົສຕຣາລີກຳລັງປະສົບກັບຄື້ນຄວາມຮ້ອນຮຸ່ນແຮງທີ່ທຳລາຍສະຖິຕິ ຊຶ່ງເຮັດໃຫ້ອຸນຫະພູມໃນພາກຕາເວັນອອກສ່ຽງໃຕ້ຂອງປະເທດເພີ່ມຂຶ້ນສູງ. ປັດຈຸບັນ, ເຈົ້າໜ້າທີ່ດັບເພີງກຳລັງຕໍ່ສູ້ກັບໄຟໄໝ້ປ່າຂະໜາດໃຫຍ່ຢ່າງໜ້ອຍ 6 ຈຸດ ທີ່ຍັງໄໝ້ຢູ່.
ສຳນັກຂ່າວທ້ອງຖິ່ນລາຍງານວ່າ: ປັດຈຸບັນມີໄຟໄໝ້ປ່າ 2 ຈຸດທີ່ຢູ່ໃນ “ລະດັບສຸກເສີນ,” ໂດຍຫຼາຍຊຸມຊົນໄດ້ຮັບການແຈ້ງເຕືອນໄພສຸກເສີນ, ລວມທັງໃຫ້ຮີບອົບພະຍົບ, ລະມັດລະວັງ ແລະ ລໍຖ້າຄຳແນະນຳ ຫຼື ຊອກບ່ອນຫຼົບ ໄພ, ເຈົ້າໜ້າທີ່ດັບເພີງໄດ້ເຕືອນວ່າສະຖານະການກໍາລັງປ່ຽນແປງຢ່າງໄວວາ ແລະ ຮຽກຮ້ອງໃຫ້ປະຊາຊົນໃນພື້ນທີ່ຕິດຕາມການແຈ້ງເຕືອນລ້າສຸດຢ່າງໃກ້ຊິດ.
ສຳນັກງານອຸຕຸນິຍົມວິທະຍາລາຍງານວ່າ: ບາງພື້ນທີ່ໃນລັດວິກຕໍເຣຍມີອຸນຫະພູມເພີ່ມສູງຂຶ້ນທຳລາຍສະຖິຕິ, ໂດຍມີໜຶ່ງພື້ນທີ່ ມີອຸນຫະພູມສູງເຖິງ 48.9 ອົງສາ, ໃນຂະນະທີ່ເມືອງເມລເບີນມີອຸນຫະພູມສູງເຖິງ 40 ອົງສາ.
ຄວາມຮ້ອນທີ່ຮຸນແຮງສາມາດເຮັດໃຫ້ເກີດບັນຫາສຸຂະພາບທີ່ເປັນອັນຕະລາຍເຖິງຊີວິດໄດ້ເຊັ່ນ: ຄວາມອິດເມື່ອຍຈາກຄວາມຮ້ອນ ແລະ ອາການເປັນລົມແດດ. ນອກຈາກນີ້, ຍັງສາມາດກະຕຸ້ນໃຫ້ເກີດອາການທີ່ຮ້າຍແຮງເຊັ່ນ: ຫົວໃຈວາຍ ຫຼື ເສັ້ນເລືອດໃນສະໝອງຕີບ ອີກດ້ວຍ.
ຄໍາເຫັນ