ປະກາດຄະນະຊາວໜຸ່ມເມືອງເງິນ ເປັນເມືອງ 3 ດີ 4 ຮູ້

ປະກາດຄະນະຊາວໜຸ່ມເມືອງເງິນ ເປັນເມືອງ 3 ດີ 4 ຮູ້
ວັນທີ 9 ເມສາ ຜ່ານມານີ້ ຢູ່ທີສະໂມສອນເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຊປປລ) ເມືອງເງິນ ເປັນເມືອງ 3 ດີ 4 ຮູ້. ໂດຍມີ ສະຫາຍ  ອິນເນດ ຂຽວສີຟ້າ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນຳຂົງເຂດອົງການຈັດຕັ້ງມະຫາຊົນ, ມີສະຫາຍ ໄຊພອນ ສິລິສົມບັດ ວ່າການເລຂາຄະນະບໍລິຫານບໍລິຫານງານຊາວໜຸ່ມເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກນຽວຂ້ອງເຂົ້າຮ່ວມ.
    ໂດຍປະຕິບັດຕາມບົດແນະນຳຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສະບັບເລກທີ 332/ ລຂ, ລົງວັນທີ 2 ກໍລະກົດ 2021 ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ ແລະ ອີງໃສ່ຜົນຂອງການປະເມີນກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງນ້ອງນ້ອຍເຍົາວະຊົນ ແຕ່ລະປີຜ່ານມາ.ພາຍຫຼັງທີມີບົດແນະນຳ ສະບັບເລກທີ 332/ລຂ, ລົງວັນທີ 2 ກໍລະກົດ 2021 ຄະນະບໍລິຫານງານຊາວໜຸ່ມ ເວົ້າລວມ, ເວົ້າສະເພາະ ກໍແມ່ນຊາວໜຸ່ມອາຊີບໄດ້ພ້ອມກັນ ຄົ້ນຄວ້າ, ເຊື່ອມຊືມ ແລະ ຈັດຕັ້ງເຜີຍແຜ່ຢູ່ຂັ້ນເມືອງ. ຕິດພັນກັບ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ. ຈາກນັ້ນຈຶ່ງໄດ້ແບ່ງຄວາມຮັບຜິດຊອບ ໃຫ້ບັນດາສະຫາຍ ຄະນະບໍລິຫານງານ ຊາວໜຸ່ມເມືອງ ແລະ ຊາວໜຸ່ມອາຊີບ ນຳໄປເຜີຍແຜ່ເຊື່ອມຊືມໃຫ້ແກ່ກຸ່ມເຍົາວະຊົນ ຢູ່ບັນດາໂຮງຮຽນພາຍໃນເມືອງ ການຈັດຕັ້ງປະຕິບັດຕົວຈິງ. ໃນແຕ່ລະປີຄະນະຊາວໜຸ່ມເມືອງ, ຜູ້ຮັບຜິດຊອບວຽກງານເຍົາວະຊົນແຕ່ລະຂັ້ນ ໄດ້ລົງປະເມີນຜົນ ຢູ່ແຕ່ລະໂຮງຮຽນ 1 ຄັ້ງຕໍ່ປີ. ຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຂໍ້ແຂ່ງຂັນ 3 ດີ 4 ຮູ້ ໃນໄລຍະ 5 ປີ ຜ່ານມາ ທຽບໃສ່ບັນດາມາດຖານ ຄະນະ ຊປປລ ເມືອງເງິນ ມີໂຮງຮຽນໄດ້ຮັບໃບຢັ້ງຢືນການປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ແລ້ວຈຳນວນ 24 ໂຮງຮຽນກວມເອົາ 100%, ກອງເຍົາວະຊົນ ທັນວາລວມ 12 ກອງເປັນກອງເຍົາວະຊົນທັນວາ 3 ດີ 4 ຮູ້ ຈໍານວນ 10 ກອງກວມເອົາ 83,33% ຂອງຈໍານວນກອງເຍົາວະຊົນ ທົ່ວເມືອງ ແມ່ນໄດ້ຮັບຮອງຢັ້ງຢືນເປັນຄະນະ ຊປປລ ເມືອງເງິນ 3 ດີ 4 ຮູ້ ຈາກຄະນະ ຊປປລ ແຂວງ.
ຂໍ້ແຂ່ງຂັນ 3 ດີ ເທົ້າ 90,47% ຄື: ຮໍ່າຮຽນດີ 91,5%, ສາມັກຄີດີ 89,66%, ອານາໄມດີ 90,25%, ຂໍ້ແຂ່ງຂັນ 4 ຮູ້ ເທົ້າ 91.83% ຄື: ຮູ້ຮັກປະເທດຊາດ ແລະ ທ່ານຜູ້ນໍາ 95%, ຮູ້ຮັກພໍ່ແມ່ ແລະ ຄູອາຈານ 92%, ຮູ້ຮັກທໍາມະຊາດ ແລະ ການອອກແຮງງານ 90%, ຮູ້ຈໍາແນກມິດ ແລະ ສັດຕູຢ່າງຈະແຈ້ງ 90,35%. ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນ ຮັບຮອງຄະນະ ຊປປລ ເມືອງເງິນ ເປັນເມືອງ 3 ດີ 4 ຮູ້ ຢ່າງເປັນທາງການ.
(ພາບ-ຂ່າວ: ອິນແປງ ແຫວນຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ.

