ປະກາດການແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງ ຫົວໜ້າ ຫສພ

ປະກາດການແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງ ຫົວໜ້າ ຫສພ

ປະກາດການແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງ ຫົວໜ້າ ຫສພ
ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດພິທີປະກາດການຈັດຕັ້ງຕໍາແໜ່ງບໍລິຫານ ການນໍາຂັ້ນສູງ ຂຶ້ນໃນວັນທີ 7 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງ ຫສພ ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຫສພ; ມີບັນດາສະຫາຍຄະນະພັກ-ຄະນະນໍາ, ພະນັກງານ-ສະມາຊິກພັກພາຍໃນ ຫສພ ພ້ອມດ້ວຍບັນດາສະຫາຍຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະກາດການແຕງຕງ ສະຫາຍ ກແກວ ຈນທະບລ ເປນຮອງ ຫວໜາ ຫສພ - image 1
 

ໃນພິທີ, ສະຫາຍ ນາງ ແສງແກ້ວ ວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 625/ຄລສພ, ລົງວັນທີ 24 ມິຖຸນາ 2025 ຊຶ່ງໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າ ຫສພ ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ທັງເປັນຜູ້ປະຈໍາການ. ຈາກນັ້ນ, ສະຫາຍ ເພັດ ພົມພິພັກ ກໍໄດ້ຂຶ້ນມອບມະຕິຕົກລົງ ໃຫ້ ສະຫາຍ ກິແກ້ວ ຈັນທະບູລີ.

 ໂອກາດນີ້, ສະຫາຍ ເພັດ ພົມພິພັກ ກໍໄດ້ມີຄໍາເຫັນໂອ້ລົມວ່າ: ການແຕ່ງຕັ້ງຕໍາແໜ່ງບໍລິຫານໃນຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນຫຼາຍ ແລະ ຖືເປັນເລື່ອງປົກກະຕິຂອງການຈັດຕັ້ງພັກ-ລັດພວກເຮົາ, ເພື່ອແນໃສ່ປັບປຸງບຸກຄາລາກອນໃຫ້ສອດຄ່ອງສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະແລະຮັບປະກັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບໝາຍໃຫ້ສໍາເລັດ.

 ພ້ອມນີ້, ກໍໄດ້ເນັ້ນໃຫ້ສະຫາຍທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຕ້ອງເອົາໃຈໃສ່ຍົກສູງລະດັບຄວາມຮູ້, ຄວາມສາມາດດ້ານວຽກງານຂອງຕົນຢູ່ສະເໝີເພື່ອຮັບປະກັນໃນການເປັນເສນາທິການຮອບດ້ານໃນການປະຕິບັດລະບອບ ແລະ ແບບແຜນເຮັດວຽກງານໃຫ້ການນໍາຂັ້ນສູງໃນແຕ່ລະໄລຍະມີຜົນສໍາເລັດຕາມຄາດໝາຍ, ສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າ, ກໍາແໜ້ນແນວທາງນະໂຍບາຍ, ມະຕິ - ຄໍາສັ່ງຂອງພັກ - ລັດ ເພື່ອເຮັດໃຫ້ການສັງລວມຮ່າງເນື້ອໃນບົດຄໍາເຫັນ, ບົດໂອ້ລົມ, ບົດສູນທອນພົດ ແລະ ອື່ນໆມີເນື້ອໃນຄົບຖ້ວນ ແລະ ປະສານສົມທົບພາກສ່ວນກ່ຽວຂ້ອງເພື່ອຕິດຕາມ ແລະ ອໍານວຍຄວາມສະດວກໃນການເຄື່ອນໄຫວວຽກງານ, ການເບິ່ງແຍງສຸຂະພາບ, ການດໍາລົງຊີວິດ, ການປະຕິບັດນະໂຍບາຍຕໍ່ການນໍາ, ຮັກສາຄວາມປອດໄພໃຫ້ເປັນປົກກະຕິປະຈໍາວັນລວມທັງຄວາມປອດໄພໃນໄລຍະການເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ-ຕ່າງປະເທດ ແລະ ວຽກງານອື່ນຕາມການມອບໝາຍຂອງສູນກາງພັກ.

