ຂ່າວລະບຸວ່າ: ອີງຕາມໂຕເລກຂໍ້ມູນຈາກສະຫະພັນຫຸ່ນຍົນສາກົນສະແດງໃຫ້ເຫັນວ່າ, ປີ 2024 ຈີນໄດ້ປະກອບ ຕິດຕັ້ງ ແລະ ນຳໃຊ້ຫຸ່ນຍົນອຸດສາຫະກຳໃໝ່ປະມານ 295,000 ໂຕ, ກວມເອົາ 54% ຂອງຈຳນວນທັງໝົດທົ່ວໂລກ. ຮູບແບບຈີນທີ່ເຊື່ອມໂຍງແຜນການໄລຍະຍາວ, ຄວາມຕ້ອງການດ້ານອຸດສາຫະກຳ ແລະ ການລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ ໄດ້ກາຍເປັນວົງຈອນການຄ້າຢ່າງວ່ອງໄວ.
ບົດຄວາມດັ່ງກ່າວລະບຸຕື່ມວ່າ: ສິ່ງນີ້ມີຜົນດີຕໍ່ອາຟຣິກາໃນການປັບປຸງແກ້ໄຂຈຸດອ່ອນໃນຂົງເຂດຕ່າງໆເຊັ່ນ: ອຸດສາຫະກຳການຜະລິດ, ການແພດ, ກະສິກຳ ແລະ ບໍ່ແຮ່ ເປັນຕົ້ນ. ໃນດ້ານກະສິກຳ ແມ່ນສາມາດນຳໃຊ້ຫຸ່ນຍົນຕິດຕາມການປູກຝັງຢ່າງຖືກຕ້ອງແມ່ນຢຳ, ໃນດ້ານການແພດ ສາມາດໃຊ້ໃນການບົ່ງມະຕິພະຍາດໄລຍະໄກ, ໃນດ້ານອຸດສາຫະກຳບໍ່ແຮ່ ສາມາດໃຊ້ລະບົບຂັບຂີ່ແບບອັດຕະໂນມັດເພື່ອຫຼຸດຜ່ອນຄວາມສ່ຽງ, ໃນດ້ານອຸດສາຫະກຳການຜະລິດ ສາມາດພັດທະນາໂຮງງານອັດສະລິຍະ. ໄປຄຽງຄູ່ກັບການຮ່ວມມືລະຫວ່າງຈີນ ແລະ ອາຟຣິກາຂະຫຍາຍໄປສູ່ການປະກອບຕິດຕັ້ງ, ການບຳລຸງຮັກສາ ແລະ ຝຶກອົບຮົມເຕັກນິກຫຸ່ນຍົນອຸດສາຫະກຳ, ຄາດວ່າ ອາຟຣິກາ ຈະສ້າງຄວາມສາມາດທາງດ້ານອຸດສາຫະກຳໃໝ່ ແລະ ຖອດຖອນບົດຮຽນຈາກຈີນ ເພື່ອຊຸກຍູ້ການຫັນປ່ຽນອຸດສາຫະກຳຂອງຕົນ.
ຄໍາເຫັນ