ປະກາດແຂວງຫົວພັນ ເປັນແຂວງຢຸດຕິການຖ່າຍຊະຊາຍ

ປະກາດແຂວງຫົວພັນ ເປັນແຂວງຢຸດຕິການຖ່າຍຊະຊາຍ
ແຂວງຫົວພັນໄດ້ຈັດພິທີປະກາດເປັນແຂວງຢຸດຕິການຖ່າຍຊະຊາຍຂຶ້ນໃນວັນທີ 22 ທັນວາຜ່ານມາທີ່ສະໜາມກິລາແຂວງ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ມີການນຳຈາກ 17 ແຂວງທົ່ວປະເທດ ພ້ອມດ້ວຍມວນຊົນເຂົ້າຮ່ວມ.
    ທ່ານ ວິລະພອນ ພົມວົງສີ ຫົວໜ້າພະແນກສາທາລະນະສຸກແຂວງ ກ່າວວ່າ: ທົ່ວແຂວງມີ 54.369 ຄົວເຮືອນ ໃນນີ້, ຄົວເຮືອນທີ່ມີວິດຖ່າຍເປັນຂອງຕົນເອງ 52.669 ຄົວເຮືອນ ເທົ່າກັບ 96.8%, ຄົວເຮືອນທີ່ຍັງໃຊ້ວິດຖ່າຍຮ່ວມນໍາພີ່ນ້ອງມີທັງໝົດ 636 ຄົວເຮືອນ ເທົ່າກັບ 1,16%, ໂຮງຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍຈຳນວນ 644 ແຫ່ງ, ມີວິດຖ່າຍຊົມໃຊ້ 100% ພ້ອມນີ້ 10 ເມືອງທົ່ວແຂວງໄດ້ຮັບຮອງເປັນເມືອງຢຸດຕິການຖ່າຍຊະຊາຍສຳເລັດ ຜ່ານການປະເມີນຜົນຕົວຈິງເຫັນວ່າຄົບຖ້ວນຕາມມາດຖານ ແລະ ເງື່ອນໄຂ ເພື່ອຮັບຮອງເປັນແຂວງຢຸດຕິການຖ່າຍຊະຊາຍ. ຄຽງຄູ່ກັນນີ້ກໍຍັງມີຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າເປັນຕົ້ນ ຄະນະກຳມະການຮັບຜິດຊອບຂັ້ນບ້ານ ເຖິງວ່າໄດ້ຮັບການຝຶກອົບຮົມ ແລະ ແຕ່ງຕັ້ງແລ້ວກໍຕາມ ແຕ່ຍັງມີບາງບ້ານບໍ່ທັນໄດ້ເຄື່ອນໄຫວຕາມສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນຢ່າງເຕັມເມັດເຕັມໜ່ວຍ ເຮັດໃຫ້ການຊີ້ນໍາຊ່ວຍເຫຼືອປະຊາຊົນຍັງບໍ່ທັນໄດ້ດີ, ຄວາມເປັນເຈົ້າການຂອງອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຈໍານວນໜຶ່ງໃນການສ້າງຂະບວນການອະນາໄມ 3 ສະອາດ, ການຮັກສາສິ່ງແວດລ້ອມ ແລະ ຄວາມຕື່ນຕົວເປັນເຈົ້າການໃນການຮັກສາສຸຂະພາບໃນຊຸມຊົນຕົນເອງຍັງເຮັດບໍ່ທັນໄດ້ດີ ແລະ ຊີວິດການເປັນຢູ່ແບບທໍາມະຊາດບໍ່ທັນຖືກຫຼັກສຸຂະອະນາໄມ. 
    ສຳລັບທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ລົງໂຄສະນາວຽກງານສຸຂະສຶກສາໃຫ້ແກ່ປະຊາຊົນບັນດາເຜົ່າຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ໂດຍຖືເອົາການປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ການປິ່ນປົວເປັນສຳຄັນ ແລະ ຍຸດທະສາດຕາມ 8 ແຜນງານຂອງກະຊວງສາທາລະນະສຸກວາງອອກຢ່າງເປັນຮູບປະທຳ, ສືບຕໍ່ປັບປຸງຕາໜ່າງສາທາລະນະສຸກແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ເພື່ອຮັບປະກັນການບໍລິການສຸຂະພາບໃຫ້ປະຊາຊົນຕາມນະໂຍບາຍ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກວາງອອກ ເພື່ອຮັກສານາມມະຍົດແຂວງຫົວພັນເປັນແຂວງຢຸດຕິການຖ່າຍຊະຊາຍໃຫ້ມີຄວາມຍືນຍົງຕະຫຼອດໄປ.
    ໃນພິທີໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 4032 ລົງວັນທີ 11 ທັນວາ 2023 ວ່າດ້ວຍການຢັ້ງຢືນ ແລະ ຮັບຮອງເອົາແຂວງຫົວພັນເປັນແຂວງຢຸດຕິການຖ່າຍຊະຊາຍ ແຂວງທີ 4 ຂອງ ສປປ ລາວ ເປັນກຽດມອບໃບຢັ້ງຢືນໂດຍທ່ານ ບຸນແຝງ ພູມມະໄລສິດ ແລະ ຕາງໜ້າຮັບໂດຍທ່ານ ຄຳແພງ ໄຊສົມແພງ ພ້ອມນີ້ຍັງໄດ້ມອບໃບຍ້ອງຍໍໃຫ້ກົມກອງ, ບຸກຄົນທີ່ມີຜົນງານດີເດັ່ນຕາມລຳດັບ.
ຂ່າວ: ໄມຄຳ, ພາບ:ສີອຳພອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ໄຟຟ້າຫົງສາ ສະໜັບສະໜູນງົບປະມານຈັດງານປະເພນີຊ່ວງເຮືອ ເມືອງຊຽງຮ່ອນ ປະຈໍາປີ 2025

