ພິທີປະກາດການຈັດຕັ້ງຂັ້ນຮອງຫົວໜ້າກອງບັນຊາການທະຫານແຂວງບໍ່ແກ້ວ ຮັບຜິດຊອບວຽກງານພະລາທິການຂັ້ນຄະນະຫ້ອງແລະ ພະແນກການທີ່ຂຶ້ນກັບຫ້ອງພະລາທິການກອງບັນຊາການທະຫານແຂວງ ໄດ້ຈັດຂຶ້ນໃນວັນທີ 28 ກັນຍາຜ່ານມາທີ່ສະໂມສອນດັ່ງກ່າວພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ສະຫາຍ ພົວ ບຸນມີ ພາມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງແລະ ສະຫາຍ ພັນເອກ ຈັນທາ ທຳມະເທວາ ຮອງຫົວໜ້າກົມເສນາພະລາກົມໃຫຍ່ພະລາທິການກອງທັບພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ຈັນທາ ທຳມະເທວາ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກອງບັນຊາການທະຫານແຂວງຮັບຜິດຊອບວຽກງານພະລາທິການກອງບັນຊາການທະຫານແຂວງ,ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ)ພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານຕາມທິດກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ດັ່ງນັ້ນ,ກະຊວງປ້ອງກັນປະເທດຕົກລົງ:ແຕ່ງຕັ້ງສະຫາຍ ພັນໂທ ຄໍາຝູງ ໃຍປະສິດ ເປັນຮອງຫົວໜ້າກອງບັນຊາການທະຫານແຂວງ ຮັບຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ແຕ່ງຕັ້ງບັນດາຮອງຫົວໜ້າຫ້ອງພະລາທິການກອງບັນຊາການທະຫານແຂວງ, ແຕ່ງຕັ້ງຫົວໜ້າພະແນກ-ຮອງຫົວໜ້າພະແນກຕື່ມອີກ.
ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນໄດ້ໃຫ້ກຽດໂອ້ລົມຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າບັນດາແນວທາງນະໂຍບາຍ, ມະຕິ, ຂໍ້ກຳນົດກົດລະບຽບຂອງພັກ-ລັດ ແລະ 4 ໜ້າທີ່ໃຫຍ່,26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກເພື່ອເປັນບ່ອນອີງ, ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງ, ສືບຕໍ່ນຳພາກົມກອງສຶກສາອົບຮົບການເມືອງ-ນຳພາແນວຄິດໃຫ້ທົ່ວເຖິງທຸກເປົ້າໝາຍ ດ້ວຍຫຼາຍຮູບການເພີ່ມທະວີຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.
ຂ່າວ: ວໍລະສິດ ພິດສະຫາຍ

ຄໍາເຫັນ