ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ, ໃຫ້ກຽດປະດັບຫຼຽນໃນຄັ້ງນີ້ໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ.
ໂດຍປະຕິບັດຕາມ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 417/ຄລສພ, ລົງວັນທີ 14 ມີນາ 2025 ໄດ້ຕົກລົງປະດັບຫຼຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກແຂວງຄໍາມ່ວນ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ປະກອບມີຈໍານວນທັງໝົດ 1,213 ສະຫາຍ.
(ຂ່າວ: ມະນີວັນ, ພາບ: ກອງຄໍາ)
ຄໍາເຫັນ