ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ

ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ

ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ
ພິທີປະກາດການຈັດຕັ້ງ ພາຍຫຼັງໂຮມກະຊວງແຜນການ ແລະ ການລົງທຶນ (ກຜທ) ເຂົ້າກັບ ກະຊວງການເງິນ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາຜ່ານມາ ທີ່ສະໂມສອນ ກຜທ ໂດຍການເປັນປະທານຂອງສະຫາຍພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ມີຄະນະລັດຖະມົນຕີ, ຄະນະກົມ, ພະແນກການກ່ຽວຂ້ອງເຂົ້າຮ່ວມ.

 

ປະກາດການຈດຕງພາຍຫງໂຮມ ກຜທ ເຂາກບກະຊວງການເງນ - image 1
 

ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກໄດ້ຕາງໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງໄດ້ຂຶ້ນຜ່ານເອກກະສານສຳຄັນ ຊຶ່ງມີບາງເນື້ອໃນສຳຄັນຄື: ອີງຕາມການຕົກລົງຜົນຂອງກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ, ກົມການເມືອງສູນກາງພັກຕົກລົງແຕ່ງຕັ້ງ ສະຫາຍ ສັນຕິພາບພົມວິຫານ ກຳມະການສູນກາງພັກເປັນເລຂາຄະນະບໍລິຫານງານພັກກະຊວງການເງິນ; ປະທານປະເທດອອກລັດຖະດຳລັດແຕ່ງຕັ້ງສະຫາຍ ສັນຕິພາບ ພົມວິຫານ ເປັນລັດຖະມົນຕີກະຊວງການເງິນ; ອີງຕາມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍຸບເລີກອົງຄະນະພັກກະຊວງການເງິນ ແລະ ອົງຄະນະພັກ ກຜທ; ຄະນະເລຂາທິການສູນກາງພັກເຫັນດີໂຮມເອົາການຈັດຕັ້ງຮາກຖານພັກ, ຈຳນວນສະມາຊິກພັກຂອງອົງຄະນະພັກກະຊວງການເງິນ ແລະ ອົງຄະນະພັກ ກຜທ ສ້າງຕັ້ງເປັນອົງຄະນະພັກກະຊວງການເງິນ; ຄະນະເລຂາທິການສູນກາງພັກອອກມະຕິຕົກລົງວ່າດ້ວຍການສ້າງຕັ້ງອົງຄະນະພັກກະຊວງການເງິນ, ເຫັນດີບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກກະຊວງການເງິນປະກອບມີ 9 ສະຫາຍ ຍິງ 2 ສະຫາຍ ຊຶ່ງມີລາຍຊື່ຄື: 1. ສະຫາຍ ສັນຕິພາບ ພົມວິຫານ, 2. ນາງ ພອນວັນ ອຸທະວົງ, 3 ສະຫາຍ ພູວົງ ກິດຕະວົງ, 4. ສະຫາຍ ສຸລິວັດ ສຸວັນນະຈູມຄໍາ, 5. ສະຫາຍນາງ ເພັດສະໝອນ ສອນ, 6. ສະຫາຍ ອຸບັນ ສຸພິດາ, 7. ສະຫາຍ ພູເຂົາ ຄຳວັນນະວົງໄຊ, 8. ສະຫາຍ ວົງຄຳແຫງ ວົງທະຈັກ, 9. ສະຫາຍ ອຸຕະແກ້ວ ແກ້ວດວງສິນ; ເຫັນດີບົ່ງຕົວແຕ່ງຕັ້ງຄະນະປະຈຳພັກ, ເລຂາ, ຮອງເລຂາກະຊວງການເງິນ. 1. ສະຫາຍ ສັນຕິພາບ ພົມວິຫານ ເປັນເລຂາຄະນະບໍລິຫານງານພັກ, 2. ນາງ ພອນວັນ ອຸທະວົງ ເປັນຮອງເລຂາຄະນະພັກ, 3.ສະຫາຍ ພູວົງ ກິດຕະວົງ ເປັນຄະນະປະຈຳພັກ.

