ອຸດສາຫະກໍາພະລັງງານໃໝ່ຂອງຈີນ ບັນລຸການພັດທະນາແບບກ້າວກະໂດດ

ອຸດສາຫະກໍາພະລັງງານໃໝ່ຂອງຈີນ ບັນລຸການພັດທະນາແບບກ້າວກະໂດດ

ອຸດສາຫະກໍາພະລັງງານໃໝ່ຂອງຈີນ ບັນລຸການພັດທະນາແບບກ້າວກະໂດດ
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ແຫຼ່ງຂ່າວຈາກສະມາຄົມຄົ້ນຄວ້າການປະຕິຮູບ ແລະ ການພັດທະນາຂອງວິສາຫະກິດຈີນໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ບົດລາຍງານກ່ຽວກັບສະພາບແວດລ້ອມຂອງອຸດສາຫະກໍາພະລັງງານ 2026 ໄດ້ເຜີຍແຜ່ຢ່າງເປັນທາງການ.

ບົດລາຍງານສະແດງໃຫ້ເຫັນວ່າ: ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ອຸດສາຫະກໍາພະລັງງານໄດ້ບັນລຸການພັດທະນາແບບຄູ່ກັນທັງໃນດ້ານການສະໜອງຢ່າງປອດໄພ ແລະ ການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວ ແລະ ກາກບອນຕໍ່າ. ພ້ອມດຽວກັນນີ້ອຸດສາຫະກໍາພະລັງງານໃໝ່ໄດ້ບັນລຸການພັດທະນາແບບກ້າວກະໂດດ, ສັງເກດໄດ້ຈາກກຳລັງຕິດຕັ້ງໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນໄດ້ເພີ່ມຂຶ້ນຈາກ 530 ລ້ານກິໂລວັດໃນປີ 2020 ຂຶ້ນເປັນ 1 ຕື້ 840 ລ້ານກິໂລວັດໃນປີ 2025, ຍອດປະລິມານກຳລັງຕິດຕັ້ງໄຟຟ້ານິວເຄລຍເປັນອັນດັບທີ 1 ຂອງໂລກ, ຂະນະທີ່ກຳລັງຕິດຕັ້ງໄຟຟ້າຊີວະພາບເປັນອັນດັບທີ 1 ຂອງໂລກເປັນເວລາ 7 ປີລຽນຕິດ.

ໃນຕໍ່ໜ້າ, ການພັດທະນາອຸດສາຫະກໍາພະລັງງານຂອງຈີນຈະອອກແຮງຊຸກຍູ້ການເພີ່ມປະສິດທິພາບຊຶ່ງກັນ ແລະ ກັນ ລະຫວ່າງປັນຍາປະດິດ ແລະ ພະລັງງານ ເພື່ອເປັນສິ່ງຄໍ້າປະກັນຢ່າງຮອບດ້ານໃຫ້ແກ່ການສ້າງລະບົບພະລັງງານທັນສະໄໝຮູບແບບໃໝ່ທີ່ມີຄວາມສະອາດ, ກາກບອນຕໍ່າ, ປອດໄພ ແລະ ມີປະສິດທິພາບສູງ.

ຄໍາເຫັນ

ຂ່າວຕ່າງປະເທດ

ການ​ຮ່ວມ​ມື​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ກໍາປູ​ເຈຍ

ການ​ຮ່ວມ​ມື​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ກໍາປູ​ເຈຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 28 ກໍ​ລະ​ກົດ ຜ່ານມາ ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ ເຈິ່ນ​ແທັ​ງ​ເໝີ້ນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ໄດ້ພົບປະເຈ​ລະ​ຈາ​ກັບ​ ສົມເດັດ ຄຸນ ສຸດາຣີ ​ປະ​ທານ​ສະ​ພາແຫ່ງ​ຊາດ ຣາ​ຊະ​ອ​າ​ນາ​ຈັກ ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ມາ​ຢ້ຽມ​ຢາມ ຫວຽດ​ນາມ ​ໃນ​ວັນ​ທີ 27 – 29 ກໍ​ລະ​ກົດ ນີ້.
ມຽນມາ ຕັ້ງເປົ້າໝາຍສົ່ງອອກເຂົ້າສານ ແລະ ເຂົ້າຫັກ ທັງໝົດ 3 ລ້ານໂຕນ

