ປະກາດບ້ານໃຫຍ່ຄັງວຽງເປັນຕົວເມືອງນ້ອຍ

ປະກາດບ້ານໃຫຍ່ຄັງວຽງເປັນຕົວເມືອງນ້ອຍ

ປະກາດບ້ານໃຫຍ່ຄັງວຽງເປັນຕົວເມືອງນ້ອຍ
ພິທີປະກາດບ້ານໃຫຍ່ຄັງວຽງເມືອງໝອກແຂວງຊຽງຂວາງເປັນຕົວເມືອງນ້ອຍໃນຊົນນະບົດ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ຈຸດສຸມຄັງວຽງ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ, ທ່ານ ພົນໂທ ວົງຄຳ ພົມມະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີການນຳຈາກສູນກາງ, ແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນທົ່ວຈຸດສຸມຄັງວຽງເຂົ້າຮ່ວມ.
ປະກາດບານໃຫຍຄງວຽງເປນຕວເມອງນອຍ - image 1
 

ທ່ານ ພົນໂທ ວົງຄຳ ພົມມະກອນ ໄດ້ກ່າວວ່າ: ບ້ານຄັງວຽງ ເມືອງໝອກເປັນຕົວເມືອງນ້ອຍໃນຊົນນະບົດ ກຸ່ມບ້ານຄັງວຽງປະກອບມີ 7 ບ້ານຄື: ບ້ານຄັງວຽງ,, ນໍ້າເຢັນ, ນາເມືອງ, ຖໍ້າສ້ອຍ, ທົ່ງເປີ, ນໍ້າຕາກ ແລະ ບ້ານຈະເລີນໃໝ່, ມີປະຊາກອນທັງໝົດ ໃນປີ 2013 ມີ 5,884 ຄົນ ຍິງ 2,891 ຄົນ, ມີ 803 ຄອບຄົວ, ເຜົ່າມົ້ງກວມເອົາ 92.9%, ເຜົ່າກຶມມຸ 0,34%;, ເຜົ່າລາວ 8.8%, ການດໍາລົງຊີວິດຂອງປະຊາຊົນອາຊີບຕົ້ນຕໍແມ່ນເຮັດນາ ແລະ ລ້ຽງສັດ. ຜ່ານໄລຍະ 10 ກ່ວາປີ ເຮັດໃຫ້ຈຸດສຸມຄັງວຽງ ເມືອງໝອກມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ຮອບດ້ານ, ໄດ້ຂະຫຍາຍໜ່ວຍພັກ ຈາກ 9 ໜ່ວຍໃນປີ 2012 ປັດຈຸບັນມີ 1 ຄະນະພັກຮາກຖານ 11 ໜ່ວຍພັກ,, ສ້າງໜ່ວຍພັກແຂງຮູ້ນໍາພາຮອບດ້ານໄດ້ 9 ໜ່ວຍ, ການກໍ່ສ້າງພື້ນຖານໂຄງລ່າງ:ໄດ້ຈັດຕັ້ງປະຕິບັດແຜນງົບປະມານການລົງທຶນຂອງລັດເລີ່ມແຕ່ສົກປີ 2013-2025 ຈົນເຖິງປັດຈຸບັນ ມີຈໍານວນ 24 ໂຄງການ, ມູນຄ່າການກໍ່ສ້າງທັງໝົດ 537 ຕື້ກວ່າກີບ. ທ່ານ ສົມສະໝອນ ພະລິຈັນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານການກວດກາຜ່ານບັນດາມາດຖານເງື່ອນໄຂ ລວມທັງໝົດ 16 ມາດຖານເຫັນວ່າສາມາດປະກາດບ້ານຄັງວຽງເປັນຕົວເມືອງນ້ອຍໃນຊົນນະບົດໄດ້. ຈາກນັ້ນ, ທ່ານເຈົ້າແຂວງຊຽງຂວາງ ໄດ້ມອບໃບຢັ້ງຢືນໃຫ້ບ້ານຄັງວຽງ.

ປະກາດບານໃຫຍຄງວຽງເປນຕວເມອງນອຍ - image 2
 

ໂອກາດນີ້, ທ່ານເຈົ້າແຂວງຊຽງຂວາງ ໄດ້ສະແດງຄວາມຊົມເຊີຍດີໃຈຕໍ່ຜົນສຳເລັດສາມາດປະກາດບ້ານໃຫຍ່ຄັງວຽງເປັນຕົວເມືອງນ້ອຍ. ນອກນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ຮັກສາມູນເຊື້ອ, ຮັກສາຄວາມສາມັກຄີຮັກແພງ, ເຕົ້າໂຮມຄວາມສາມັກຄີກັບທຸກໆສ່ວນ, ໂດຍສະເພາະແມ່ນພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ, ກໍາລັງຫຼວງ, ກໍາລັງທ້ອງຖິ່ນ, ພາກລັດ, ເອກະຊົນ ແລະ ປະຊົນທຸກຊັ້ນຄົນໃຫ້ເປັນປຶກແຜ່ນແຫນ້ນຫາ, ເອົາໃຈໃສ່ນໍາພາເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ, ສືບຕໍ່ປັບປຸງລະບອບແບບແຜນວິທີເຮັດວຽກ ແລະ ວິທີນໍາພາ, ເອົາໃຈໃສ່ ແລະ ເປັນແບບຢ່າງນໍາໜ້າປະຕິບັດຢ່າງເຂັ້ມງວດຫຼັກການຕໍານິຕິຊົມຕົນເອງ ແລະ ຕິຊົມກັນພາຍໃນພັກ ແລະ ພາຍໃນຄະນະຮັບຜິດຊອບຕົວເມືອງນ້ອຍໃຫ້ແຂງແຮງ, ໃຫ້ເອົາໃຈໃສ່ນໍາພາຮຽນເອົາແບບແຜນວິທີເຮັດວຽກ, ແບບແຜນວິທີນໍາພາ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະ ສືບຕໍ່ພັດທະນາດ້ານອື່ນໆໃຫ້ມີຜົນສໍາເລັດ. ຈາກນັ້ນ, ການນຳຂັ້ນສູງທີ່ເຂົ້າຮ່ວມໄດ້ພ້ອມກັນເປີດປ້າຍປະກາດບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ.

(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