![]() |
ໃນພິທີ, ທ່ານ ນັນທະພົນ ລີວັນທະນາ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດຂັ້ນສູງ ຂອງກະຊວງ ປກສ; ໃນນີ້ ແຕ່ງຕັ້ງທ່ານ ພັອ ວິໄລຄໍາ ສີຊານົນ ເປັນຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ທ່ານ ພັອ ສຸລິຍາ ພັນທຸມາດ ເປັນຮອງຫົວໜ້າກົມໃຫຍ່ພະລາທິການ, ທ່ານ ພັອ ທັດສະພອນ ວົງພະຈັນ ເປັນຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ.
ຜ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍເລື່ອນຊັ້ນນາຍຕໍາຫຼວດ ຊັ້ນທ່ານ ພົນຈັດຕະວາ ຂຶ້ນເປັນຊັ້ນ ພົນຕີ; ໃນນີ້, ມີທ່ານ ພົຕ ອານຸເດດ ຄູນຄໍາ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ທ່ານ ພົຕ ອຸດົມ ສີສົງຄາມ ຫົວໜ້າກົມໃຫຍ່ພະລາທິການ.
ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ; ໃນນີ້ເລື່ອນຊັ້ນທ່ານ ພັນໂທ ຂຶ້ນເປັນຊັ້ນ ພັນເອກ ຈໍານວນ 23 ສະຫາຍ ຄື: ທ່ານ ພັອ ສົມຫວັງ ນະວົງສິນ ຮອງຫົວໜ້າກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ, ທ່ານ ພັອ ພູວອນ ຄໍາທະວິໄລ ຮອງຫົວໜ້າກົມກວດກາ-ກວດການ ກົມໃຫຍ່ການເມືອງ ປກສ, ທ່ານ ພັອ ສົມຄິດ ຈັນທະວິໄລ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ປກສ, ທ່ານ ພັອ ສີໄມ ພົມມະຈັນ ຮອງຫົວໜ້າກົມ 201 ກົມໃຫຍ່ສັນຕິບານ, ທ່ານ ພັອ ສຸລິຈັນ ສີສະຫວັດ ຮອງຫົວໜ້າກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ, ທ່ານ ພັອ ອູຟູ້ ໄຊຍາຫວາດ ຮອງຫົວໜ້າຫ້ອງການ ກົມໃຫຍ່ຕຳຫຼວດ, ທ່ານ ພັອ ອາລູ ລາວລີ ຮອງຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການ, ທ່ານ ພັອ ນາງ ດວງຈັນ ຂານສະຫງ່າ ຮອງຫົວໜ້າກົມເລຂາ ຫ້ອງວ່າການກະຊວງ ປກສ, ທ່ານ ພັອ ສິດທິເດດ ຊາວບຸດດາວົງ ຫົວໜ້າຫ້ອງການ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ທ່ານ ພັອ ກົງເງິນ ຈັນດາລາ ຫົວໜ້າກອງກໍ່ສ້າງຮາກຖານ 912 ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ທ່ານ ພັອ ບົວໄລ ເພັດສົມພອນ ຫົວໜ້າສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ທ່ານ ພັອ ບຸນລັນ ຈັນທະພູວົງ ຫົວໜ້າພະແນກກວດກາ-ປ້ອງກັນກໍາລັງ ກົມຕຳຫຼວດຄຸມຂັງ-ດັດສ້າງ, ທ່ານ ພັອ ບຸນຈັນ ຫຼ້າບຸນມີ ຫົວໜ້າພະແນກສືບຂ່າວເສດຖະກິດ ກົມ 504, ທ່ານ ພັອ ນາງ ຈັນທອນ ທອງປະສິດ ຫົວໜ້າສູນຝຶກອົບຮົມວິຊາສະເພາະ ກອງບັນຊາການປ້ອງກັນທີ່ຕັ້ງ, ທ່ານ ພັອ ບຸນຕັ້ງ ພະໂຄຕະມະ ຫົວໜ້າກອງພັນປ້ອງກັນສໍານັກງານ-ອົງການ ກອງບັນຊາການປ້ອງກັນສູນກາງ, ທ່ານ ພັອ ໄຊເພັດ ບຸດດີ ຫົວໜ້າຫ້ອງຄຸ້ມຄອງວິທະຍາສາດ ວິທະ ຍາຄານຕຳຫຼວດປະຊາຊົນ, ທ່ານ ພັອ ຄໍາແຫວ່ນ ເນົາວະລາດ ຫົວໜ້າຄະນະວິຊາເຕັກນິກຂໍ້ມູນຂ່າວສານ ວິທະຍາຄານສັນຕິບານປະຊາຊົນ, ທ່ານ ພັອ ສົມພອນ ອິນທະສັກ ຮອງຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ທ່ານ ພັອ ຟອງສະໄໝ ຊໍ່ແສງທອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ທ່ານ ພັອ ຈອນ ອຸດລາຍັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ທ່ານ ພັອ ແກ້ວມະນີ ຈິດຕະນາພັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ, ທ່ານ ພັອ ອ່ອນຕາ ສະສົມບັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ທ່ານ ພັອ ວົງສັກ ແກ້ວວົງພິມ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງອັດຕະປື. ຈາກນັ້ນ, ທ່ານ ພົທ ວັນທອງ ກອງມະນີ ໄດ້ມອບດໍາລັດແຕ່ງຕັ້ງ ໃຫ້ນາຍຕໍາຫຼວດຜູ້ທີ່ໄດ້ຮັບການແຕ່ງຕັ້ງ, ປະດັບຊັ້ນນາຍນາຍຕໍາຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນ.
![]() |
ໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງ ປກສ ໄດ້ໂອ້ລົມ ວ່າ: ການປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນຄັ້ງນີ້ ເປັນການປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ກໍາລັງ ປກສ ເພື່ອກ້າວຂຶ້ນເຮັດສໍາເລັດໜ້າທີ່ໃນໄລຍະໃໝ່, ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະ ເລື່ອນຊັ້ນ ຕ້ອງເອົາໃຈໃສ່ສືບຕໍ່ເຮັດວຽກງານການ ເມືອງ-ແນວຄິດໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ຖືກຕ້ອງກັບແນວທາງ, ນະໂຍບາຍຂອງພັກ ແລະ ຄວາມເປັນຈິງ ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ໃຫ້ພະນັກງານຂັ້ນນໍາພາ-ບັນຊາມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມັກຄີພາຍໃນແໜ້ນແຟ້ນ; ເອົາໃຈໃສ່ເຮັດວຽກງານວິຊາສະເພາະໃຫ້ໄດ້ດີ ເປັນຕົ້ນ ຊີ້ນໍາບັນດາເຫຼົ່າວິຊາສະເພາະຂົງເຂດຕົນຮັບຜິດຊອບ ເຮັດຫຼ້ອນໜ້າທີ່ວຽກງານຕາມພາລະບົດບາດ, ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດ, ສິນທຳປະຕິວັດ, ກຳແໜ້ນຫຼັກການວິຊາສະເພາະ, ຍົກສູງລະດັບຄວາມສາມາດ ທາງດ້ານສິນລະປະຍຸດ-ຍຸດທະວິທີ ແລະ ລະດັບວິຊາສະເພາະໃຫ້ເປັນມືອາຊີບ, ມີຄວາມເຂັ້ມງວດດ້ານວຽກງານວິຊາສະເພາະ ເປັນເຈົ້າການປະຕິບັດລະບຽບວິໄນ, ມີແບບແຜນນໍາພາ-ບັນຊາຢ່າງປະດິດສ້າງ ແທດເໝາະກັບສະພາບການໃໝ່, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກສ້າງກົມກອງໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ຮັບປະກັນໃຫ້ໄດ້ກໍາລັງບໍ່ມີການເຄື່ອນໄຫວຜິດກົດ ໝາຍ ແລະ ລະບຽບການ ຂອງກໍາລັງ ປກສ ເວົ້າລວມ ເວົ້າສະເພາະ ບໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ພາຍໃນກໍາລັງຢ່າງເດັດຂາດ.
ຂ່າວ-ພາບ: ບຸນພະຈັນ + ຄຳໂຖ


ຄໍາເຫັນ