ມຽນມາ ຕັ້ງເປົ້າໝາຍສົ່ງອອກເຂົ້າສານ ແລະ ເຂົ້າຫັກ ທັງໝົດ 3 ລ້ານໂຕນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 27 ກໍລະກົດ ຜ່ານມາວ່າ: ສະຫະພັນເຂົ້າມຽນມາໄດ້ເປີດເຜີຍເປົ້າ ໝາຍການສົ່ງອອກເຂົ້າສານ ແລະ ເຂົ້າຫັກໃນປີງົບປະມານ 2026-2027 (ເມສາ 2026-ມີນາ 2027), ໂດຍຕັ້ງເປົ້າໝາຍໄວ້ທີ່ 3 ລ້ານໂຕນ ຊຶ່ງຈະສ້າງລາຍຮັບຫຼາຍກວ່າ 1.17 ຕື້ໂດລາ.
ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ເພີ່ມຂຶ້ນເປັນເດືອນທີສາມຕິດຕໍ່ກັນ

ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ເພີ່ມຂຶ້ນເປັນເດືອນທີສາມຕິດຕໍ່ກັນ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ ໄດ້ປະກາດໃນວັນທີ 28 ກໍລະກົດ ຜ່ານມາວ່າ, ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ໄດ້ເພີ່ມຂຶ້ນເປັນເດືອນທີສາມຕິດຕໍ່ກັນໃນເດືອນກໍລະກົດ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກທີ່ເຂັ້ມແຂງ ແລະ ແຜນການລົງທຶນພາຍໃນປະເທດຂະໜາດໃຫຍ່.
ມິດຊູບິຊິ ມໍເຕີ ວາງເປົ້າໝາຍຜະລິດຫຸ່ນຍົນທີ່ຂັບເຄື່ອນດ້ວຍ AI

ມິດຊູບິຊິ ມໍເຕີ ວາງເປົ້າໝາຍຜະລິດຫຸ່ນຍົນທີ່ຂັບເຄື່ອນດ້ວຍ AI

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດ ມິດຊູບິຊິ ມໍເຕີ (Mitsubishi Motors) ໄດ້ຮ່ວມມືກັບ ບໍລິສັດ ໄຮແລນເດີ (Highlanders Inc.,) ສະຕາດອັບດ້ານຫຸ່ນຍົນທີ່ມີຕົ້ນກຳເນີດມາຈາກມະຫາວິທະຍາໄລໂຕກຽວ ໃນການພັດທະນາ ແລະ ຜະລິດຫຸ່ນຍົນຮູບຮ່າງຄ້າຍຄືມະນຸດທີ່ຂັບເຄື່ອນດ້ວຍເຕັກໂນໂລຊີປັນຍາປະດິດ (AI) ໃນລະດັບອຸດສາຫະກຳ, ໂດຍຕັ້ງເປົ້າໝາຍໃຫ້ມີກຳລັງການຜະລິດ 1,000 ໂຕຕໍ່ເດືອນໃນທ້າຍປີ 2027.
ຍ້ອນ​ຫຍັງ​ເຮືອນ​ສຳ​ເລັດ​ຮູບ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​​ເປັນ​ຢ່າງ​ດີຈາກ​ລູກ​ຄ້າ​ທົ່ວ​ໂລກ

ຍ້ອນ​ຫຍັງ​ເຮືອນ​ສຳ​ເລັດ​ຮູບ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​​ເປັນ​ຢ່າງ​ດີຈາກ​ລູກ​ຄ້າ​ທົ່ວ​ໂລກ