ໃນພິທີ, ຍັງໄດ້ແຈ້ງໃຫ້ຊາບວ່າ: ໂຄງປະກອບກົງຈັກການຈັດຕັ້ງຂັ້ນກົມ ແລະ ບຸກຄະລາກອນຂອງກະຊວງການເງິນໃໝ່ນີ້ຊຶ່ງປະກອບມີ 17 ກົມ ແລະ 1 ສູນມີຖານະທຽບເທົ່າທະບວງ ທີ່ມີ 2 ກົມຂຶ້ນກັບ ດັ່ງນີ້: 1. ຫ້ອງການ ແລະ 2. ກົມຈັດຕັ້ງ ແລະ ພະນັກງານ, 3. ກົມກວດກາ, 4. ກົມງົບປະມານແຫ່ງລັດ, 5. ກົມນະໂຍບາຍເສດຖະກິດແລະ ການເງິນ, 6. ກົມແຜນການ, 7. ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, 8. ກົມຮ່ວມມື ແລະ ການເງິນສາກົນ, 9. ກົມສ່ວຍສາອາກອນ, 10. ກົມພາສີ, 11. ຄັງເງິນແຫ່ງລັດ, 12. ກົມຄຸ້ມຄອງຊັບສິນແຫ່ງລັດ, 13. ກົມຄຸ້ມຄອງວິສາຫະກິດລັດ ລັດລົງທຶນ ແລະ ການປະກັນໄພ, 14. ກົມຄຸ້ມຄອງໜີ້ສາທາລະນະ, 15. ກົມຄຸ້ມຄອງການບັນຊີ, 16. ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, 17. ສະຖາບັນເສດຖະກິດການເງິນ ມີຫົວໜ່ວຍວິຊາການຂັ້ນສອງຄື: ສະຖາບັນເສດຖະກິດການເງິນສາຂາພາກເໜືອ ແລະ ສະຖາບັນເສດຖະກິດການເງິນສາຂາພາກໃຕ້, 18. ສູນສະຖິຕິແຫ່ງຊາດມີ 2 ກົມຄື: ກົມສະຖິຕິເສດຖະກິດ ແລະ ສັງຄົມ, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ. ສຳລັບກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພແມ່ນເຫັນດີໃຫ້ໂອນວຽກຄຸ້ມຄອງວິສາຫະກິດລັດລົງທຶນທີ່ກ່ຽວກັບສິດໜ້າທີ່ຂອງຄະນະປະຕິຮູບວິສາຫະກິດໄປຂຶ້ນກັບຄະນະປະຕິຮູບວິສາຫະກິດພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງ ຊຶ່ງລະອຽດໃຫ້ກະຊວງການເງິນສົມທົບກັບຄະນະປະຕິຮູບລັດວິສາຫະກິດ.

ປະກາດການຈດຕງພາຍຫງໂຮມ ກຜທ ເຂາກບກະຊວງການເງນ - image 2
 

ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ມີຄຳເຫັນວ່າ: ພາຍຫຼັງທີ່ມີການປັບປຸງແລ້ວ, ສະເໜີໃຫ້ຄະນະພັກ-ຄະນະນຳສືບຕໍ່ເປັນເຈົ້າການນຳພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງ, ມີອຸດົມການທີ່ໜຽວແໜ້ນທີ່ສຸດ; ໃນນັ້ນ, ຕ້ອງໄດ້ສ້າງຄວາມເປັນເອກະພາບເພື່ອໃຫ້ມີຄວາມເປັນເອກະພາບຢູ່ໃນອຸດົມການ; ສ້າງຄວາມເອກກະພາບຢູ່ໃນຄະນະພັກກະຊວງ, ເອກະພາບກັບຂັ້ນເທິງ, ເອກະພາບກັບການຈັດຕັ້ງ, ເຕົ້າໂຮມຄວາມສາມັກຄີໃນລະບຽບຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ; ຄະນະພັກ-ຄະນະນຳກະຊວງໃຫ້ເອົາໃຈໃສ່ປຶກສາຫາລືຕື່ມກ່ຽວກັບນິຕິກຳ ເພື່ອໃຫ້ມີຄວາມຖືກຕ້ອງສອດຄ່ອງ, ເຮັດໃຫ້ມີລັກສະນະຮັດກຸມ, ເຮັດໃຫ້ໄວເພື່ອເປັນມາດຖານໃນການຄຸ້ມຄອງຕາມນິຕິກຳນັ້ນໆ; ມີການແບ່ງງານ, ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ຫຼັງຈາກນັ້ນກໍໃຫ້ບັນດາສະຫາຍສືບຕໍ່ປັບປຸງການຈັດຕັ້ງຢູ່ຂັ້ນທ້ອງຖິ່ນໃຫ້ສຳເລັດໂດຍໄວເພື່ອເຮັດໃຫ້ຖັນແຖວສະມາຊິກພັກ, ພະນັກງານມີຄວາມເຊື່ອໝັ້ນອຸ່ນອ່ຽນທຸ່ນທ່ຽງຕໍ່ພັກ ແລະ ລັດ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