ປະກາດການແຕງຕງ ສະຫາຍ ກແກວ ຈນທະບລ ເປນຮອງ ຫວໜາ ຫສພ - image 2
 

(ຂ່າວ: ສຸກສະຫວັນ, ພາບ: ຫສພ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມບໍລິຫານງານພັກຄັ້ງທີ 3 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມບໍລິຫານງານພັກຄັ້ງທີ 3 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ v ຂອງອົງຄະນະພັກ ສານປະຊາຊົນສູງສຸດ (ສປສສ)ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025 , ພາຍໃຕ້ການເປັນປະທານຂອງສະຫາຍ ນ. ວຽງທອງ ສີພັນດອນ ຄະນະ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ຄະນະປະຈຳພັກ ແລະ ຄະນະພັກ ເຂົ້າຮ່ວມ
ສສຊ ສະເໜີໃຫ້ລັດຖະບານ ແກ້​ໄຂບັນ​ຫາ​ການ​ຂາດ​ແຄນ​ຄູ

ສສຊ ສະເໜີໃຫ້ລັດຖະບານ ແກ້​ໄຂບັນ​ຫາ​ການ​ຂາດ​ແຄນ​ຄູ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 11 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໄດ້​ປະ​ກອບ​ຄຳ​ເຫັນ​ຕໍ່​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານໂດຍ​ໄດ້​ສະ​ເໜີ​ໃຫ້​ລັດ​ຖະ​ບານເອົາໃຈໃສ່ແກ້ໄຂບັນ​ຫາຄວາມຫຍຸ້ງດ້ານເສດຖະກິດ-ການເງິນ, ການເປັນຢູ່ຂອງປະຊາຊົນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ,ການແກ້ໄຂເງິນເຟີ້, ການສໍ້ລາດບັງຫຼວງ,ການຂາດແຄນຄູສອນ.
ສສ​ຊ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ

ສສ​ຊ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດ IX,ໃນ​ວັນ​ທີ 11 ພະ​ຈິກ​ນີ້, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານນາງສູນ​ທອນໄຊ​ຍະ​ຈັກຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານ​ຂອງ​ລັດ​ຖະ​ບານ​ໂດຍ​ສະ​ເພາະກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມແລະການ​ຄຸ້ມ​ຄອງ​ການ​ລົງ​ທຶນ.
ສສຊ ສະເໜີລັດຖະບານ ກວດກາເບິ່ງຄືນແຫຼ່ງລາຍຮັບງົບປະມານ

ສສຊ ສະເໜີລັດຖະບານ ກວດກາເບິ່ງຄືນແຫຼ່ງລາຍຮັບງົບປະມານ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 11ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານໃນຫຼາຍບັນຫາສຳຄັນ.
ສສຊ ເຂດ 9 ສະເໜີ ລັດຖະບານພິຈາລະນາ ຈໍາກັດໃນການນໍາເຂົ້າ ສິນຄ້າຟູມເຟືອຍ

ສສຊ ເຂດ 9 ສະເໜີ ລັດຖະບານພິຈາລະນາ ຈໍາກັດໃນການນໍາເຂົ້າ ສິນຄ້າຟູມເຟືອຍ

ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກ 2025 ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນ ຕໍ່ບົດລາຍງານຂອງລັດຖະບານໂດຍສະເພາະກ່ຽວກັບການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP).
ສຳເລັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງພຽງ ຄັ້ງທີ 2 ສະໄຫມທີ່ VIII.

ສຳເລັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງພຽງ ຄັ້ງທີ 2 ສະໄຫມທີ່ VIII.

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງພຽງ ແຂວງໄຊຍະບູລີ ຄັ້ງທີ 2 ສະໄຫມທີ່ VIII ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້ທີຫ້ອງປະຊຸມຂອງເມືອງໂດຍການເປັນປະທານຂອງສະຫາຍ ນາງ ເພັດດາວອນ ສຸກຜາລີ ກໍາມະການພັກເມືອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງເມືອງໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ດາວັນ ພະວົງຈິດ ຮອງເລຂາພັກເມືອງຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີແຂກຖືກເຊີນເຂົ້າຮ່ວມ.
ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນ ເງິນຕາ 5 ປີ ຄັ້ງທີ IX (2021-2025), ແຜນການປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ແຜນການປີ 2026 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 10 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX ຈະພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX ຈະພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດ ທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້,ທີ່ສະພາແຫ່ງຊາດ,ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາການນຳຂັ້ນສູງພັກ-ລັດ,ອາດີດການນຳຂັ້ນສູງ, ແຂກຖືກເຊີນ ແລະ ບັນດາສະມາມຊິກ ສະພາແຫ່ງຊາດ ທີ່ເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ.
ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ

ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ

ວັນທີ 5 ພະຈິກ 2025ນີ້ ຢູ່ທີ່ສະໂມສອນເມືອງວິລະບູລີ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງເມືອງຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫັວນນະເຂດ ພ້ອມດ້ວຍ ບັນດາສະຫາຍການນໍາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄໍາມ່ວນ ຄັ້ງທີ 2 ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025ນີ້ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງເຂົ້າຮ່ວມ.
ເພີ່ມເຕີມ