​ທຸກ​ຄົນອາດ​ຈະ​ເຄີຍ​ຮູ້​ຈັກ​ ແລະ ຊິນ​ເຄີຍກັບ​ອາ​ຫານ​ສຳ​ເລັດ​ຮູບ, ແຕ່​ທ່ານ​ເຄີຍ​ຮູ້​ຈັກ​ກັບ​ເຮືອນ​ສຳ​ເລັດ​ຮູບ ​ຫຼື ບໍ່? ເຮືອນ​ສຳ​ເລັດ​ຮູບ​ບໍ່​ຄື​ກັນ​ກັບ​ເຮືອນ​ແບບ​ດັ້ງ​ເດີມ, ​ແຕ່​ຄື​ກັນ​ກັບ​ຕົວ​ຕໍ່​ເລ​ໂກ​ຂະ​ໜາດ​ໃຫຍ່ ໂດຍ​ສ່ວນ​ໃຫຍ່ສຳ​ເລັດ​ການ​ຜະ​ລິດ​ຕາມ​ມາດ​ຕະ​ຖານ​ຢູ່​ໂຮງ​ງານ​ພາຍ​ໃນ​ປະ​ເທດ​ຈີນ​ແລ້ວສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ. ພາຍຫຼັງ​ສົ່ງ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ແລ້ວ, ຈະ​ປະ​ກອບ​ເປັນເຮືອນ​​ຄື​ກັນ​ກັບ​ການ​ປະ​ກອບ​ເລ​ໂກທີ່​ເປັນ​ເຄື່ອງຫຼິ້ນ​ເດັກ​ນ້ອຍ, ສະ​ດວກວ່ອງ​ໄວ​ທີ່​ສຸດ.
ສື່ມວນຊົນຫຼາຍປະເທດ ຢ້ຽມຢາມ ແລະ ສໍາຜັດບັນຍາກາດທີ່ເມືອງປາວຊານ

ສື່ມວນຊົນຫຼາຍປະເທດ ຢ້ຽມຢາມ ແລະ ສໍາຜັດບັນຍາກາດທີ່ເມືອງປາວຊານ

ໃນວັນທີ 27 ກໍລະກົດຜ່ານມານີ້ ທີ່ເມືອງປາວຊານ ແຂວງຢຸນນານ ສປຈີນ. ໄດ້ຈັດກິດຈະກໍາຂຶ້ນພາຍໃຕ້ຫົວຂໍ້ “ໂລກຢູ່ໃນກອບດຽວ ພົບກັນທີ່ປາວຊານ” ເປີດຂຶ້ນຢ່າງເປັນທາງການ ຊຶ່ງມີນັກຂ່າວຕ່າງປະເທດ 19 ຄົນ ມາຈາກ 4 ປະເທດຄື; ລາວ, ຫວຽດນາມ,ມຽນມາ ແລະ ບັງກາລາເທດ.
ເລຂາທິການໃຫຍ່ອົງການ ສປຊ ຮຽກຮ້ອງໃຫ້ຍົກເລີກມາດຕະການລົງໂທດຕໍ່ຊີຣີ

ເລຂາທິການໃຫຍ່ອົງການ ສປຊ ຮຽກຮ້ອງໃຫ້ຍົກເລີກມາດຕະການລົງໂທດຕໍ່ຊີຣີ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 26 ກໍລະກົດ ຜ່ານມາ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ທີ່ກຳລັງຢ້ຽມຢາມຊີຣີໄດ້ຮຽກຮ້ອງໃຫ້ຍົກເລີກມາດຕະການລົງໂທດທັງໝົດຕໍ່ຊີຣີໃນທັນທີ ແລະ ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີການສະໜັບສະໜູນດ້ານການເມືອງ ແລະ ດ້ານເສດຖະກິດເຂົ້າໃນການສ້າງສາຊີຣີຄືນໃໝ່.
ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນ້ຳມັນແອັດຊັງ ໄປຈົນເຖິງທ້າຍປີນີ້

ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນ້ຳມັນແອັດຊັງ ໄປຈົນເຖິງທ້າຍປີນີ້