ໄຟຟ້າຫົງສາ ສະໜັບສະໜູນງົບປະມານຈັດງານປະເພນີຊ່ວງເຮືອ ເມືອງຊຽງຮ່ອນ ປະຈໍາປີ 2025

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເດີນໜ້າສົ່ງເສີມວັດທະນະທໍາທ້ອງຖິ່ນ ແລະ ຮ່ວມເປັນສ່ວນໜຶ່ງໃນງານປະເພນີບຸນຊ່ວງເຮືອ ເຊິ່ງເປັນເອກະລັກທີ່ສໍາຄັນຂອງ ເມືອງຊຽງຮ່ອນ ໂດຍໃນປີ 2025 ນີ້, ງານບຸນຊ່ວງເຮືອ ເມືອງຊຽງຮ່ອນ ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ ບ້ານໃໝ່ໜອງຊາງ.
ຈາກແນວຄິດສູ່ນະໂຍບາຍ: ການທູດຊ່ອງທາງທີ 2ຊຸກຍູ້ບົດບາດຂອງ ສປປ ລາວ

ຈາກແນວຄິດສູ່ນະໂຍບາຍ: ການທູດຊ່ອງທາງທີ 2ຊຸກຍູ້ບົດບາດຂອງ ສປປ ລາວ

ໃນສະພາບພູມສາດ-ການເມືອງຂອງໂລກທີ່ຜັນແປໄປຢ່າງສະຫຼັບສັບຊ້ອນ ແລະ ໄວວາ, ການທູດແບບດັ້ງເດີມ ຫຼື ການທູດຊ່ອງທາງທີໜຶ່ງ (Track OneDiplomacy)ເຊິ່ງໝາຍເຖິງການຕິດຕໍ່ພົວພັນລະຫວ່າງລັດຕໍ່ລັດແມ່ນບໍ່ພຽງພໍທີ່ຈະຮັບມືກັບສະພາບການຫັນປ່ຽນຂອງໂລກທີ່ມີຄວາມສະຫຼັບສັບຊ້ອນຕໍ່ບັນຫາໃໝ່ໆທີ່ເກີດຂຶ້ນໄດ້ຢ່າງທັນການ. ການທູດຊ່ອງທາງທີ 2 (Track Two)ແມ່ນການສົນທະນາທີ່ບໍ່ແມ່ນຊ່ອງທາງທີ 1 ໂດຍມີການເຂົ້າຮ່ວມຂອງນັກວິຊາການ, ມະຫາວິທະຍາໄລ, ສະຖາບັນ-ຄັງປັນຍາ ແລະ ອົງການພາກສັງຄົມ–ພົນລະເຮືອນ,ໄດ້ກາຍເປັນເຄື່ອງມື ຫຼື ຊ່ອງທາງໜຶ່ງທີ່ປອດໄພໃນການນໍາສະເໜີແນວຄິດໃໝ່ ເພື່ອນໍາເອົາແນວຄິດເຫຼົ່ານັ້ນສະເໜີແນະຕໍ່ລັດຖະບານເພື່ອນໍາມາໝູນໃຊ້ເຂົ້າໃນການວາງນະໂຍບາຍ.ການທູດຊ່ອງທາງທີ2ນີ້ ຍັງສົ່ງເສີມການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນຂອງຄັງປັນຍາພາກພື້ນ ແລະ ສາກົນ,ໂດຍບໍ່ແມ່ນການແຂ່ງຂັນກັບການທູດຊ່ອງທາງທີ 1,ແຕ່ເປັນກົງລໍ້ໜູນ ຊ່ວຍເສີມສ້າງໃຫ້ການຕັດສິນໃຈຂອງລັດມີຂໍ້ມູນຮອບດ້ານ ແລະ ທັນກັບສະພາບການຂອງຍຸກສະ ໄໝ.
ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂອ້ລົມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ

ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂອ້ລົມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ

ໃນວັນທີ 6 ພະຈິກ 2025 ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານທີ່ແຂວງຫຼວງພະບາງ, ແລະໄດ້ພົບປະໂອ້ລົມການນໍາຫຼັກແຫຼ່ງ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ຂອງແຂວງ ທີ່ຫ້ອງປະຊຸມຂອງພະແນກ.
ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ພິທີ ປິດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນຕີຕົວເມືອງປະຈຳປີ 2025 ໃຫ້ກຳລັງກອງພັນນ້ອຍຕີພິເສດ 432 ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 15 ວັນ, ໂດຍການເປັນປະທານຂອງສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ມີຫົວໜ້າກົມ 49, ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍອົງການ 5 ຫ້ອງ,ພະແນກຕີພິເສດເຂົ້າຮ່ວມ.
ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025 ທີ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດແຂວງຫຼວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.
2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 8 ພະຈິກນີ້, ທ່ານ ເພັດ ວົງຂັນຕີ ຜູ້ອຳນວຍການບໍລິສັດ ເພັດໄລພອນທຣວງເຊີນຣີຊອດສ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນ ຈຳນວນ 100,000,000 ກີບ ໃຫ້ແຂວງຊຽງຂວາງ, ທ່ານ ໂກວ ກຸຍຮ່າຍ (GUO GUIHAI) ຜູ້ອຳນວຍການບໍລິສັດ ຮົ່ງກົງຈົງເຊິງການລົງທຶນພະລັງງານ(ລາວ) ສາກົນ ຈຳກັດ ພ້ອມດ້ວຍຄະນະໄດ້ມອບເງິນຈຳນວນ 150,000,000 ກີບໃຫ້ແຂວງຊຽງຂວາງ ເພື່ອຕ້ານ, ຮັບມື ແລະ ຟື້ນຟູຜົນເສຍຫາຍຈາກໄພພິບັດຢູ່ແຂວງຊຽງຂວາງ ໂດຍສະເພາະແມ່ນໄພນ້ຳຖ້ວມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ ແລະ ເຂົ້າສູ່ພາວະປົກກະຕິໂດຍໄວ.
ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 8 ພະຈິກຜ່ານມານີ້, ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານພູກາງ, ບ້ານເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ, ບ້ານຫນອງຄຳ ເມືອງວຽງຄໍາ ແຂວງຫຼວງພະບາງ, ເພື່ອຊຸກຍູ້ການລົງສໍາຫຼວດ ໃຫ້ສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ສອນສັກ ສຸລິເສີມ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານ ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ໃຫ້ຄວາມສະດວກ ແກ່ຜູ້ລົງປະຕິບັດໜ້າທີ່ວຽກງານ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100% ຕະຫຼອດໄລຍະການເດີນສໍາຫຼວດໃນຄັ້ງນີ້.
ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ກອງປະຊຸມເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ອົງການ 3 ຝ່າຍ ແລະ ຜູ້ໃຊ້ແຮງງານ ໄດ້ຈັດຂຶ້ໃນຕອນວັນທີ 7 ພະຈິກຜ່ານມາ ທີ່ຫ້ອງປະຊຸມພະແນກ ແຮງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ພາຍໃຕ້ການເປັນປະທານຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ເພີ່ມເຕີມ