ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງສະຫວັນນະເຂດຄົນໃໝ່

ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງສະຫວັນນະເຂດຄົນໃໝ່
ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ  ໂດຍໄດ້ແຕ່ງຕັ້ງທ່ານ ທະນົງຊາຍ ສຸກຄໍາທັດເປັນເລຂາພັກຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງສະຫວັນນະເຂດຄົນໃໝ່.  
ພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຄະນະຄຸ້ມຄອງດັ່ງກ່າວໂດຍມີທ່ານ ບົວສອນ ມະຫາວົງ ຫົວໜ້າຄະນະຈັດຕັ້ງແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 
    ໃນໂອກາດນີ້, ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງແຜນການ ແລະການລົງທຶນ ວ່າດ້ວຍການຍົກຍ້າຍທ່ານ ທະນົງຊາຍ ສຸກຄໍາທັດ ຮອງຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະສູນຝຶກອົບຮົມ ກະຊວງແຜນການ ແລະການລົງທຶນ ໄປຮັບໜ້າທີ່ໃໝ່ຢູ່ຄະນະຄຸ້ມເຂດເສດຖະກິດພິເສດແຂວງສະຫວັນນະເຂດ, ພ້ອມທັງຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງສະຫວັນນະເຂດ ວ່າດ້ວຍການບົ່ງຕົວແຕ່ຕັ້ງ ທ່ານ ທະນົງຊາຍ ສຸກຄໍາທັດ ເປັນເລຂາໜ່ວຍພັກຮາກຖານ ຄະນະຄຸ້ມຄອງເຂດເສດຖະກິດແຂວງສະຫວັນນະເຂດ ແລະຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການແຕ່ງຕັ້ງທ່ານ ທະນົງຊາຍ ສຸກຄໍາທັດ ເປັນຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດສະຫວັນນະເຂດ.
ທ່ານ ບົວສອນ ມະຫາວົງ ໄດ້ເນັ້ນວ່າ: ການສັບຊ້ອນ ແລະປັບປຸງການຈັດຕັ້ງແມ່ນກົດເກນທີ່ຈະຕ້ອງໄດ້ປະຕິບັດຢູ່ໃນທຸກໆການຈັດຕັ້ງແຕ່ລະຂັ້ນ, ເພື່ອເຮັດໃຫ້ວຽກງານມີການພັດທະນາທີ່ເຂັ້ມແຂງ; ຜູ້ທີ່ຖືກແຕ່ງຕັ້ງຄັ້ງນີ້ ໄດ້ຜ່ານການຄົ້ນຄວ້າພິຈາລະນາຢ່າງລະອຽດຈາກຄະນະພັກຂັ້ນເທິງ ແລະເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກໝູ່ຄະນະ, ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈົ່ງເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ,  ສະເໝີຕົ້ນສະເໝີປາຍ, ເອົາໃຈໃສ່ສ້າງຄວາມສາມັກຄີ, ເຮັດວຽກງານໃຫ້ມີການປຶກສາຫາລື, ຢຶດໝັ້ນໃນຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ.
ຂ່າວ-ພາບ: ແຂວງສະຫວັນະເຂດ

ຄໍາເຫັນ

ຂ່າວເສດຖະກິດ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ສະຫາຍ ໂອລົດ ສີສູນທອນ ຮອງເລຂາພັກ ຮອງເຈົ້າເມືອງຫີນເຫີບ ແຂວງວຽງຈັນໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ V (2025-2029)
ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ສະຫາຍ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນໃນວັນທີ 12 ກຸມພາຜ່ານມາວ່າ: ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ໄດ້ວາງຄາດໝາຍໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049 ຕື້ກວ່າກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44 ລ້ານກວ່າກີບຕໍ່ຄົນຕໍ່ປີ,
ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ໂດຍ: ພູວັນ ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ9ຂອງແຂວງສາມາດບັນລຸຕາມຄາດໝາຍທີ່ວາງໄວ້
ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ໂດຍ:ວັນໄຊ ຕະວິນຍານ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໃນ ທ້າຍເດືອນທັນວາ ປີ 2024 ຜ່ານມາ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກເຈົ້າແຂວງບໍລິຄໍາໄຊ
ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ພາຍຫຼັງທີ່ ພັກ-ລັດ ໄດ້ມີນະໂຍບາຍເປີດກວ້າງ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປຸກລະດົມຊຸກຍູ້ໃຫ້ພະນັກງານ ແລະ ປະຊາຊົນ ຫັນມາປູກຝັງ-ລ້ຽງສັດ ໃຫ້ຫຼາຍກາຍເປັນສິນຄ້າ
ເພີ່ມເຕີມ