ປະກາດຈຸດສຸມບ້ານນາປົ່ງ ແລະ ຈຸດສຸມບ້ານຄຳທອງ ເມືອງຄົງເຊໂດນເປັນຕົວເມືອງໃນຊົນນະບົດ

ປະກາດຈຸດສຸມບ້ານນາປົ່ງ ແລະ ຈຸດສຸມບ້ານຄຳທອງ ເມືອງຄົງເຊໂດນເປັນຕົວເມືອງໃນຊົນນະບົດ
ຈຸດສຸມບ້ານນາປົ່ງ ແລະ ຈຸດສຸມບ້ານຄຳທອງ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຮັບຮອງເປັນຕົວເມືອງນ້ອຍໃນຊົນນະບົດ ເປັນບ້ານທຳອິດຂອງເມືອງຂອງແຂວງສາລະວັນຊຶ່ງໄດ້ຈັດພິທີປະກາດ ໃນວັນທີ 25 ທັນວາ ຜ່ານມາ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ສະໄໝ ໂພທິສານ ເຈົ້າເມືອງຄົງເຊໂດນ, ມີການນຳແຂວງ, ການນຳຂອງເມືອງທົ່ວແຂວງ, ພະນັກງານອາວຸໂສບຳນານ, ການນໍາຂອງພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ, ຂະແໜງການກ່ຽວຂ້ອງ, ນັກທຸລະກິດ, ຜູ້ປະກອບການ ຕະຫຼອດຮອດອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນກຸ່ມບ້ານດັ່ງກ່າວ ເຂົ້າຮ່ວມ. 
ໃນພິທີປະກາດທັງສອງຈຸດສຸມ ແມ່ນໄດ້ມີການລາຍງານຜົນສຳເລັດຂອງການສ້າງບ້ານເປັນຕົວເມືອງໃນຊົນນະບົດ ໂດຍໄດ້ອີງໃສ່ການປະເມີນຕາມດຳລັດ 348/ລບ, ມີ 16 ມາດຖານ ເຫັນວ່າໄດ້ຕາມຄາດໝາຍເປັນສ່ວນຫຼາຍ ໂດຍສະເພາະບ້ານນາປົ່ງ ທີ່ເປັນໃຈກາງທາງດ້ານເສດຖະກິດ ມີ 3 ທ່າແຮງຕົ້ນຕໍ ເຊັ່ນ: ການປູກຝັງ, ລ້ຽງສັດ ແລະ ຄ້າຂາຍ-ບໍລິການ ຕາມແຄມເສັ້ນທາງ ເລກທີ 13 ໃຕ້, ມີຫົວໜ່ວຍຜະລິດເປັນສິນຄ້າທີ່ໝັ້ນຄົງ ຄື: ການບໍລິການປີ້ງໄກ່, ການລ້ຽງໝູເປັນສິນຄ້າ, ມີເສັ້ນທາງຄົມມະນາຄົມ ທີ່ເຊື່ອມຈອດກັບບັນດາບ້ານ, ເມືອງ ໄດ້ຢ່າງສະດວກສະບາຍ, ມີຕະຫຼາດຖາວອນ 1 ແຫ່ງ ແລະ ມີການບໍລິການຊື້-ຂາຍ ຢ່າງເປັນຂະບວນຟົດຟື້ນ, ທັງເປັນບ້ານ ທີ່ຂຶ້ນກັບເຂດປົກຄຸມຂອງໂຮງໝໍເມືອງຄົງເຊໂດນ, ການຊົມໃຊ້ລະບົບໄຟຟ້າ, ນ້ຳປະປາຊຸມຊົນ ແລະ ມີໂຮງຮຽນອະນຸບານ 1 ແຫ່ງ, ປະຖົມສົມບູນ 1 ແຫ່ງ ແລະ ໂຮງຮຽນມັດທະຍົມ 1 ແຫ່ງ ທັງສາມາດເຂົ້າເຖິງດ້ານການບໍລິການເຕັກນິກກະສິກຳ, ການປູກ-ການລ້ຽງຊຶ່ງປະຊາຊົນສ່ວນໃຫຍ່ໃນບ້ານນາປົ່ງ ມີອາຊີບຖາວອນໃນການດໍາເນີນກິດຈະການ ສະເລ່ຍລາຍຮັບ 13 ລ້ານກີບຕໍ່ຄົນຕໍ່ປີ ຊຶ່ງປະກອບມີ 5 ບ້ານ ທີ່ເຊື່ອມໂຍງກັນ ແລະ ເປັນຈຸດສຸມໜຶ່ງ ດ້ານຂອດການບໍລິການ ຊື້-ຂາຍ ມີການພົວພັນກັນ ຄື: ບ້ານນາປົ່ງ, ບ້ານດິນກອກ, ບ້ານກຸດມີໄຊ, ບ້ານໂຮງເລື່ອຍມີໄຊ ແລະ ບ້ານນາໂພ, ລວມມີພົນລະເມືອງ 5.134 ຄົນຍິງ 2.676 ຄົນ ກວມເອົາ 100% ຂອງມາດຖານ ແລະ ເງື່ອນໄຂ.
