ອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຈີນ

ອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຈີນ

ອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຈີນ
ຂ່າວສານຊີອາໄອລາຍງານວ່າ: ໃນກອງປະຊຸມຖະແຫຼງຂ່າວຂອງລັດຖະບານຈີນທີ່ຈັດຂຶ້ນວັນທີ 21 ມັງກອນ ຜ່ານມານີ້, ເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນກ່າວວ່າ: ເສດຖະກິດອຸດສາຫະກຳຂອງຈີນໄດ້ບັນລຸເປົ້າໝາຍຕົ້ນຕໍໝົດປີ 2025 ຢ່າງສະດວກ, ພະລັງຂັບເຄື່ອນໄດ້ປະກົດຕົວຂຶ້ນເລື້ອຍໆ, ຂົງເຂດອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຫຼາຍກວ່າ 40%. ໃນນັ້ນ, ກຳລັງການພັດທະນາໃນຄຸນນະພາບໃໝ່ໄດ້ກາຍເປັນພະລັງທີ່ສຳຄັນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດອຸດສາຫະກຳ, ການປະດິດສ້າງໃໝ່ດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ດ້ານອຸດສາຫະກຳພວມເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ.

ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15, ຈີນຈະດຳເນີນການເຄື່ອນໄຫວສາທິດການປະຍຸກໃຊ້ດ້ານເຕັກໂນໂລຊີໃໝ່, ຜະລິດຕະພັນໃໝ່ ແລະ ການປະຍຸກໃຊ້ແນວໃໝ່ໃນການພັດທະນາອຸດສາຫະກຳການຜະລິດ, ສ້າງຖານສາທິດການພັດທະນາອຸດສາຫະກຳທີ່ພັດທະນາເກີດຂຶ້ນໃໝ່ລະດັບຊາດ, ຊຸກຍູ້ສົ່ງເສີມທັງສົ້ນການສະໜອງ ແລະ ສົ້ນຄວາມຕ້ອງການ, ເລັ່ງບົ່ມສ້າງອຸດສາຫະກຳເສົາຄ້ຳທີ່ເກີດຂຶ້ນໃໝ່ ແລະ ຊຸກຍູ້ໃຫ້ເສດຖະກິດອຸດສາຫະກຳພັດທະນາໄປສູ່ຂົງເຂດໃໝ່ ແລະ ດີຂຶ້ນຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວຕ່າງປະເທດ

ດາວທຽມ ຣັດເຊຍ ຄົ້ນພົບການລະເບີດຂອງລັງສີແກມມາທີ່ມີພະລັງ

ດາວທຽມ ຣັດເຊຍ ຄົ້ນພົບການລະເບີດຂອງລັງສີແກມມາທີ່ມີພະລັງ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສຳນັກຂ່າວ RIA Novosti ໄດ້ລາຍງານວ່າ, ດາວທຽມຂອງຣັດເຊຍໄດ້ກວດພົບການລະເບີດຂອງລັງສີແກມມາທີ່ມີພະລັງ ຊຶ່ງເກີດຂຶ້ນປະມານ 11.3 ຕື້ປີກ່ອນ.
AI ໄດ້ຄະແນນສູງທີ່ສຸດ ໃນສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນ

AI ໄດ້ຄະແນນສູງທີ່ສຸດ ໃນສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ມັງກອນ ຜ່ານມາວ່າ: ສຳນັກຂ່າວ Nikkei ຂອງຍີ່ປຸ່ນລາຍງານວ່າ, Model ປັນຍາປະດິດ (AI) ສ້າງຜົນງານໄດ້ຢ່າງໜ້າປະທັບໃຈໃນການສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນ ປະຈຳປີ 2026. ໂດຍ Chat GPT 5.2 Thinkingຂອງ OpenAI ໄດ້ອັນດັບໜຶ່ງ ດ້ວຍຄະແນນເຕັມໃນ 9 ວິຊາ.
ປະກາດລາຍຊື່ກຳມະການສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຈຳນວນ 200 ສະຫາຍ

