ປະກາດນາຍຕຳຫຼວດຂັ້ນສູງອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່

ປະກາດນາຍຕຳຫຼວດຂັ້ນສູງອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່

ປະກາດນາຍຕຳຫຼວດຂັ້ນສູງອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່
ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດນາຍຕໍາຫຼວດຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່ ຂຶ້ນໃນວັນທີ 6 ມິຖຸນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະກາດນາຍຕຳຫວດຂນສງອອກພກການຮບອດໜນບານານ ແລະ ແຕງຕງຫວໜາ-ຮອງຫວໜາກມໃຫຍ - image 1
 

 

 

ທ່ານນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ແລະ ດຳລັດນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດອອກພັກການ-ຮັບອຸດໜູນບຳນານ ມີທ່ານ ພົຕ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງ, ທ່ານ ພົຕ ຈູມມະນີ ວົງມະນີ ຫົວໜ້າກົມໃຫຍ່ສັນຕິບານ, ທ່ານ ພົຈວ ໜູໃບ ອິນທິສານ ຮອງຫົວໜ້າກົມໃຫຍ່ການເມືອງກະຊວງ ປກສ, ທ່ານ ພັອ ນາງ ວັດສະລີ ສິດທິລືໄຊ ຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງກະຊວງ ປກສ ອອກພັກການ-ຮັບອຸດໜູນບໍານານ.

ພ້ອມນີ້, ທ່ານນາງ ວິໄລ ພິລາວົງ ຍັງໄດ້ຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດຂັ້ນສູງຂອງກະຊວງ ປກສ ໂດຍຕົກລົງແຕ່ງຕັ້ງທ່ານ ພົຈວ ຄອນສະຫວັນ ສົມພາໄຊ ເປັນຫົວໜ້າກົມໃຫຍ່ການເມືອງ ປກສ, ແຕ່ງຕັ້ງທ່ານ ພົຈວ ແອນ ອຸ່ນອານົງນຸດ ເປັນຫົວໜ້າກົມໃຫຍ່ສັນຕິບານ, ແຕ່ງຕັ້ງທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ເປັນຫົວໜ້າກົມໃຫຍ່ຕຳຫຼວດ, ແຕ່ງຕັ້ງທ່ານ ພັອ ເພີນຄໍາ ແສງດາລາ, ທ່ານ ພັອ ວຽງໄຊ ທໍາມະສິດ ເປັນຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ແຕ່ງຕັ້ງທ່ານ ພັອ ຄໍາໄພ ຄໍາພາວົງສ໌, ທ່ານ ພັອ ພັນ ວົງພະໄຕ ເປັນຮອງຫົວໜ້າກົມໃຫຍ່ສັນຕິບານ, ແຕ່ງຕັ້ງທ່ານ ພັອ ບຸນຫຼວງ ວິໄລສຸກ, ທ່ານ ພັອ ສົມເພັດ ເພົ້າວົງດີ ເປັນຮອງຫົວໜ້າກົມໃຫຍ່ຕຳຫຼວດກະຊວງ ປກສ.

ປະກາດນາຍຕຳຫວດຂນສງອອກພກການຮບອດໜນບານານ ແລະ ແຕງຕງຫວໜາ-ຮອງຫວໜາກມໃຫຍ - image 2
 

ໂອກາດນີ້, ທ່ານ ພົອ ວິໄລ ຫຼ້າຄຳຟອງ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ອອກພັກການ-ຮັບອຸດໜູນ ບໍານານ ພ້ອມເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າປະຕິບັດແນວທາງນະໂຍບາຍ, ມະຕິ, ຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຂອງກະຊວງ ປກສ ວາງອອກ, ເພີ່ມທະວີເຮັດວຽກງານການເມືອງ-ແນວຄິດ ເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເປັນແບບຢ່າງທີ່ດີໃຫ້ ນາຍ ແລະ ພົນຕໍາຫຼວດຢູ່ພາຍໃນກົມກອງ, ສືບຕໍ່ປັບປຸງແບບແຜນວິທີການນໍາພາ, ວິທີການເຮັດວຽກໃຫ້ດີ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເປັນເຈົ້າການຄົ້ນຄວ້າວຽກງານ, ວາງແຜນການ ພ້ອມທັງນໍາພາເຮັດຕົວຈິງ, ມີການຕິດຕາມກວດກາຊຸກຍູ້, ຖອດຖອນບົດຮຽນ; ເອົາໃຈໃສ່ເຮັດວຽກງານຄຸ້ມຄອງນາຍ ແລະ ພົນຕໍາຫຼວດຢ່າງແຂງແຮງ.

ຂ່າວ: ສິລິພອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