ຂ່າວຕ່າງປະເທດລາຍງານໃນວັນທີ 26 ກໍລະກົດ ຜ່ານມາວ່າ: ທ່ານ ອາເລັກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍ ໄດ້ປະກາດໃນວັນທີ 25 ກໍລະກົດຜ່ານມາວ່າ, ຣັດເຊຍຈະຂະຫຍາຍການຫ້າມສົ່ງອອກນ້ຳມັນແອັດຊັງໄປຈົນຮອດທ້າຍປີ 2026 ເພື່ອຮັກສາສະຖຽນລະພາບການສະໜອງນ້ຳມັນເຊື້ອໄຟພາຍໃນປະເທດ.
ລາ​ຄາ​ນ້ຳ​ມັນ​ສາ​ກົນ​ຫຼຸດ​ລົງ ​ຫຼັງ​ຈາກອາ​ເມ​ຣິ​ກາ​ ແລະ​ ອີ​ຣານ ຢຸດ​ຕິ​ການ​ໂຈມ​ຕີ​​ຊົ່ວ​ຄາວ

ລາ​ຄາ​ນ້ຳ​ມັນ​ສາ​ກົນ​ຫຼຸດ​ລົງ ​ຫຼັງ​ຈາກອາ​ເມ​ຣິ​ກາ​ ແລະ​ ອີ​ຣານ ຢຸດ​ຕິ​ການ​ໂຈມ​ຕີ​​ຊົ່ວ​ຄາວ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 27 ກໍລະກົດ ຜ່ານມາວ່າ: ເນື່ອງ​ຈາກອາ​ເມ​ຣິ​ກາ​ແລະ​ ອີ​ຣານ ຢຸດ​ຕິ​ການ​ໂຈມ​ຕີ​​ກັນ​ເປັນ​ການ​ຊົ່ວ​ຄາວ. ໃນວັນ​ທີ 26 ກໍ​ລະ​ກົດ ຜ່ານມາ, ລາ​ຄາ​ນ້ຳ​ມັນ​ດິບ​ສາ​ກົນ​ໄດ້ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ ​ໂດຍ​ຫຼຸດ​ລົງ​ຫຼາຍກວ່າ 6% ​ໃນ​ໄລ​ຍະ​ເລີ່ມ​ຕົ້ນ​ການ​ຊື້-​ຂາຍໃນ​ສັບ​ປະ​ດາ​ໃໝ່.
ພັກ-ລັດ ແລະ ປະ​ຊາ​ຊົນ ຫວຽດນາມ ​ຈາ​ລຶກ​ບຸ​ນ​ຄຸນ​ຜູ້ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ

ພັກ-ລັດ ແລະ ປະ​ຊາ​ຊົນ ຫວຽດນາມ ​ຈາ​ລຶກ​ບຸ​ນ​ຄຸນ​ຜູ້ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 79 ປີ​ແຫ່​ງວັນ​ທະ​ຫານ​ເສຍ​ອົງ​ຄະ​ນະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (27/7/1947 - 27/7/2026), ໃນ​ວັນ​ທີ 27 ກໍ​ລະ​ກົດ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ​ນາງ ຫງວຽນ​ທິ​ແທັງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ພົບ​ປະ​ກັບ​ບັນ​ດາ​ແມ່​ຫວຽດ​ນາມວິ​ລະ​ຊົນ, ນັກ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ອັນ​ດີ​ເດັ່ນ​ຂອງ​ນະ​ຄອນຫຼວງຮ່າ​ໂນ້ຍ, ແຂວງ​ນິງ​ບິ່ງ ແລະ ໄທ​ງວຽນ ເຂົ້າ​ຮ່ວມ​ລາຍ​ການ “ຍືນ​ຍົງ​ຄົງ​ຕົວ​ກັບ​ປະ​ເທດ​ຊາດ ຊົ່ວ​ກາ​ລະ​ນ​ານ” ຊຶ່ງຈັດຂຶ້ນ​ໂດຍ​ຫ້ອ​ງວ່າ​ການ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ຖາ​ບັນ​ຄົ້ນ​ຄວ້າ​ວັດ​ທະ​ນະ​ທຳ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ.
ເພີ່ມເຕີມ