ປະກາດການຈັດຕັ້ງອົງການໄອຍະການປະຊາຊົນ ແຂວງອັດຕະປື

ປະກາດການຈັດຕັ້ງອົງການໄອຍະການປະຊາຊົນ ແຂວງອັດຕະປື

ປະກາດການຈັດຕັ້ງອົງການໄອຍະການປະຊາຊົນ ແຂວງອັດຕະປື
ພິທີປະກາດການຈັດຕັ້ງອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຈັດຂຶ້ນໃນ ວັນທີ 5 ພຶດສະພາຜ່ານມາ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານອົງການກວດກາພັກ-ລັດແຂວງ.

ທ່ານ ເພັດສະໝອນ ທອງສີທາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການປະກາດພະນັກງານ ຄື: ຍົກຍ້າຍ ທ່ານ ສຸພາສິດ ລໍວັນໄຊ ຫົວໜ້າ ແລະ ທ່ານ ບົວສອນ ສອນສຸກ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງອັດຕະປື, ໄປປະຈຳການຢູ່ອົງການໄອຍະການປະຊາຊົນປະຈຳພາກໃຕ້ ຕາມຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 348/ອອປສ, ລົງວັນທີ 2 ພຶດສະພາ 2025, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ວິໄລວັນ ແກ້ວເຮືອງສີ ຮອງຫົວໜ້າອົງການໄອຍະການປະຊາຊົນພາກໃຕ້ ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງອັດຕະປືຜູ້ໃໝ່ ຕາມຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 349/ອອປສ, ລົງວັນທີ 2 ພຶດສະພາ 2025, ແຕ່ງຕັ້ງ ຍົກຍ້າຍ ທ່ານ ປັນຍາ ແສງອາລຸນ ຫົວໜ້າພະແນກຕິດຕາມກວດກາການດໍາເນີນຄະດີແພ່ງ ອົງການໄອຍະການປະຊາຊົນພາກໃຕ້ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນຜູ້ໃໝ່ ຕາມຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 352/ອອປສ, ລົງວັນທີ 2 ພຶດສະພາ 2025 ແລະ ຍົກຍ້າຍ ທ່ານ ບຸນເນື່ອງ ວີບູນເຫຼີມ ຫົວໜ້າພະແນກຄົ້ນຄວ້າຫຼັກສູດ ສະ ຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນແຂວງອັດຕະປືຜູ້ໃໝ່ ຕາມຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 351/ອອປສ, ລົງວັນທີ 2 ພຶດສະພາ 2025.

(ຂ່າວ: ໄພບູນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX

ເມືອງພຽງ ແຂວງໄຊຍະບູລີ ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX ຂືນໃນວັນທີ 2 ກໍລະກົດຜ່ານມາ ຢູ່ທີຫ້ອງປະຊຸມໃຫຍ່ຂອງເມືອງພາຍໃຕ້ການເປັນປະທານຂອງສະຫາຍ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ.
ຫຼວງນໍ້າທາ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກ້ວາງ ຄັ້ງທີ 20

ຫຼວງນໍ້າທາ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກ້ວາງ ຄັ້ງທີ 20

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫຼວງນໍ້າທາເປີດກ້ວາງ ຄັ້ງທີ 20 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຈັດຂຶ້ນໃນວັນທີ 2 ກໍລະກົດຜ່ານມາ ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ວຽງສະຫັວດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງຫຼວງນໍ້າທາ.
ສະຫາຍ ບຸນຫຼາຍ ບຸດທິ ຂຶ້ນເປັນຮັກສາການເລຂາພັກແຂວງ-ເຈົ້າແຂວງເຊກອງ

ສະຫາຍ ບຸນຫຼາຍ ບຸດທິ ຂຶ້ນເປັນຮັກສາການເລຂາພັກແຂວງ-ເຈົ້າແຂວງເຊກອງ

ພິທີມອບ-ຮັບໜ້າທີ່ລະຫວ່າງສະຫາຍ ເຫຼັກໄຫຼ ສີວິໄລ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງເຊກອງ (ຜູ້ເກົ່າ) ແລະ ສະຫາຍ ບຸນຫຼາຍ ບຸດທິ ຮັກສາການເລຂາພັກແຂວງ-ເຈົ້າແຂວງເຊກອງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 1 ກໍລະກົດນີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມ ຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີບັນດາສະຫາຍຄະນະພັກຄະນະນໍາແຂວງ, ເມືອງ, ພະນັກງານຫັກແຫຼ່ງເຂົ້າຮ່ວມ.
ຍົກຍ້າຍ ແລະ ແຕ່ງຕັ້ງຮອງປະທານ ສວສສຊ

