ປະດັບຫຼຽນຊາວໜຸ່ມຕະລຸມບອນໃຫ້ການນໍາແຂວງຫຼວງນໍ້າທາ

ປະດັບຫຼຽນຊາວໜຸ່ມຕະລຸມບອນໃຫ້ການນໍາແຂວງຫຼວງນໍ້າທາ
ຫວ່າງບໍ່ດົນມານີ້ ທີ່ສະໂມສອນແຂວງຫຼວງນໍ້າທາໄດ້ຈັດພິທີປະດັບຫຼຽນຊາວໜຸ່ມຕະລຸມບອນໃຫ້ການນໍາແຂວງ ແລະ ມອບໃບຢັ້ງຢືນ 4 ບຸກ ໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງຫຼວງນໍ້າທາ, ໂດຍການເປັນປະທານຂອງສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ວຽງສະຫວັດ ສີພັນດອນ,ສະຫາຍ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ມີການນໍາຂອງແຂວງ,ຂະແໜງການທີ່ກ່ຽວຂ້ອງ,ຄະນະປະຈໍາຊາວໜຸ່ມ,ເລຂາໜ່ວຍ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
    ສະຫາຍ ນາງ ຈັນເພັງ ນາດາ ຮອງຫົວໜ້າກົມຈັດຕັ້ງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຜ່ານຂໍ້ຕົກລົງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບເລກທີ 901/ສຊປລ ວ່າດ້ວຍການມອບຫຼຽນຊາວໜຸ່ມຕະລຸມບອນ,ຂໍ້ຕົກລົງ ເລກທີ780/ສຊປລ ວ່າດ້ວຍການຢັ້ງຢືນຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວແຂວງຫຼວງນໍ້າທາ ເປັນຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ 4 ບຸກ, ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ ແມ່ນອົງການຈັດຕັ້ງມະຫາຊົນໃນລະບົບການເມືອງ ມີພາລະບົດບາດພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຮອບດ້ານຂອງຄະນະປະຈໍາພັກແຂວງ,ສາຍຕັ້ງຂຶ້ນກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,ທົ່ວແຂວງປະກອບມີ 83 ຄະນະຊາວໜຸ່ມຮາກຖານ ມີ 620 ໜ່ວຍຮາກຖານຊາວໜຸ່ມ,ມີສະມາຊິກ 24.131 ສະຫາຍຍິງ 9.907 ສະຫາຍ.  ເພື່ອຕີລາຄາການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2022 ຄະນະຊາວໜຸ່ມທຸກຂັ້ນໄດ້ຍົກສູງ ແລະ ຖືເອົາວຽກງານການສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໂດຍການນໍາເອົາແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ,ມະຕິ,ຄໍາສັ່ງ,ເອກະສານມູນເຊື້ອຂອງຊາວໜຸ່ມ,ຂອງພັກ-ຂອງຊາດ  ແລະ ເອກະສານອົບຮົມຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໂດຍສະເພາະແມ່ນເອກະສານຂໍ້ແຂ່ງຂັນ 4 ບຸກ ມາຈັດຕັ້ງເຊື່ອມຊຶມ,ຮໍ່າຮຽນໃຫ້ແກ່ສະມາຊິກ ເຮັດໃຫ້ສະມາຊິກມີຄວາມຮັບຮູ້ເຂົ້າໃຈ,ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາ ແລະ ແນວທາງປ່ຽນແປງໃໝ່ຂອງພັກໄດ້ເປັນຢ່າງດີ. ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ສາມາດຮັບຮອງ 4 ບຸກໄດ້ 5 ເມືອງ, ພະແນກຊາວໜຸ່ມກອງບັນຊາການທະຫານແຂວງ,ຄະນະບໍລິຫານງານຊາວໜຸ່ມ ປປ ລາວ ກອງບັນຊາການ ປກສ ແຂວງ,21 ຄະນະຊາວໜຸ່ມຮາກຖານ, 39 ໜ່ວຍຮາກຖານອ້ອມຂ້າງແຂວງ, ມີສະມາຊິກເຂົ້າຮ່ວມແຂ່ງຂັນ 24.131 ສະຫາຍຍິງ 13.788 ສະຫາຍ. ຄະນະຊາວໜຸ່ມຮາກຖານມີ 83 ຮາກຖານ ສາມາດປະຕິບັດໄດ້ 80 ຮາກຖານ ເທົ່າກັບ 86,38%, ໜ່ວຍຮາກຖານຊາວໜຸ່ມອ້ອມຂ້າງແຂວງ,ອ້ອມຂ້າງເມືອງ ແລະ ຮາກຖານບ້ານມີ 620 ໜ່ວຍ, ສາມາດປະເມີນໄດ້ 566 ໜ່ວຍ ເທົ່າກັບ 91,29%, ສະມາຊິກຊາວໜຸ່ມທົ່ວແຂວງມີ 24.131 ສະຫາຍ ສາມາດປະເມີນໄດ້ 21.537 ສະຫາຍ ເທົ່າກັບ 89,45%. 
ໂອກາດນີ້ກໍໄດ້ມອບຫຼຽນຊາວໜຸ່ມຕະລຸມບອນໃຫ້ການນໍາຂອງແຂວງ ແລະ ມອບໃບຢັ້ງຢືນ 4 ບຸກ ໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງຫຼວງນໍ້າທາ, ໃຫ້ກຽດມອບໂດຍ ສະຫາຍ ມອນໄຊ ລາວມົວຊົ່ງພ້ອມທັງມອບຄອມພີວເຕີ 2 ຊຸດ ມູນຄ່າ 19 ລ້ານກີບ. ໃຫ້ກັບຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງຫຼວງນໍ້າທາເພື່ອນໍາໄປຮັບໃຊ້ເຂົ້າໃນໜ້າທີ່ວຽກງານຕື່ມອີກ.
ຂ່າວ-ພາບ: ອຸ້ມ ສົມນໍວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