ອຸນຫະພູມໜ້ານ້ຳທະເລທົ່ວໂລກໃນປີ 2026 ຄາດວ່າຈະຍັງຄົງຢູ່ໃນລະດັບສູງສຸດແບບບໍ່ເຄີຍມີມາກ່ອນ, ໂດຍມີຫຼາຍເດືອນທີ່ບັນທຶກອຸນຫະພູມສູງສຸດ ຫຼື ໃກ້ລະດັບສູງສຸດແບບບໍ່ເຄີຍມີມາກ່ອນ. ໃນຂະນະດຽວກັນ, ປະກົດການ ແອວນີໂຢທີ່ຮ້າຍແຮງກຳລັງເກີດຂຶ້ນໃນມະຫາສະໝຸດປາຊີຟິກເຂດຮ້ອນ ຊຶ່ງເຮັດໃຫ້ອຸນຫະພູມມະຫາສະໝຸດຮ້ອນຂຶ້ນຢ່າງຕໍ່ເນື່ອງເປັນເວລາຫຼາຍທົດສະວັດ ຊຶ່ງເປັນຜົນມາຈາກການປ່ຽນແປງສະພາບອາກາດທີ່ເກີດຈາກກິດຈະກຳຂອງມະ ນຸດ.
ອົງການອຸຕຸນິຍົມວິທະຍາໂລກ (WMO) ຄາດຄະເນວ່າ: ແອວນີໂຢ ຈະຮຸນແຮງຂຶ້ນໃນເດືອນຕໍ່ໆໄປ, ໂດຍການຄາດຄະເນຕາມລະດູການຂອງ C3S ຊີ້ໃຫ້ເຫັນວ່າ: ປະກົດການນີ້ອາດຈະຮຸນແຮງບັນລຸລະດັບທີ່ບໍ່ເຄີຍເກີດຂຶ້ນມາ ຫຼາຍທົດສະວັດ.
ທ່ານ ຊາແມນທາ ເບີເກສ ຫົວໜ້າຍຸດທະສາດດ້ານສະພາບອາກາດຂອງສູນພະຍາກອນອາກາດລະດັບປານກາງຂອງເອີຣົບ ໄດ້ເປີດເຜີຍວ່າ: ອຸນຫະພູມທີ່ເພີ່ມຂຶ້ນຍັງເຮັດໃຫ້ລະບົບນິເວດທາງທະເລ ແລະ ຊຸມຊົນແຄມຝັ່ງທະເລມີຄວາມສ່ຽງເພີ່ມຂຶ້ນ, ໂດຍຈຳນວນມື້ທີ່ມີຄື້ນຄວາມຮ້ອນໃນມະຫາສະໝຸດທົ່ວໂລກເພີ່ມຂຶ້ນຫຼາຍກວ່າ 3 ເທົ່າ ນັບຕັ້ງແຕ່ຕົ້ນຊຸມປີ 1990.
ຄໍາເຫັນ