ເຊື້ອໄວຣັດດັ່ງກ່າວໄດ້ແຜ່ລະບາດໄປທົ່ວໂລກນັບຕັ້ງແຕ່ປີ 2020 ຊຶ່ງເຮັດໃຫ້ນົກ ແລະ ສັດອື່ນໆຫຼາຍລ້ານໂຕຕາຍ. ໂດຍອົສຕຣາລີຍັງພົບວ່ານົກເປເຕຣລ ອີກໂຕໜຶ່ງມີອາການເຈັບປ່ວຍໃນພື້ນທີ່ໃກ້ຄຽງໃນວັນທີ 18 ມິຖຸນາ ຜ່ານມາ ແລະ ປັດຈຸບັນໄດ້ຖືກກັກກັນພະຍາດແລ້ວ.
ກ່ອນໜ້ານີ້, ລັດຖະບານອົສຕຣາລີໄດ້ຈັດສັນງົບປະມານ 113 ລ້ານໂດລາອົສຕຣາລີ ເພື່ອກະກຽມຮັບມືກັບການລະບາດຂອງ H5N1 ທີ່ອາດຈະເກີດຂຶ້ນ. ທ່ານນາງ ຄໍລລິນສ ກ່າວວ່າ: ລັດຖະບານໄດ້ຖອດຖອນບົດຮຽນຈາກເຫດການທີ່ຄ້າຍຄືກັນໃນຫຼາຍປະເທດ ຈຶ່ງເປັນສາເຫດທີ່ມີການກະກຽມເງິນທຶນໄວ້ລ່ວງໜ້າ.
ເຈົ້າໜ້າທີ່ອົສຕຣາລີໄດ້ຮຽກຮ້ອງໃຫ້ປະຊາຊົນຫຼີກລ່ຽງການສຳຜັດກັບນົກທີ່ເຈັບປ່ວຍ ຫຼື ຕາຍ ແລະ ລາຍງານເຫດການດັ່ງກ່າວຜ່ານສາຍດ່ວນສຸກເສີນກ່ຽວກັບພະຍາດສັດ. ໃນຂະນະດຽວກັນ, ເຈົ້າໜ້າທີ່ຄາດວ່າຈະຮູ້ພາຍໃນສອງສາມມື້ວ່າເຊື້ອໄວຣັດໄດ້ເລີ່ມແຜ່ລະບາດໃນບັນດາປະຊາກອນສັດຂອງອົສຕຣາລີແລ້ວຫຼືບໍ່.
ຄໍາເຫັນ