ປະກາດປັບປຸງກົງຈັກການຈັດຕັ້ງ 5 ສະຫະພັນກິລາຄົນພິການແຫ່ງຊາດລາວ

ປະກາດປັບປຸງກົງຈັກການຈັດຕັ້ງ 5 ສະຫະພັນກິລາຄົນພິການແຫ່ງຊາດລາວ
ພິທີປະກາດການປັບປຸງກົງຈັກ ການຈັດຕັ້ງ 5 ສະຫະພັນກິລາຄົນພິການແຫ່ງຊາດລາວໄດ້ຈັດຂຶ້ນ ໃນວັນທີ 16 ມັງກອນ ຜ່ານມາ ທີ່ຫ້ອງການກົມກິລາມວນຊົນ, ພະລະ ແລະ ສີລະປະສຶກສາ. ໃຫ້ກຽດເປັນປະທານ ແລະ ມອບຂໍ້ຕົກລົງວ່າດ້ວຍການຮອງຮັບເອົາກົງຈັກການຈັດຕັ້ງ 5 ສະຫະພັນໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ອະດີດຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ ຫຼື ຄພລ, ມີທ່ານ ຄຳພັດ ເພັດລາສີ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສີລະປະສຶກສາ ພ້ອມດ້ວຍບັນດາຮອງຫົວໜ້າກົມ, ບັນດາຄະນະບໍລິຫານງານ 5 ສະຫະພັນ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. 
ໂອກາດນີ້, ທ່ານ ນາງ ຂັນທະລີ ສີຣິພົງພັນ  ກໍໄດ້ແນະນຳໃຫ້ບັນດາທ່ານໃນຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຈົ່ງພ້ອມກັນເອົາໃຈໃສ່ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວໃນ 5 ປີ ຕໍ່ໜ້າ ແລະ ສືບຕໍ່ປັບປຸງແກ້ໄຂຂໍ້ຄົງຄ້າງ, ບັນຫາ ຕ່າງໆ ໂດຍເອົາໃຈໃສ່ການຈັດຕັ້ງປະຕິບັດ 9 ຄາດໝາຍ ແລະ 9 ວຽກຈຸດສຸມ ທີ່ໄດ້ກຳນົດໄວ້ໃນ ແຜນພັດທະນາກິລາຄົນພິການ ຂອງຄະນະກໍາມະການພາຣາແລັມປິກແຫ່ງຊາດລາວ 4 ປີ (2022 – 2025);  ມອບໃຫ້ຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຄົ້ນຄວ້າການແຕ່ງຕັ້ງ, ຊັບຊ້ອນບຸກຄະລາກອນ ເຂົ້າຮັບຜິດຊອບ
ໜ້າວຽກອັນລະອຽດ, ຢູ່ໃນໜ້າວຽກຕ່າງໆ ໃຫ້ສອດຄ່ອງ ແລະ ເໝາະສົມຕາມທຳມະນູນຄະນະກຳມະການພາຣາແລັມປິກແຫ່ງຊາດລາວ ສະບັບລົງວັນທີ 9 ກຸມພາ 2018 ແລະ ກົດລະບຽບ ຂອງ ສະຫະພັນກິລາຄົນພິການແຫ່ງຊາດລາວ ໃຫ້ຖືກຕ້ອງຕາມລະບຽບ ຫຼັກການ, ໃຫ້ແທດເໝາະກັບໜ້າວຽກຕົວຈິງ ຢ່າງຖືກຕ້ອງ; ມອບໃຫ້ຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຄົ້ນຄວ້າ, ປຶກສາຫາລືໃນການກຳນົດແຜນການໃນການກໍ່ສ້າງຍົກລະດັບ ພັດທະນາຜູ້ບໍລິຫານ, ວິຊາການ, ແພດສະເພາະດ້ານ, ກຳມະການຕັດສິນ, ຄູຝຶກ, ຜູ້ຊ່ວຍຄູຝຶກ ແລະ ນັກກິລາ ຢູ່ພາຍໃນປະເທດ ແລະ ລະດັບສາກົນໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບແຜນການ, ແຜນງານ, ແຜນງົບປະມານຕົວຈິງ ໄດ້ວາງໄວ້ຢ່າງຖືກຕ້ອງ; ມອບໃຫ້ຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຕ້ອງເອົາໃຈໃສ່ຈັດຕັ້ັງປະຕິບັດ ແຜນຈຸດສຸມ ຄາດໝາຍ ເປັນຕົ້ນ: ລົງໂຄສະນາເຜີຍແຜ່ວຽກງານກິລາ-ກາຍຍະກຳຄົນພິການ, ສ້າງໜ່ວຍກິລາຂັ້ນບ້ານ, ສະໂມສອນກິລາຂັ້ນເມືອງ, ນະຄອນ, ແຂວງ, ນະຄອນຫຼວງ, ຈັດກອງປະຊຸມປະຈໍາປີ ເພື່ອຖອດຖອນບົດຮຽນ, ເລັ່ງໃສ່ຝຶກອົບຮົມຍົກລະດັບ ກໍາມະການຕັດສິນ, ຄູຝຶກ ແລະ ນັກກິລາ ໃຫ້ມີຄຸນນະພາບ, ມີລະບຽບວິໄນ, ມີຄວາມເຂັ້ມແຂງ, ຮັບໃຊ້ວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ ແລະ ກໍມອບໃຫ້ຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຕ້ອງເອົາໃຈໃສ່ຕໍ່ການຈັດການແຂ່ງຂັນກິລາຄົນພິການປະຈໍາປີ, ຈັດງານແຂ່ງຂັນກິລາຄົນພິການ ເພື່ອສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ-ວັນຄົນພິການສາກົນ ແລະ ວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ, ເຂົ້າຮ່ວມງານແຂ່ງຂັນກິລາຄົນພິການແຫ່ງຊາດ ແລະ ເຂົ້າຮ່ວມງານແຂ່ງຂັນຄັດເລືອກ (Qualification) ຢັ້ງຢືນສະຖິຕິໃນລະດັບຊາດ ແລະ ລະດັບພາກພື້ນ (APSF, APC) ແລະ ລະດັບສາກົນ (IPC) ແລະ ພິເສດໃຫ້ເອົາໃຈໃສ່ ຄັດເລືອກເອົານັກກິລາທີ່ດີເດັ່ນຕິດທີມຊາດ ເຂົ້າມາຝຶກແອບ-ຝຶກຊ້ອມຢ່າງເປັນປະຈໍາ ເພື່ອກະກຽມເຂົ້າຮ່ວມງານແຂ່ງຂັນກິລາ Asean Para Game, ກິລາ Asian Para Games, ກິລາ Paralympic Games ໃຫ້ສາມາດຍາດໄດ້ຫຼຽນຄໍາ. 
ສຳລັບການປັບປຸງກກົງຈັກການຈັດຕັ້ງ 5 ສະຫະພັນກິລາດັ່ງກ່າວ ໂດຍສະເພາະການແຕ່ງຕັ້ງສະຫະພັນກິລາບານເຕະຄົນພິການຕາແຫ່ງຊາດລາວ ທ່ານ ບຸນຕາ ເທບພະວົງ ຮອງປະທານກຳມາທິການແຜນການ ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ແລະ ທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເຊດຖາ ເປັນຄະນະປະທານທີ່ປຶກສາ, ສ່ວນທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານ ບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ເປັນປະທານ ແລະ ທ່ານ ບຸນມີ ໄຊຍະວົງ ແລະ ທ່ານ ຄອນສະຫວັນ ສິດທິໄທ ເປັນຮອງປະທານ; ສະຫະພັນກິລາຍົກນໍ້າໜັກຄົນພິການແຫ່ງຊາດ ທ່ານ ຄອນພະຈັນ ໄຊຍະສຸກ ເປັນປະທານ ແລະ ທ່ານ  ຄຳພຸດ ພິມມະສອນ ເປັນຮອງປະທານ-ເລຂາທິການ, ສະຫະພັນກິລາໂກນບານຄົນພິການແຫ່ງຊາດລາວ ທ່ານ ທອງເພັດ ສິດທິວັນ ເປັນປະທານ ແລະ ທ່ານ ນາງ ກອງແກ້ວ ຕຸນາລົມ ເປັນຮອງປະທານ, ສະຫະພັນກິລາບັອດເຊຍຄົນພິການແຫ່ງຊາດລາວ ທ່ານ ອານຸຄິດ ແກ່ນວັນຄຳ ເປັນປະທານ, ທ່ານ ໂກດະ ຟູໄມກິ, ທ່ານ ພູໄຊ ເທບພະວົງ, ທ່ານ ນາງ ໄຕຄຳ ຄຽມວິໄຊ ແລະ ທ່ານ ນິດຕະກອນ ສີປະເສີດ ເປັນຮອງປະທານ ແລະ  ສະຫະພັນກິລາຟັນດາບຄົນພິການແຫ່ງຊາດລາວ ທ່ານ ພອນ ພົມມະຈັນ ເປັນປະທານ, ທ່ານ ມົງຄຳຜິວ ບຸນໂຮມພອນ ເປັນຮອງປະທານ. ນອກຈາກນັ້ນ, ໃນຄະນະບໍລິຫານງານ ແຕ່ລະສະຫະພັນ ກໍຍັງມີການແຕ່ງຕັ້ງ ບັນດາເລຂາ ແລະ ບັນດາຮອງເລຂາ ຕະຫຼອດຮອດຄະນະກຳມະການອີກຈຳນວນໜຶ່ງອີກດ້ວຍ. 
ຂ່າວ-ພາບ: ສົງການ ພັນແພງດີ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