ສຳລັບຈຸດສຸມກຸ່ມບ້ານຄຳທອງ ແມ່ນໄດ້ຮັບນາມມະຍົດບ້ານຕ່າງໆ ເຊັ່ນ: ບ້ານພັດທະນາ, ບ້ານສາມັກຄີປອງດອງ, ບ້ານສະເໝີພາບຍິງ-ຊາຍ, ບ້ານວັດທະນະທຳ ແລະ ອື່ນໆ, ມີຫົວໜ່ວຍການຜະລິດເປັນສິນຄ້າທີ່ໝັ້ນຄົງ, ເປັນໃຈກາງທາງດ້ານເສດຖະກິດ, ມີເສັ້ນທາງທີ່ເຊື່ອມຈອດຫຼາຍບ້ານ ແລະ ມີຕະຫຼາດຖາວອນ 1 ແຫ່ງ ທີ່ບໍລິການຊື້-ຂາຍ ແລກປ່ຽນສິນຄ້າຢ່າງຟົດຟື້ນ, ທັງສາມາດເຂົ້າເຖິງການບໍລິການລາວໂທລະຄົມມະນາຄົມ, ສັນຍານໂທລະສັບກວມທຸກພື້ນທີ່ ແລະ ເຂົ້າເຖິງການບໍລິການສິນເຊື່ອຂອງທະນາຄານ ກູ້ຢືມເພື່ອທຳການຜະລິດ ແລະ ເປັນບ້ານທີ່ນອນໃນທີ່ປົກຄຸມຂອງໂຮງໝໍເມືອງ, ປະຊາຊົນໄດ້ນຳໃຊ້ນ້ຳສະອາດ, ໄດ້ຊົມໃຊ້ນຳປະປາ, ນ້ຳບາດານ ແລະ ລະບົບການຊົມໃຊ້ໄຟຟ້າ ກວມ 100%, ມີໂຮງຮຽນ 4 ແຫ່ງ ເຊັ່ນ: ອະນຸບານ, ປະຖົມສົມບູນ 2 ແຫ່ງ ແລະ ໂຮງຮຽນມັດທະຍົມ, ປະຊາຊົນ ບ້ານຄຳທອງ ມີອາຊີບຖາວອນ ມີລາຍໄດ້ສະເລ່ຍ 6 ລ້ານກີບຕໍ່ຄົນຕໍ່ປີ. ບ້ານຄຳທອງ ແມ່ນຈຸດສຸມໜຶ່ງ ທີ່ນອນໃນຈຸດສຸມຂອງເມືອງ ເປັນຈຸດໃຈກາງຂອງ 6 ບ້ານ ຄື: ບ້ານຄຳທອງ, ຫີນສີ່ວ, ໂນນສຳລານ, ໂຄກຫີນກອງ, ໜອງຄຸລຸ ແລະ ບ້ານໜອງແຕງ. ມາດຖານເງື່ອນໄຂ ແລະ ຕົວຊີ້ບອກ ແລະ ຜ່ານການປະເມີນ ທັງສອງກຸ່ມບ້ານ ແມ່ນສາມາດຈັດຕັ້ງປະຕິບັດບັນລຸຕາມມາດຖານ ກວມເປັນສ່ວນໃຫຍ່ ຈຶ່ງໄດ້ຮັບຮອງເອົາບ້ານຕົວເມືອງນ້ອຍໃນຊົນນະບົດ.
ໃນໂອກາດດັ່ງກ່າວ, ທ່ານ ສົມໃຈ ອຸ່ນຈິດ ໄດ້ມອບໃບຢັ້ງຢືນ ບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ໃຫ້ແກ່ ບ້ານນາປົ່ງ ກຸ່ມບ້ານນາປົ່ງ ເມືອງຄົງເຊໂດນ ແລະ ບ້ານຄຳທອງ, ຕາງໜ້າຮັບໂດຍ ທ່ານ ສະໄໝ ໂພທິສານ ພ້ອມທັງຕັດແຖບຜ້າ, ເປີດປ້າຍຮັບຮອງເອົາຈຸດສຸມ ແລະ ລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ເພີ່ມເຕີມ