ປະກາດລາຍຊື່ກຳມະການສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຈຳນວນ 200 ສະຫາຍ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນບ່າຍວັນທີ 22 ມັງກອນ ຜ່ານມາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະກາດໝາກຜົນ ແລະ ຮັບຮອງເອົາລາຍຊື່ບັນດາກຳມະການທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XIV. ລາຍຊື່ຄະນະບໍລິຫານງານສູນກາງພັກສະໄໝທີ XIV ທີ່ໄດ້ປະກາດໃນຕອນຄ່ຳວັນທີ 22 ມັງກອນ ຜ່ານມາ, ລວມມີກຳມະການ 200 ສະຫາຍ, ໃນນັ້ນ ມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ. ຈຳນວນກຳມະການສູນກາງພັກໄດ້ຮັກສາໄວ້ຄືເກົ່າເມື່ອທຽບໃສ່ກອງປະຊຸມໃຫຍ່ສະໄໝທີ XIII ຂອງພັກ.
ກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍຄວາມເຊື່ອໝັ້ນແຫ່ງການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍຄວາມເຊື່ອໝັ້ນແຫ່ງການພັດທະນາ

ບັນຍາກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທີ່ພວມດໍາເນີນໄປລະຫວ່າງ ວັນທີ 19 - 25 ມັງກອນ 2026, ໄດ້ດຶງດູດຄວາມສົນໃຈ ຈາກມວນຊົນທັງພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນເຫດການທາງການເມືອງທີ່ສໍາຄັນເປັນພິເສດ, ເປັນການທົບທວນຄືນເສັ້ນທາງປ່ຽນແປງໃໝ່ເກືອບ 40 ປີ ທີ່ມີຜົນສໍາເລັດອັນຍິ່ງໃຫຍ່ຫຼາຍປະການ. ໃນຂະນະດຽວກັນ, ກໍກໍາລັງຢືນຢູ່ຕໍ່ໜ້າຄວາມທ້າທາຍ ແລະ ຄວາມຕ້ອງການໃໝ່ ໄລຍະການພັດທະນາຂັ້ນຕໍ່ໄປ ໃນສະພາບແວດລ້ອມສາກົນ ທີ່ກໍາລັງປ່ຽນແປງຢ່າງໄວວາ, ສັບຊ້ອນ ແລະ ຄາດຄະເນໄດ້ຍາກ.
ຟີລິບປິນ ກຳລັງກະກຽມຍົກເລີກຄຳສັ່ງຫ້າມປະຊາຊົນເຂົ້າເຖິງ Grok

ຟີລິບປິນ ກຳລັງກະກຽມຍົກເລີກຄຳສັ່ງຫ້າມປະຊາຊົນເຂົ້າເຖິງ Grok

ຂ່າວຕ່າງປະເທດລາຍງານວ່າ: ອົງການສືບສວນອາຊະຍາກຳທາງໄຊເບີຂອງຟີລິບປິນ ໄດ້ເປີດເຜີຍໃນວັນທີ 21 ມັງກອນ ຜ່ານມາວ່າ: ຟີລິບປິນກຳລັງກະກຽມທີ່ຈະເປີດໃຫ້ປະຊາຊົນເຂົ້າເຖິງ Grok, chatbot ປັນຍາປະດິດ (AI) ຂອງ ອີລອນ ມັສ ຄືນໃໝ່, ຫຼັງຈາກນັກພັດທະນາໄດ້ສັນຍາວ່າຈະລຶບເຄື່ອງມືການປັບແຕ່ງຮູບພາບ ທີ່ເຄີຍສ້າງຄວາມກັງວົນດ້ານຄວາມປອດໄພສຳລັບເດັກນ້ອຍ.
ການລົງທຶນຢູ່ຕ່າງປະເທດຂອງຈີນ ຕິດໜຶ່ງໃນສາມອັນດັບຕົ້ນຂອງໂລກ