ຍົກຍ້າຍ ແລະ ແຕ່ງຕັ້ງຮອງປະທານ ສວສສຊ

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຈັດພິທີປະກາດການຈັດຕັ້ງໃນວັນທີ 1 ກໍລະກົດນີ້ ທີ່ ສວສສຊ ໂດຍມີ ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຮອງປະທານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II

ໃນຕອນບ່າຍວັນທີ 30 ມິຖຸນາຜ່ານມານີ້ ທີ່ຫໍປະຊຸມໃຫຍ່ແຂວງໄຊຍະບູລີ ໄດ້ໄຂກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ.
ກອງປະຊຸມສະໄໝວິສາມັນ ຄັ້ງທີ 4 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II

ກອງປະຊຸມສະໄໝວິສາມັນ ຄັ້ງທີ 4 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II

ກອງປະຊຸມສະໄໝວິສາມັນ ຄັ້ງທີ 4 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 30 ມີຖຸນາຜ່ານມາ ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນການພັກ ເລຂາພັກແຂວງເຈົ້າແຂວງຫຼວງນ້ຳທາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະຫະພັນກໍາມະບານທະນາຄານ ແຫ່ງ ສປປ ລາວ ຄັ້ງທີ IX

ກອງປະຊຸມໃຫຍ່ສະຫະພັນກໍາມະບານທະນາຄານ ແຫ່ງ ສປປ ລາວ ຄັ້ງທີ IX

ສະຫະພັນກໍາມະບານທະນາຄານ ແຫ່ງ ສປປ ລາວ (ສກບ.ທຫລ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານທະນາຄານແຫ່ງ ສປປ ລາວ ຄັ້ງທີ IX ຂຶ້ນໃນວັນທີ 30 ມິຖຸນາ ນີ້ ທີ່ສະຖາບັນການທະນາຄານ ໂດຍການເປັນປະທານຂອງສະຫາຍ ນາງ ມະໂນລາ ເມືອງມະນີ ຮັກສາການປະທານຄະນະບໍລິຫານງານ ສກບ.ທຫລ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຜູ້ວ່າການທະນາຄານແຫ່ງ ສປປ ລາວ; ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງປະທານສູນກາງສະຫະພັນກໍາມະບານລາວ, ມີແຂກຖືກເຊີນ ພ້ອມດ້ວຍສະມາຊິກກໍາມະບານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II

ໃນວັນທີ 30 ມິຖຸນານີ້, ສະພາປະຊາຊົນແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂຶ້ນ, ພາຍໃຕ້ການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ.
ຫສພ ເຜີຍແຜ່ເອກະສານສຳຄັນ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ

ຫສພ ເຜີຍແຜ່ເອກະສານສຳຄັນ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ

ໃນຕອນເຊົ້າວັນທີ 30 ມິຖຸນາ ນີ້, ຫ້ອງວ່າການສູນກາງພັກ (ຫສພ) ໄດ້ເຊື່ອມຊຶມມະຕິ 10 ສະ ໄໝ XI ຂອງສູນກາງພັກ ແລະ ເອກະສານວັນສຳຄັນຂອງພັກຂອງຊາດຈຳນວນໜຶ່ງ, ໂດຍການເຂົ້າຮ່ວມແລະ ເຜີຍແຜ່ຂອງ ສະຫາຍ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ຊຶ່ງມີຄະນະພັກ, ຄະນະນຳ, ພະນັກງານ-ລັດຖະກອນທົ່ວ ຫສພ ເຂົ້າຮ່ວມ.
ສະຫວັນນະເຂດ ເປີດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງຊຸດທີ II

ສະຫວັນນະເຂດ ເປີດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງຊຸດທີ II

ໃນວັນທີ 30 ມິຖຸນານີ້, ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງຊຸດທີ II, ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ມີທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວັນນະເຂດ, ມີການນໍາພັກ-ລັດຂັ້ນແຂວງ, ບັນດາສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງ, ອົງການຈັດຕັ້ງຕ່າງໆອ້ອມຂ້າງແຂວງ, ເມືອງເຂົ້າຮ່ວມ.
ເພີ່ມເຕີມ