ໃນບົດຂ່າວທີ່ອົງການ UNESCO ປະກາດຢູ່ເວັບໄຊທາງການຂອງຕົນໄດ້ລະບຸວ່າ: ຫຼຽວເບິ່ງໄປຂ້າງໜ້າເຖິງນະຄອນຫຼວງປັກກິ່ງໃນປີ 2029, ມໍລະດົກທາງສະຖາປັດຕະຍາກຳທີ່ໂດດເດັ່ນ, ຂະບວນການຫັນປ່ຽນເປັນຕົວເມືອງແບບທັນສະໄໝຢ່າງຟົດຟື້ນ ແລະ ວິໄສທັດການພັດທະນາທີ່ມຸ່ງໜ້າສູ່ອະນາຄົດ, ແນ່ນອນວ່າຈະເປັນການຊຸກຍູ້ໃຫ້ມີການເຈລະຈາສາກົນຮອບໃໝ່ ເພື່ອລົງເລິກຄົ້ນຫາບົດບາດອັນສຳຄັນຂອງສະຖາປັດຕະຍະກຳໃນການຍົກສູງລະດັບຄຸນນະພາບຊີວິດຂອງປະຊາຊົນ ແລະ ການປົກປັກຮັກສາມໍລະດົກຮ່ວມຂອງມວນມະນຸດໄວ້ໃຫ້ຄົນຮຸ່ນຫຼັງ.
ກ່ອນໜ້ານີ້, ນະຄອນຣີໂອ ເດ ຈາເນໂຣ, ໂຄເປເຮເກັນ ແລະ ບາເຊໂລນາ ເຄີຍໄດ້ຮັບການຂະໜານນາມວ່າເປັນ "ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ".
ຄໍາເຫັນ