ການລົງທຶນຢູ່ຕ່າງປະເທດຂອງຈີນ ຕິດໜຶ່ງໃນສາມອັນດັບຕົ້ນຂອງໂລກ

ຂ່າວສານຊີອາໄອລາຍງານໃນວັນທີ 21 ມັງກອນ ຜ່ານມາວ່າ: ແຫຼ່ງຂ່າວຈາກກະຊວງການຄ້າຈີນໃຫ້ຮູ້ວ່າ, ການລົງທຶນໂດຍກົງທີ່ບໍ່ແມ່ນຂົງເຂດການເງິນຢູ່ຕ່າງປະເທດຂອງຈີນໃນປີ 2025 ໄດ້ເພີ່ມຂຶ້ນ 1.3% ເມື່ອທຽບໃສ່ປີ 2024, ຄອງອັນດັບແຖວໜ້າຂອງໂລກຢ່າງໝັ້ນທ່ຽງ.
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສິ້ນສຸດວາລະປະກອບຄຳເຫັນ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສິ້ນສຸດວາລະປະກອບຄຳເຫັນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນບ່າຍວັນທີ 21 ມັງກອນ ຜ່ານມາ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ສິ້ນສຸດການປະກອບຄຳເຫັນກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່. ເນື້ອໃນຄຳເຫັນໄດ້ສຸມໃສ່ບັນດາເນື້ອໃນສຳຄັນ ຊຶ່ງປະຊາຊົນ, ພະນັກງານ, ສະມາຊິກພັກໄດ້ໃຫ້ຄວາມສົນໃຈ. ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.
ຫົວໃຈມະນຸດສາມາດສ້າງກ້າມຊີ້ນໃໝ່ໄດ້ ຫຼັງຈາກຫົວໃຈວາຍ

ຫົວໃຈມະນຸດສາມາດສ້າງກ້າມຊີ້ນໃໝ່ໄດ້ ຫຼັງຈາກຫົວໃຈວາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 20 ມັງກອນ ຜ່ານມາວ່າ: ນັກວິທະຍາສາດໃນອົສຕຣາລີໄດ້ຄົ້ນພົບເປັນຄັ້ງທຳອິດໃນໂລກວ່າ, ຫົວໃຈຂອງມະນຸດສາມາດສ້າງຈຸລັງກ້າມຊີ້ນຂຶ້ນມາໃໝ່ໄດ້ຫຼັງຈາກເປັນໂຣກຫົວໃຈວາຍ ຊຶ່ງເຮັດໃຫ້ເກີດຄວາມຫວັງສຳລັບການປິ່ນປົວຟື້ນຟູໃນອະນາຄົດສຳລັບໂຣກຫົວໃຈວາຍ.
ຜົນການສຳຫຼວດ UAE ຢູ່ອັນດັບຕົ້ນໆຂອງປະເທດທີ່ມັກ ສ ເກົາຫຼີ

ຜົນການສຳຫຼວດ UAE ຢູ່ອັນດັບຕົ້ນໆຂອງປະເທດທີ່ມັກ ສ ເກົາຫຼີ

ຂ່າວຕ່າງປະເທດລາຍງານໃນວັນທີ 20 ມັງກອນ ຜ່ານມາວ່າ: ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຂອງ ສ ເກົາຫຼີ ໄດ້ເປີດເຜີຍຜົນການສຳຫຼວດພາບພົດແຫ່ງຊາດປີ 2025 ລະບຸວ່າ: ສະຫະລັດ ອາຣັບ ເອມີເຣດ (UAE) ເປັນປະເທດທີ່ມີທັດສະນະຄະຕິໃນທາງບວກຕໍ່ ສ ເກົາຫຼີ ສູງທີ່ສຸດ, ໃນຂະນະທີ່ປະເທດໄທ ແລະ ອັງກິດ ເປັນສອງປະເທດທີ່ມີຄວາມນິຍົມຕໍ່ ສ ເກົາຫຼີ ເພີ່ມຂຶ້ນຢ່າງຫຼວງຫຼາຍໃນປີ 2025.
ປີ 2025 ຍີ່ປຸ່ນຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 42.7 ລ້ານຄົນ

ປີ 2025 ຍີ່ປຸ່ນຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 42.7 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ລັດຖະບານຍີ່ປຸ່ນໄດ້ປະກາດໃນວັນທີ 20 ມັງກອນ ຜ່ານມາວ່າ, ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມຍີ່ປຸ່ນໃນປີ 2025 ເພີ່ມຂຶ້ນເປັນສະຖິຕິສູງສຸດແບບບໍ່ເຄີຍມີມາກ່ອນ ປະມານ 42.7 ລ້ານຄົນ, ໃນຂະນະທີ່ການໃຊ້ຈ່າຍຂອງນັກທ່ອງທ່ຽວກໍບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ປະມານ 9.5 ພັນຕື້ເຢນ (ປະມານ 60.1 ຕື້ໂດລາ) ຊຶ່ງໄດ້ຮັບແຮງຂັບເຄື່ອນຈາກຄ່າເງິນເຢນທີ່ອ່ອນຄ່າລົງ ແລະ ການເພີ່ມຂຶ້ນຂອງຖ້ຽວບິນສາກົນ.
ເພີ່ມເຕີມ