ທ່ານ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ.

ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ, ຊຶ່ງໄດ້ເຂົ້າພົບປະ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໃນວັນທີ 8 ພຶດສະພານີ້ ທີ່ຫ້ອງຮັບຮອງຂອງຫ້ອງວ່າການແຂວງ ເພື່ອແຈ້ງຈຸດປະສົ່ງໃນການເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ
ຫ້ອງວ່າການສຳນັກງານປະທານປະເທດສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ຂຶ້ນໃນວັນທີ 9 ພຶດສະພານີ້ທີ່ ຫສປທ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະບໍລິຫານງານພັກ ຫສປທ ຮອງຫົວໜ້າ ຫສປທ, ສະຫາຍ ດາວບົວລະພາ ບາວົງເພັດ ກຳມະການປະຈຳພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຮອງປະທານຄະນະກວດກາສູນກາງພັກ ຮອງຫົວໜ້າອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ;
ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ພິທີ​ເປີດ​ສູນ​ອະນຸລັກແຂ້ພື້ນເມືອງລາວ ​ໄດ້​ຈັດ​ຂຶ້ນເມື່ອ​ບໍ່​ດົນ​ມາ​ນີ້ ​​ທີ່ບ້ານຕານ​ສຸມ ເມືອງຈຳພອນ ​ແຂວງສະ​ຫວັນ​ນະ​ເຂດ ໂດຍ​ມີ ທ່ານ ຄຳມອນ ທິລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ​ສະ​ຫວັນ​ນະ​ເຂດ, ທ່ານ ຄໍາຕາ ສິນນະສອນ ຮອງ​​ເຈົ້າ​ເມືອງຈຳພອນ, ອົງການ​ອະນຸລັກ​ສັດປ່າ (WCS) ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ໃນ​ພິທີ​ດັ່ງກ່າວ, ຍັງ​ໄດ້ມີການປ່ອຍ​ແຂ້​ນໍ້າຈືດພັນພື້ນເມືອງລາວ ຈໍານວນ 10 ໂຕ ກັບຄືນສູ່ທີ່ດິນ​ບໍລິເວນນໍ້າ ​ເຊ​ຈຳ​ພອນ ​ເພື່ອ​ເປັນການເພີ່ມຈໍານວນປະຊາກອນແຂ້ໃນທຳມະຊາດ.
ພະແນກຍຸຕິທໍາແຂວງ ຄໍາມ່ວນສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ

