ປາກຊ່ອງໄຮແລນຈັດພິທີປູກຕົ້ນໄມ້

ປາກຊ່ອງໄຮແລນຈັດພິທີປູກຕົ້ນໄມ້

ປາກຊ່ອງໄຮແລນຈັດພິທີປູກຕົ້ນໄມ້
ບໍລິສັດ ປາກຊ່ອງໄຮແລນ ຈຳກັດ ໄດ້ຈັດພິທີປູກຕົ້ນໄມ້ເພື່ອ​ສະເຫຼີມ​ສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ, ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ.

 

‎ ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາຜ່ານມາ, ທີ່ ບໍລິສັດປາກຊ່ອງໄຮແລນ ຈຳກັດ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍມີ ທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ມີທ່ານ ນາງ ແສງຈັນ ແຫວນວົງສົດ ຜູ້ອຳນວຍການບໍລິສັດ ປາກຊ່ອງໄຮແລນ ຈຳກັດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

‎ ໃນພິທີ, ຜູ້ຕາງໜ້າບໍລິສັດ ປາກຊ່ອງໄຮແລນ ຈຳກັດ ໄດ້ລາຍງານຫຍໍ້ກ່ຽວກັບການດຳເນີນໂຄງການ ພັດທະນາການປູກກາເຟ ທີ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ ຊຶ່ງບໍລິສັດ ປາກຊ່ອງໄຮແລນ ຈຳກັດ ໄດ້ຮັບອະນຸຍາດສຳປະທານທີ່ດິນຈາກລັດຖະບານໃນເນື້ອທີ່ທັງໝົດ 3,101 ເຮັກຕາ (ເນື້ອທີ່ສາມາດຜະລິດໄດ້ 2,675 ເຮັກຕາ) ກວມເອົາ 6 ຕອນດິນ ຄື: ຕອນດິນກອງຕຸ່ນ, ໜອງຫີນ, ພູເຂົາທອງ, ໂນນກະຖາດ, ໜອງເຂືອງ ແລະ ພູເທວະດາ. ໃນໄລຍະຜ່ານມາ ບໍລິສັດໄດ້ເອົາໃຈໃສ່ປະຕິບັດຕາມກົດໝາຍສິ່ງແວດລ້ອມຢ່າງເຂັ້ມງວດ ເປັນຕົ້ນແມ່ນການຮັກສາໄລຍະຫ່າງຈາກແຫຼ່ງນໍ້າ 50 - 100 ແມັດ, ປູກພືດຕະກູນຖົ່ວເພື່ອຄຸມດິນ ແລະ ປູກຕົ້ນໄມ້ບັງຮົ່ມສັບກັບຕົ້ນກາເຟ. ນອກຈາກນີ້, ວຽກງານຟື້ນຟູປ່າໄມ້ກໍແມ່ນໜຶ່ງໃນວຽກງານບູລິມະສິດ ທີ່ບໍລິສັດໄດ້ຮ່ວມມືກັບພາກລັດຈັດຕັ້ງປະຕິບັດມາຢ່າງຕໍ່ເນື່ອງນັບຕັ້ງແຕ່ປີ 2016 ເປັນຕົ້ນມາ.

ສຳລັບປີ 2026 ນີ້, ບໍລິສັດມີແຜນການປູກຕົ້ນພະຍາເສືອໂຄ່ງ ເພີ່ມເຕີມຈຳນວນ 1,600 ເບ້ຍ ໂດຍມີງົບປະມານການໃຊ້ຈ່າຍທັງໝົດ 50,000 ບາດ (ສະກຸນເງິນໄທ) ແລະ ງົບບົວລະບັດຮັກສາ 30,000 ບາດ/ປີ ທັງນີ້ກໍເພື່ອສູ້ຊົນໃຫ້ບັນລຸເປົ້າໝາຍຍົກລະດັບເນື້ອທີ່ປ່າປົກຄຸມໃຫ້ໄດ້ 70% ຮອດປີ 2030 ແລະ ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ຕາມທິດສີຂຽວ.

‎ ທ່ານ ຄຳຂອດ ໝື່ນຫຼວງ ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້ ຢ່າງເຂັ້ມງວດ. ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາກລັດ, ເອກະຊົນ ແລະ ປະຊາຊົນບັນດາເຜົ່າ ພາຍໃນເມືອງປາກຊ່ອງ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ເອົາໃຈໃສ່ປົກປັກຮັກສາ, ຟື້ນຟູ ແລະ ພັດທະນາຊັບພະຍາກອນປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ໄປຄຽງຄູ່ກັບການຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ, ທັງນີ້ກໍເພື່ອເຮັດໃຫ້ເມືອງປາກຊ່ອງ ກາຍເປັນເມືອງທ່ອງທ່ຽວສີຂຽວ ແລະ ເປັນແຫຼ່ງຜະລິດກະສິກຳ (ໂດຍສະເພາະແມ່ນກາເຟ) ທີ່ໄດ້ມາດຕະຖານ ແລະ ເປັນມິດຕໍ່ສິ່ງແວດລ້ອມຢ່າງແທ້ຈິງ.

‎ ພິທີປູກຕົ້ນໄມ້ໃນຄັ້ງນີ້ ນອກຈາກຈະເປັນການສ້າງຂະບວນການເພື່ອສະເຫຼີມສະຫຼອງວັນສຳຄັນຕ່າງໆ ໃຫ້ມີບັນຍາກາດຟົດຟື້ນແລ້ວ, ຍັງເປັນການປູກຈິດສຳນຶກໃນການຮັກສາທຳມະຊາດ, ເພີ່ມເນື້ອທີ່ສີຂຽວ ແລະ ຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ພາຍໃນທ້ອງຖິ່ນຕື່ມອີກ.

‎ ຂ່າວ: ສອນໄຊ ຈັນທະວີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ເພີ່ມເຕີມ