ຂ່າວລະບຸວ່າ: ໃນວັນທີ 8 ກຸມພາ ຜ່ານມານີ້, ການເລືອກຕັ້ງສະພາຕ່ຳຍີ່ປຸ່ນສະໄໝທີ 51 ເລີ່ມລົງຄະແນນສຽງ,ມີຜູ້ສະໝັກຮັບເລືອກຕັ້ງ 1,284 ຄົນເຂົ້າຮ່ວມແຂ່ງຂັນເພື່ອຊີງ 465 ບ່ອນນັ່ງ.
ຕາມຜົນການນັບຄະແນນສຽງ, ພັກເສລີປະຊາທິປະໄຕໄດ້ 316 ບ່ອນນັ່ງ ແລະ ພັກຟື້ນຟູຍີ່ປຸ່ນໄດ້ 36 ບ່ອນນັ່ງ.
ສະພາຕ່ຳຍີ່ປຸ່ນຖືກຍຸບຢ່າງເປັນທາງການໃນວັນທີ 23 ມັງກອນແລ້ວນີ້, ໄລຍະເວລາການຍຸບສະພາ ແລະ ການລົງຄະແນນສຽງ ຫ່າງກັນພຽງ 16 ວັນ ຊຶ່ງໄດ້ສ້າງສະຖິຕິໄລຍະເວລາສັ້ນທີ່ສຸດໃນປະຫວັດສາດລະຫວ່າງການຍຸບສະພາ ແລະ ການລົງຄະແນນສຽງ ນັບແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງເປັນຕົ້ນມາ.
ຄໍາເຫັນ