ພະແນກຍຸຕິທໍາແຂວງ ຄໍາມ່ວນສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ປີ 2024 ແລະ ສືບຕໍ່ຂະຂວນການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ” ປີ 2025 ໄດ້ຈັດຂຶ້ນໃນວັນທີ 08 ພຶດສະພານີ້, ໂດຍການເປັນປະທານຂອງທ່ານ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ທ່ານ ນວນຕາ ແກ້ວນະວົງ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ.
ການນໍາແຂວງຫຼວງພະບາງ ຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ ຢູ່ບ້ານມົກວັດ

ການນໍາແຂວງຫຼວງພະບາງ ຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ ຢູ່ບ້ານມົກວັດ

ເມື່ອບໍ່ດົນມານີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ ຂອງປະຊາຊົນຢູ່ບ້ານມົກວັດ ກຸ່ມພູສະໜາມ ເມືອງວຽງຄໍາ ແຂວງຫຼວງພະບາງ.
3 ເດືອນຕົ້ນປີ ນະຄອນໄກສອນພົມວິຫານ ເກັບລາຍຮັບໄດ້ແລ້ວເກືອບ 10 ຕື້ກີບ

3 ເດືອນຕົ້ນປີ ນະຄອນໄກສອນພົມວິຫານ ເກັບລາຍຮັບໄດ້ແລ້ວເກືອບ 10 ຕື້ກີບ

ຫ້ອງການ-ການເງິນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນ-ງົບປະມານ 3 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 9 ເດືອນທ້າຍປີ 2025 ທີ່ສະໂມສອນ ນະຄອນໄກສອນພົມວິຫານ ໃນວັນທີ 7 ພຶດສະພາຜ່ານມາ ໂດຍການເປັນປະທານຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ.
ຜົ້ງສາລີ ລົງຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ.

ຜົ້ງສາລີ ລົງຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ.

ໃນວັນທີ 8 ພຶດສະພານີ້, ຂະແໜງທ່ອງທ່ຽວຂັ້ນແຂວງ, ເມືອງ ສົບທົບກັບ ຕຳຫຼວດທ່ອງທ່ຽວແຂວງຜົ້ງສາລີ ໄດ້ລົງຕິດຕາມກວດກາ, ຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ ຢູ່ເມືອງບຸນເໜືອ ເທສະບານແຂວງ ຊຶ່ງນຳພາໂດຍທ່ານ ບຸນຈັນ ແກ້ວຈີນດາ ຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີບັນດາທ່ານພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.
ຄໍາມ່ວນ ມອບລົດຈັກຈໍານວນ 11 ຄັນ ໃຫ້ສະຫະພັນແມ່ຍິງແຂວງ

ຄໍາມ່ວນ ມອບລົດຈັກຈໍານວນ 11 ຄັນ ໃຫ້ສະຫະພັນແມ່ຍິງແຂວງ

ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງຜູ້ແທນແມ່ຍິງແຂວງຄຳມ່ວນ, ຕອນແລງວັນທີ 8 ພຶດສະພານີ້ ທີ່ຫ້ອງວ່າການແຂວງ ໄດ້ຈັດພິທີ ມອບ-ຮັບ ລົດຈັກ (Honda wave 110) ຈໍານວນ 11 ຄັນ, ມູນຄ່າ 380 ລ້ານກວ່າກີບ, ໃຫ້ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງ 10 ເມືອງ
ຄວທ ເຜີຍແຜ່ໂຄງການລາງວັນຮອນດາປະຈໍາປີ 2025

ຄວທ ເຜີຍແຜ່ໂຄງການລາງວັນຮອນດາປະຈໍາປີ 2025

ພາຍຫຼັງຈັດກອງປະຊຸມປະຖົມນິເທດໂຄງການລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະ ວະກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປ ລາວ ປະຈໍາປີ 2025 ທີ່ຄະນະວິສະວະກຳສາດ (ຄວສ) ແລະ ຄະນະຊັບພະຍາກອນນໍ້າ (ຄຊນ) ມະຫາວິທະຍາໄລແຫ່ງຊາດ (ມຊ). ດັ່ງນັ້ນ, ໃນວັນທີ 8 ພຶດສະພານີ້,
ກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ

ວັນທີ 8 ພຶດສະພານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ເພີ່ມເຕີມ